ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ວ່າ ທ້າວ Snowden ບໍ່ໄດ້ເຂົ້າໄປ ໃນດິນແດນຕົນ (ວີດີໂອ)


ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ກ່າວວ່າ ທ້າວ Snowden ບໍ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນຣັດ​ເຊຍ.
ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ກ່າວວ່າ ທ້າວ Snowden ບໍ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນຣັດ​ເຊຍ.
ຣັດ​ເຊຍ ປະຕິ​ເສດ​ວ່າ ທ້າວ Edward Snowden ບໍ່​ໄດ້​ເຂົ້າໄປ
​ໃນ​ດິນ​ແດນ​ຂອງ​ຕົນ ​ຊຶ່ງ​ພາເຮັດ​ໃຫ້​ເກີດ​ຄວາມ​ສົງໄສເພີ້ມຕື່ມໄປ​
ອີກ​ວ່າ ອະດີດພະນັກງານ​ສືບ​ລັບສັນຍາ​ຮັບ​ຈ້າງ​ຂອງສະຫະລັດ
ຄົນນີ້​ຢູ່ໃສ​ກັນ​ແທ້ ຊຶ່ງ​ຜູ້ກ່ຽວເປັນ​ບຸກຄົນ​ທີ່ ລັດຖະບານສະຫະລັ
ຕ້ອງການຕົວ ​ໃນ​ຂໍ້​ຫາ​ຈາລະ​ກໍາ.

ເປັນ​ທີ່​ເຊື່ອກັນ​ວ່າ ທ້າວ Snowden ​ໄດ້ບິນ​ໄປກຸງ​ມົສກູ ​ໃນ​ວັນ​
ອາທິດ​ທີ່​ຜ່ານ​ມາ ຈາກຮົງ​ກົງບ່ອນ​ທີ່​ລາວໄດ້ຫລົບລີ້ ຫລັງ​ຈາກ
​ເປີດ​ເຜີຍໂຄງການ​ສອດ​ແນມ ທີ່​ລັບສຸດ​ຍອດ​ຂອງສະຫະລັດ
ສອງໂຄງການ ​ແລະຄວາມ​ລັບທີ່​ສໍາຄັນ​ອື່ນໆ​ອີກ.

ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ກ່າວໃນ​ວັນ​ອັງຄານ ​ມື້​ນີ້ວ່າ ທ້າວ Snowden ບໍ່​ໄດ້​ຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ໃນຣັດ​ເຊຍ. ທ່ານໄດ້​ປະຕິ​ເສດວ່າ ຣັດ​ເຊຍບໍ່​ໄດ້​ມີ​ສ່ວນ​ພົວພັນ​ໃດໆ ​ກ່ຽວ​ກັບ​ແຜນການ​ເດີນທາງ​ຂອງ ທ້າວ Snowden ​ແລະປະຕິ​ເສດ​ດ້ວຍ​ຄວາມ​ໂກດ​ແຄ້ນ ຕໍ່ການ​ຕິຕຽນ​ຂອງ​ສະຫະລັດຕໍ່ມົສກູ​ ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ ໂດຍ​ເວົ້າ​ວ່າ “ບໍ່​ມີ​ຫລັກ​ຖານໃດໆແລະ​ເປັນ​ທີ່​ຮັບ​ເອົາບໍ່ໄດ້."

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍ ສົ່ງທ້າວ Snowden ​ໃຫ້​ສະຫະລັດ​ແລະ​ເຕືອນ​ເຖິງ​ຜົນ​ທີ່​ຈະ​ຕິດຕາມ​ມາ​ໃນ​ທາງ​ລົບ ຖ້າ​ຫາກ​ບໍ່​ປະຕິບັດ​ຕາມ.

ນອກ​ນັ້ນ ທໍານຽບຂາວ ຍັງ​ໄດ້​ປະ​ນາມກຸງ​ປັກ​ກິ່ງ ທີ່​ “ຕັ້ງ​ໃຈ” ປ່ອຍ​ໃຫ້ທ້າວ ​ Snowden ທີ່​ມີອາຍຸ 30 ປີ​ນັ້ນ ໜີໄປຈາກຮົງ​ກົງ ຊຶ່ງ​ເປັນດິນ​ແດນ ​ເຄິ່ງປົກ ຄອງ​ຕົນ​ເອງ​ຂອງຈີນທັງໆ​ທີ່​ໄດ້
ມີ​ໝາຍ​ຈັບ​ຕໍ່​ຜູ້ກ່ຽວ​ຢ່າງ​ຖືກຕ້ອງ. ທຳນຽບຂາວ ​ເວົ້າວ່າ ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍຢ່າງ “ບໍ່​ເປັນ​ທີ່​ສົງໄສ​ເລີຍ” ຕໍ່​ຄວາມສໍາພັນລະຫວ່າງ​ຈີນແລະສະຫະລັດ.

​ໂຄສົກກະຊວງ​ຕ່າງປະ​ເທດຈີນທີ່​ກຸງ​ປັກ​ກິ່ງ ທ່ານນາງ Hua Chunying ກ່າວ​ໃນ​ວັນ​ອັງ
ຄານມື້ນີ້​ວ່າ ການ​ກ່າ​ວຫາທີ່​ວ່າ​ນີ້ ​ເປັນ​ເລື້ອງ​ “ທີ່​ບໍ່​ມີ​ຫລັກ​ຖານ ​ແລະເປັນ​ທີ່ຮັບ​ເອົາ​ບໍ່​ໄດ້.”
ທ່າ​ນນາງກ່າວ​ອີກ​ວ່າ ບໍ່​ມີເຫ​ດຜົນເລີຍ ທີ່​ກຸງ​ວໍ​ຊິງ​ຕັນ ຈະຕ້ອງຕັ້ງຄຳຖາມ ກ່ຽວ​ກັບ​ການ​
ຈັດການ​ຂອງລັດຖະບານຮົງ​ກົງ​ໃນ​ເລື່ອງ​ນີ້ ​ເພື່ອ ​“ໃຫ້​ເປັນ​ທີ່​ສອດຄ່ອງ​ຕາມ​ກົດໝາຍ” ​ນັ້ນ.

ເບິ່ງວີດິໂອ: ທ່ານພູຕິນວ່າ ຮັດເຊຍຈະບໍ່ສົ່ງທ້າວ Snowden ໃຫ້ສະຫະລັດ:

Putin: Snowden Will Not Be Extradited
please wait

No media source currently available

0:00 0:02:04 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG