ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ຫິ​ມະ​ຕົກ ທາງ​ພາກ​ຕາ​ເວັນ​ຕົກ ນ້ຳ​ຖ້ວມ ທາງ​ພາກ​ຕາ​ເວັນ​ອອກ ນີ້​ຄື​ສິ່ງທີ່​ສະ​ຫະ​ລັດ ພວມ​ຮັບ​ມື​ກັບ​ພາ​ຍຸ​ຂະ​ໜາດ​ໃຫຍ່


ຜູ້​ຄົນ​ພາ​ກັນ​ຢືນ​ຢູ່ກອງ​ຫິ​ມະ​ຂະ​ໜາດ​ໃຫຍ່ ທີ່​ເມືອງອອ​ສ​ກາ​ລູ​ຊາ ລັດ​ໄອ​ໂອ​ວາ ເມື່ອ​ວັນ​ທີ 9 ມັງ​ກອນ 2024.
ຜູ້​ຄົນ​ພາ​ກັນ​ຢືນ​ຢູ່ກອງ​ຫິ​ມະ​ຂະ​ໜາດ​ໃຫຍ່ ທີ່​ເມືອງອອ​ສ​ກາ​ລູ​ຊາ ລັດ​ໄອ​ໂອ​ວາ ເມື່ອ​ວັນ​ທີ 9 ມັງ​ກອນ 2024.

ພາ​ຍຸ​ໃຫຍ່​ຫົວ​ນຶ່ງ​ ພາ​ໃຫ້​ເກີດ​ຝົນ​ຕົກ​ໜັກ ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດ ແລະ​ລົມ​ແຮງ​ພັດ​ເຂົ້າ​ຖະ​ຫຼົ່ມ ​ເຮັດ​ໃຫ້​ຫຼາຍ​ຮ້ອຍ​ພັນ​ຄົນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ສະ​ພາບ​ອາ​ກາດປັ່ນ​ປ່ວນ​ ທີ່​ຮຸນ​ແຮງ​ດັ່ງ​ກ່າວ​ ​ປະ​ກອບ​ດ້ວຍພາ​ຍຸຫິ​ມະ ​ຕະ​ຫຼອດ​ ເຖິງ​ທໍ​ເນ​ໂດ ທີ່​ມີ​ການ​ລາຍ​ງານ​ວ່າ​ ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ເຂດ​ອື່ນໆ​ຂອງ​ປະ​ເທດ.

ທ້າວ​ແຮ​ໂຣ​ລ​ດ໌ ເມີ​ຣີ​ມັນ (Harold Merrimont) ຊ້ວນ​ຫິ​ມະ​ອອກ ພ້ອມ​ກັບ​ໝາ​ຂອງ​ລາວ ທີ່​ເມືອງ​ເພ​ລນ​ຟິ​ລ ໃນ​ລັດ​ເວີ​ມັນ ເມື່ອ​ວັນ​ທີ 10 ມັງກອນ 2024.
ທ້າວ​ແຮ​ໂຣ​ລ​ດ໌ ເມີ​ຣີ​ມັນ (Harold Merrimont) ຊ້ວນ​ຫິ​ມະ​ອອກ ພ້ອມ​ກັບ​ໝາ​ຂອງ​ລາວ ທີ່​ເມືອງ​ເພ​ລນ​ຟິ​ລ ໃນ​ລັດ​ເວີ​ມັນ ເມື່ອ​ວັນ​ທີ 10 ມັງກອນ 2024.

ບາງ​ເຂດ ​ຂອງ​ລອງ​ໄອ​ແລນ ໃນ​ລັດ​ນິວຢອກ ໄດ້​ຖືກ​ນ້ຳ​ຈາກ​ທະ​ເລ ​ລົ້ນ​ຝັ່ງ​ຂຶ້ນ​ມາ​ຖ້ວມ​ ໃນ​ວັນ​ພຸດ​ວານນີ້.

ຢູ່​ທີ່​ລັດ​ນິວ​ເຈີ​ຊີ ຫົນ​ທາງຫົນ​ທາງ​ຫຼາຍ​ເສັ້ນ ​ໄດ້​ຖືກ​ນ້ຳ​ຖ້ວມ ຂະ​ນະ​ທີ່​ແມ່​ນ້ຳ​ຫຼາຍ​ສາຍ​ກໍ​ພວມ​ລົ້ນ​ຝັ່ງຖ້ວມ.

ລົດ​ແລ່ນ​ໄປ​ມາ​ຢ່າງ​ຊ້າໆ ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ທີ່​ປົກ​ຫຸ້ມ​ດ້ວຍ​ຫິ​ມະ ທີ່​ເມືອງວ​ິ​ລ​ລິງ ລັດ​ອິນ​ລີ​ນອຍ ເມື່ອ​ວັນ​ທີ 9 ມັງ​ກອນ 2024.
ລົດ​ແລ່ນ​ໄປ​ມາ​ຢ່າງ​ຊ້າໆ ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ທີ່​ປົກ​ຫຸ້ມ​ດ້ວຍ​ຫິ​ມະ ທີ່​ເມືອງວ​ິ​ລ​ລິງ ລັດ​ອິນ​ລີ​ນອຍ ເມື່ອ​ວັນ​ທີ 9 ມັງ​ກອນ 2024.

ລະ​ບົບ​ອາ​ກາດ​ອັນ​ດຽວ​ກັນ​ນີ້ ຍັງໄດ້​ພາ​ໃຫ້​ເກີດ​ຝົນ​ຕົກ​ໜັກ ໝາກ​ເຫັບ​ຕົກ ​ແລະ​ລົມ​ທໍ​ເນ​ໂດ ​ພັດ​ເຂົ້າ​ຖະ​ຫຼົ່ມ ຢູ່​ໃນ​ເຂດ​ພາກ​ໃຕ້​ຂອງ​ປະ​ເທດ.

ຂະ​ນະ​ດຽວ​ກັນ ຫຼາຍໆ​ເຂດ​ຂອງ​ລັດ​ຟ​ລໍ​ຣິ​ດາ ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ໄພ​ນ້ຳ​ຖ້ວມ ແລະ​ເຂດ​ພາກ​ກາງ ​ທີ່​ຂ້ອນ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ ກໍ​ໄດ້​ມີ​ການ​ເຕືອນ ​ໃຫ້​ລະ​ມັດ​ລະ​ວັງ ອຸນ​ຫະ​ພູມ​ຈະ​ຕົກ​ຮວບ​ລົງ​ກໍ​ເປັນໄປ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG