ເຈົ້າໜ້າທີ່ໃນລັດຄາລິຟໍເນຍ ໄດ້ແຈກຢາຍກະສອບຊາຍ, ກະກຽມນັກລອຍນ້ຳກູ້ໄພໄວ້ລ່ວງໜ້າ ແລະບອກໃຫ້ປະຊາຊົນກະກຽມຖົງເຄື່ອງໃຫ້ພ້ອມ ໃນຂະນະທີ່ລັດຖະບານ ກໍາລັງກຽມຮັບມືກັບສະພາບຊັ້ນບັນຍາກາດທີ່ອາດຈະພາໃຫ້ມີຝົນຕົກໜັກ ໃນວັນພະຫັດມື້ນີ້, ເຮັດໃຫ້ມີລົມແຮງ ແລະນ້ຳຖ້ວມ ມາສູ່ເຂດທີ່ຖືກໄຟປ່າເຜົາໄໝ້.
ໃນຂະນະດຽວກັນ, ນະຄອນ ຜອດແລນ ກໍໄດ້ປົກຄຸມຖະໜົນດ້ວຍນໍ້າຢາປ້ອງກັນນ້ຳກ້ອນ 2,000 ກາລອນ ໃນຂະນະທີ່ເຈົ້າໜ້າທີ່ໃນລັດອໍເຣກອນ ແລະ ລັດໄອດາໂຮ ໄດ້ເປີດບ່ອນລີ້ໄພສຸກເສີນ ເພື່ອກຽມຮັບມືກັບການຕົກຂອງຫິມະ ແລະນ້ຳກ້ອນປະສົມກັນ, ເຊິ່ງຈະເລີ້ມຂຶ້ນໃນວັນພະຫັດມື້ນີ້.
ທາງບໍລິເວນພາກໃຕ້ຂອງລັດຄາລິຟໍເນຍ ອາດມີປະລິມານນໍ້າຝົນສູງຮອດ 15 ຊັງຕີແມັດ ຢູ່ເທິງພູ ແລະປະມານ 7.6 ຊັງຕີແມັດ ໃນບໍລິເວນແຄມຝັ່ງທະເລ ລວມທັງຮ່ອມພູ, ອີງຕາມການກ່າວຂອງ ທ່ານ ເບລັນ ບາວເອີ (Brent Bower), ນັກອຸຕຸນິຍົມຂອງໜ່ວຍງານສະພາບອາກາດແຫ່ງຊາດ. ລົມພັດແຮງ ອາດເຮັດໃຫ້ຕົ້ນໄມ້ຫຼາຍຕົ້ນຫັກລົ້ມລົງ, ໄຟຟ້າມອດ ແລະອາດສົ່ງຜົນເຮັດໃຫ້ຖ້ຽວບິນຫຼາຍສາຍຫຼ້າຊ້າ.
ມີການອອກມາເຕືອນໃຫ້ອົບພະຍົບ ຢູ່ໃນເຂດຮ່ອມພູ ແມນເດວີລ ແຄນຢອນ (Mandeville Canyon) ແລະຂົງເຂດອື່ນໆທີ່ຖືກທໍາລາຍໂດຍໄຟປ່າ ພາລິເຊດສ໌, ເຊິ່ງເປັນເຫດການໄຟປ່າທີ່ໄດ້ສ້າງຄວາມເສຍຫາຍຫຼາຍທີ່ສຸດໃນປະຫວັດສາດຂອງ ນະຄອນ ລອສ ແອນເຈີເລັສ, ສໍາລັບຄວາມກັງວົນກ່ຽວກັບການໄຫຼຂອງເສດຊາກຫັກພັງ ທີ່ອາດຈະເກີດຂຶ້ນໃນລະຫວ່າງພະຍຸພັດເຂົ້າມາຮອດ. ນອກນັ້ນ, ຍັງມີການເຕືອນໄພສໍາລັບເຂດຮ່ອມພູ ທຣາບູໂກ ແຄນຢອນ (Trabuco Canyon) ແລະພື້ນທີ່ອື່ນໆ ທີ່ຢູ່ໃກ້ກັບຂົງເຂດ Airport Fire ທີ່ຖືກໄຟໄໝ້.
ໂຮງຮຽນໃນຂົງເຂດ ມາລີບູ ທັງໝົດ ຖືກປິດໃນວັນພະຫັດມື້ນີ້, ແລະ ສວນສະນຸກ ເບີຣິ ຟາມ ຂອງເມືອງ ນັອດ (Knott) ກໍຖືກປິດລົງໃນຕອນເຊົ້າຂອງມື້ວັນພຸດວານນີ້ ເນື່ອງຈາກກະແສນໍ້າໃນຊັ້ນບັນຍາກາດ, ເຊິ່ງເປັນແຖບອາຍນໍ້າທີ່ມີກວ້າງຍາວ ສາມາດສົ່ງຄວາມຊຸ່ມຈາກເຂດຮ້ອນໄປສູ່ບໍລິເວນພາກເໜືອໄດ້ຫຼາຍຂຶ້ນ.
ທ່ານ ແດນີລ ສເວນ (Daniel Swain), ນັກວິທະຍາສາດດ້ານດິນຟ້າອາກາດຈາກມະຫາວິທະຍາໄລ ດ້ານກະສິກຳ ແລະຊັບພະຍາກອນທໍາມະຊາດຂອງລັດຄາລິຟໍເນຍ ກ່າວວ່າ ພື້ນທີ່ດັ່ງກ່າວ ຕ້ອງການຝົນຮີບດ່ວນທີ່ສຸດ, ແຕ່ມັນອາດຈະຕົກລົງມາຢ່າງໜັກ ແລະໄວເກີນໄປ, ແລະອາດຈະສົ່ງຜົນໃຫ້ຂີ້ເຫຍື້ອໄຫລຖ້ວມ ພ້ອມທັງເຮັດໃຫ້ເກີດໄພນ້ຳຖ້ວມທົ່ວຂົງເຂດທີ່ເກີດໄຟໄໝ້ມາກ່ອນນັ້ນ.
ທ່ານກ່າວໃນຖະແຫຼງການສະບັບນຶ່ງວ່າ ພື້ນທີ່ທີ່ຖືກໄຟໄໝ້ເຫຼົ່ານັ້ນ ມີຄວາມສ່ຽງຕໍ່ການໄຫລຂອງເສດຊາກຫັກພັງຫຼາຍຂື້ນ ເນື່ອງຈາກພືດຕ່າງໆທີ່ຊ່ວຍຮັກສາດິນຢູ່ບໍລິເວນນັ້ນ ຖືກໄຟໄໝ້ໝົດແລ້ວ, ແລະຍັງມີເສດຊາກຕ່າງໆທີ່ອາດລອຍມານໍາ ເຊັ່ນ ຂີ້ເຖົ່າ, ດິນ ແລະ ຫີນ.
ເຈົ້າໜ້າທີ່ຂອງແຂວງກ່າວວ່າ ອາດມີການປິດຖະໜົນ, ແລະຮຽກຮ້ອງໃຫ້ປະຊາຊົນພາກັນກຽມພ້ອມ ຖ້າຈໍາເປັນຕ້ອງອອກຄໍາສັ່ງໃຫ້ມີການອົບພະຍົບເກີດຂຶ້ນ.
ຟໍຣັມສະແດງຄວາມຄິດເຫັນ