ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ້າວ Edward Snowden ຂໍລີ້ໄພຕໍ່ ໃນຣັດເຂຍ


ທ້າວ Edward Snowden ອະດີດພະນັກງານ ສັນຍາຈ້າງ ອົງການຄວາມໝັ້ນຄົງແຫ່ງຊາດ
ທ້າວ Edward Snowden ອະດີດພະນັກງານ ສັນຍາຈ້າງ ອົງການຄວາມໝັ້ນຄົງແຫ່ງຊາດ

ອະດີດພະນັກງານ​ສັນຍາ​ຈ້າງ ຂອງອົງກາ​ນຄວາມ​ໝັ້ນຄົງ​ແຫ່ງ​
ຊາດ ທ້າວ Edward Snowden ​ໄດ້​ຮ້ອງ​ຂໍ​ ​ລີ້​ໄພ​ການ​ເມືອງຕໍ່​
ໄປ ຢູ່ໃນ ຣັດເຊຍ.

​ການ​ອະນຸຍາດ​ໃຫ້ລີ້​ໄພ​ການ​ເມືອງ​ຊົ່ວຄາວ ທີ່​ ທ້າວ Snowden
ໄດ້​ຮັບ​ໃນ​ເດືອນລະ​ກົດປີ​ແລ້ວ​ນີ້ ​ໃຊ້​ໄດ້​ຈົນ​ຮອດ​ທ່ຽງ​ຄືນ​ຂອງ​ວັນ
​ພະຫັດ​ວານ​ນີ້.

ທະນາຍ​ຄວາມ​ຄົນ​ນຶ່ງ ຂອງ ທ້າ​ວ Sno​wden ກ່າວ​ວ່າ ລາວ​ສາມາດ​ຢູ່​ໃນ​ປະ​ເທດຣັດ​ເຊຍ​ໄດ້​ຕໍ່​ໄປ ຢ່າງ​ໜ້ອຍ ກໍຈົນ​ກວ່າ ມີ​ການ​ຕັດສິນ​ກ່ຽວ​ກັບ​ຄຳ​ຮ້ອງຂໍ​ຂອງລາວ ​ແລະ​ອາດ​ຈະ​ຢູ່​ໄດ້ດົນ​ກວ່າ​ນັ້ນ​ອີກ.

ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ​ໄດ້​ປະຕິ​ເສດ​ທີ່​ຈະ​ສະ​ແດງ​ຄວາມ​ເຫັນໃດໆ ກ່ຽວ​ກັບ ຄຳຮ້ອງຂໍ​ລີ້​ໄພ​ໃດໆ ແມ່ນ​ກະທັ້ງປະຕິ​ເສດ​ທີ່​ຈະຢືນຢັນ​ວ່າ ມີ​ຄຳ​ຮ້ອງຂໍ​ມາ​ຈາກ ທ້າວ Snowden.

ຊາວ​ອາ​ເມຣິກັນທີ່​ໜີ​ກົດ​ໝາຍຜູ້​ນີ້ ​ໄດ້ຫລົບໜີ​ໄປ Hong Kong ​ໃນ​ເດືອນ​ພຶດສະພາ ປີ 2013 ບ່ອນ​ທີ່​ລາວ​ໄດ້ແຜ່​ແບ ກ່ຽວ​ກັບ​ໂຄງການ​ສິ້ງ​ຊອມ ຂອງ ສະຫະລັດ ກ່ອນ​ທີ່​ມຸ້ງ​ໜ້າ​ໄປ​ສູ່ ມົສກູ.

​ໃບ​ຄຳ​ຮ້ອງ​ຂອງ ທ້າວ Snowden ​ເພື່ອຂໍ​ຢູ່​ໃນຣັດ​ເຊຍຕໍ່​ໄປ​ ແມ່ນ​ມີ​ຂື້ນ​ໃນ ຂະນະ​ທີ່ ສຳ ພັນ​ຂອງ ຣັດ​ເຊຍ ກັບປະ​ເທດ​ຕາ​ເວັນ​ຕົກ ກຳລັງຢູ່​ລະດັບຕຳ່​ສຸດ ຫລັງ​ຈາກຣັດ​ເຊຍ ​ໄດ້​ເຂົ້າ​ຍຶດ​ເອົາ Crimea ​ແລະ​ການຍິ​ງຖ້ຽວ​ບິນ MH 17 ຂອງສາຍ​ການບິນມາ​ເລ​ເຊຍ​ຕົກ ທີ່ ຢູ​ເຄຣນ.

XS
SM
MD
LG