ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ພິພາກສາ ອີຈິບ ຕົກລົງ ຈະກໍາກັບ ການລົງປະຊາມະຕິ (ສະໄລດ໌)


ຫົວໜ້າສານສູງສຸດ ອີ່ຈິບ ທ່ານ Ahmed el-Zind (ກາງ) ແລະ ຄະນະ ​ຕົກລົງ​ທີ່​ຈະກຳກັບ​​ການ​ລົງ​ປະຊາມະຕິ ຊຶ່ງ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ່ 15 ​ເດືອນ​ທັນວານີ້ ​
ຫົວໜ້າສານສູງສຸດ ອີ່ຈິບ ທ່ານ Ahmed el-Zind (ກາງ) ແລະ ຄະນະ ​ຕົກລົງ​ທີ່​ຈະກຳກັບ​​ການ​ລົງ​ປະຊາມະຕິ ຊຶ່ງ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ່ 15 ​ເດືອນ​ທັນວານີ້ ​
ບັນດາ​ຜູ້​ພິພາກສາຂັ້ນ​ອາວຸ​ໂສ​ສຸດຂອງ ອີ​ຈິບ ພາກັນ​ຕົກລົງ​ທີ່​ຈະ
ກຳກັບ​ເບິ່ງ​ແຍງ​ແນະ​ນໍາການ​ລົງ​ມະຕິ ຊຶ່ງ​ຈະ​ຈັດ​ຂຶ້ນໃນ​ວັນ​ທີ່ 15 ​
ເດືອນ​ທັນວານີ້ ​ເພື່ອ​ຮັບຮອງ​ເອົາລັດ​ຖະ​ທໍາ​ມະນູນສະບັບ​ໃໝ່ ​
ຊຶ່ງ​ຕົ້ນຕໍແລ້ວແມ່ນ​ຮ່າງຂຶ້ນ​ໂດຍ​ພັກສາ​ສະໜາອິສລາ​ມິ​ສ ເຮັດ​
ໃຫ້ ປະທານາທິບໍດີ Mohammed Morsi ​ທີ່​ຮຽກຮ້ອງ​ໃຫ້​ມີ​ການ​
ປ່ອນ​ບັດນັ້ນມີ​ຄວາມ​ເຂັ້ມ ແຂງ​ເພີ້ມຂຶ້ນ.

ສະພາ​ຕຸລາການສູງ​ສຸດຂອງ​ອີ​ຈິບ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຕົນ
​ຈະ​ມອບວຽກ​ໃຫ້​ແກ່ພວກ​ເຈົ້າ​ໜ້າ​ທີ່ ​ເພື່ອ​ກຳກັບ​ນຳ​ການລົງມະ
ຕິ ທີ່ໄດ້​ຖືກປະຕິ​ເສດ​ຈາກພວກ​ຜູ້​ພິພາກສາ​ຊັ້ນ​ຕໍ່າ ພ້ອມ​ດ້ວຍ​ສະ​
ໂມ​ສອນ​ຜູ້​ພິພາກສາ​ທີ່​ມີອິດ​ທິພົນ ຮ່ວມ​ຫົວ​ກັນຄັດຄ້ານ​ກ່ຽວ​ກັບ
​ເລື່ອງ​ນີ້. ສະ​ໂມ​ສອນ​ຜູ້​ພິພາກສາ ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ
​ອາທິດຜ່ານ​ມາຮຽກຮ້ອງໃຫ້​ຮ່ວມ​ຫົວ​ກັນ ​ປະທ້ວງຕໍ່ຕ້ານ​ດຳລັດ​
ຂອງທ່ານ Morsi ​ທີ່​ອອກ​ໃນ​ວັນ​ທີ 22 ພະຈິກ ທີ່​ຫ້າມ​ບໍ່​ໃຫ້ສານ​ໃດໆກໍ​ຕາມ ​ທ້າ​ທາຍ
ການ​ຕັດສິນ​ໃຈ​ຂອງ​ທ່ານ.

ປະທານາທິບໍດີ Morsi ຕ້ອງການ​ຢາກ​ໃຫ້​ຄະນະ​ຕຸລາການ​ເປັນ​ຜູ້​ຊີ້ນຳ ​ໃນ​ການ​ລົງ​ປະຊາ​ມະຕິ ເພື່ອ​ໃຫ້ເປັນ​ການ​ເຄື່ອນ​ໄຫວ​ທີ່​ຖືກຕ້ອງຊອບ​ທຳ​ຕາມ​ກົດໝາຍ ກ່ຽວ​ກັບ​ການລົງ​ປະຊາ​ມະຕິ​ນີ້ ແລະລັດຖະທໍາ​ມະນູນ ທີ່​ຮ່າງ​ຂຶ້ນ​ໂດຍ​ພັນ​ທະ​ມິດ​ຂອງ​ທ່ານຢູ່​ໃນ​ສະພາຮ່າງ​ລັດຖະທຳ​ມະນູນ​ ທີ່​ໄດ້​ນໍາ​ສົ່ງເອກ​ກະສາ​ນ​ໃຫ້​ທ່ານ​ໃນ​ວັນ​ເສົາ​ແລ້ວນີ້. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າພວມ​ດຳ​ເນີນ​ການ​ຕໍ່​ໄປ​ກ່ຽວ​ກັບແຜນການ​ລົງປະຊາມະ​ຕິ ຮວມ​ທັງ​ຈັດແຈງໃຫ້ຊາວ​ອີ​ຈິບ​ ທີ່​ຢູ່​ຕ່າງປະ​ເທດ​ໄປປ່ອນ​ບັດໄດ້ ຢູ່ຕາມສະຖານທູດຕ່າງໆ​ຂອງ​ຕົນ​ໃນ​ຕ່າງປະ​ເທດ.

ກ່ຽວຂ້ອງກັນ

XS
SM
MD
LG