ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄົນທີ່ສູບຢາ ມີຄວາມສ່ຽງທີ່ຈະຕາຍຍ້ອນ COVID-19 ສູງຫຼາຍ


ຜູ້ຊາຍຊາວ ຈໍແດັນ ສູບຢາຢູ່ນະຄອນຫຼວງ ອຳມານ. 17 ມີນາ, 2021.
ຜູ້ຊາຍຊາວ ຈໍແດັນ ສູບຢາຢູ່ນະຄອນຫຼວງ ອຳມານ. 17 ມີນາ, 2021.

ໃນການສະເຫຼີມສະຫຼອງວັນຕ້ານຢາສູບໂລກ, ອົງການອະນາໄມໂລກ ໄດ້ຮຽກຮ້ອງຕໍ່ຜູ້ສູບຢາທັງ ຫຼາຍໃຫ້ເຊົາພຶດຕິກຳຂອງເຂົາເຈົ້າຊະ, ໂດຍເຕືອນວ່າເຂົາເຈົ້າມີຄວາມສ່ຽງທີ່ຈະຕາຍຍ້ອນໂຄວິດຫຼາຍກວ່າຜູ້ທີ່ບໍ່ສູບຢາ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫົວໜ້າໂຄງການຄວບຄຸມຢາສູບຂອງອົງການອະນາໄມໂລກ ທ່ານ ວິນາຢັກ ປຣະຊາດ ໄດ້ບອກວີໂອເອວ່າ ການສຶກສາທາງດ້ານວິທະຍາສາດຈຳນວນຫຼາຍໃນປີທີ່ຜ່ານມາໄດ້ຢືນຢັນວ່າຄົນທີ່ສູບຢາຈະມີຄວາມສ່ຽງຫຼາຍກວ່າໃນການພັດທະນາເປັນໂຣກທີ່ຮ້າຍແຮງເຖິງ 50 ເປີເຊັນ ແລະ ການຕາຍຍ້ອນ COVID-19.

ທ່ານ ປຣະຊາດ ໄດ້ກ່າວວ່າ “ມັນມີເຫດຜົນ ເພາະວ່າການສູບຢາມັນຈະທຳລາຍການເຮັດວຽກຂອງປອດ ແລະ ໄວຣັສນີ້ຈະໂຈມຕີປອດ. ສະນັ້ນ, ພວກເຮົາຈຶ່ງເຫັນວ່າມີເຫດຜົນສຳລັບການເອົາມາດຕະການບໍ່ສູບຢາ.”

ອົງການອະນາໄມໂລກໄດ້ຮຽກຮ້ອງໃຫ້ຄົນທີ່ສູບຢາທັງຫຼາຍເຂົ້າຮ່ວມໂຄງການເລີກສູບຢາທີ່ມີມາຕະຫຼອດປີຂອງເຂົາເຈົ້າ, ເຊິ່ງຈະຊ່ວຍປະເທດຕ່າງໆຂະຫຍາຍການບໍລິການຄວບຄຸມຢາສູບຂອງເຂົາເຈົ້າ. ສິ່ງທີ່ວ່ານີ້ລວມມີການດຳເນີນໂຄງການລະມັດລະວັງແຫ່ງຊາດ, ເປີດຄລີນິກເລີກສູບຢາໃໝ່, ແລະ ສະໜອງການບຳບັດທົດແທນສານນິໂຄທີນໃນຢາສູບ.

ທ່ານ ປະຣະຊາດ ເວົ້າວ່າມັນສຳຄັນເປັນຢ່າງຍິ່ງທີ່ຈະເຮັດໃຫ້ຜູ້ສູບຢາຮູ້ ກ່ຽວກັບ ຄວາມສ່ຽງຕ່າງໆທີ່ເຂົາເຈົ້າມີ. ທ່ານເວົ້າວ່າປະມານ 8 ລ້ານຄົນຈະຕາຍໄວໃນປີນີ້ຍ້ອນໂຣກທີ່ກ່ຽວຂ້ອງກັບຢາສູບ, ເຊັ່ນໂຣກມະເຮັງ, ໂຣກຫົວໃຈ ແລະ ຄວາມເຈັບປ່ວຍທີ່ກ່ຽວຂ້ອງກັບການຫາຍໃຈ. ການຕາຍສ່ວນໃຫຍ່ຈະເກີດຂຶ້ນໃນບັນດາປະເທດທີ່ມີລາຍໄດ້ຕໍ່າ.

ທ່ານໄດ້ກ່າວຢໍ້າວ່າ ປົກກະຕິມັນຈະໃຊ້ເວລາຫຼາຍສິບປີສຳລັບໂຣກທີ່ຮ້າຍແຮງດັ່ງກ່າວທີ່ຈະພັດ ທະນາຕົວ. ສະນັ້ນ, ການປ້ອງກັນປະຊາຊົນໄວໜຸ່ມຈາກການມີນິໄສນີ້ແມ່ນສຳຄັນຫຼາຍ ເຊິ່ງນັ້ນສາມາດນຳໄປສູ່ການຕິດຢາສູບຕະຫຼອດຊີວິດ.

ທ່ານໄດ້ກ່າວຫາອຸດສາຫະກຳຢາສູບ ສຳລັບການແນເປົ້າໃສ່ປະຊາຊົນໄວໜຸ່ມເພື່ອໃຫ້ເຂົາເຈົ້າຕິດຜະລິດຕະພັນຂອງເຂົາດ້ວຍການແຈກຂອງຟຣີິ, ເຊັ່ນປີ້ ຄອນເສີດ, ກ່ອງສານນິໂຄທີນ ແລະ ຢາສູບໄຟຟ້າ. ທ່ານໄດ້ກ່າວວ່າສິ່ງດັ່ງກ່າວນີ້ໄດ້ປະສົບຜົນສຳເລັດໃນຫຼາຍປະເທດ. ຍົກຕົວຢ່າງ, ທ່ານໄດ້ກ່າວຢໍ້າວ່າ ເດັກຊາຍໄວລຸ້ນ 38 ເປີເຊັນໃນປະເທດ ອິນໂດເນເຊຍ ແມ່ນສູບຢາ.

ທ່ານ ປຣະຊາດ ໄດ້ກ່າວວ່າ “ເຊັ່ນດຽວກັນ, ຍົກຕົວຢ່າງໃນ ຢູໂຣບ, ການສູບຢາຂອງຍິງສາວ, ແມ່ຍິງແມ່ນສູງຫຼາຍ, ການປຽບທຽບລະຫວ່າງຜູ້ຊາຍກັບແມ່ຍິງແມ່ນບໍ່ມີຄວາມແຕກຕ່າງອີກຕໍ່ໄປແລ້ວ. ອຸດສາຫະກຳດັ່ງກ່າວແມ່ນກຳລັງສືບຕໍ່ ເກັບກ່ຽວເອົາຜົນປະໂຫຍດທັງໝົດ ທີ່ເຂົາເຈົ້າສາ ມາດເຮັດໄດ້ຈາກແມ່ຍິງຈຳນວນຫຼາຍ ແລະ ຫຼາຍກວ່າເກົ່າ, ໂດຍແນເປົ້າໃສ່ເດັກຍິງ, ເດັກໄວລຸ້ນຈາກກຸ່ມທີ່ ວ່ານີ້, ແລ້ວສືບຕໍ່ຜັກດັນຜະລິດຕະພັນຂອງເຂົາເຈົ້າໃນບັນດາປະເທດທີ່ກຳລັງພັດທະ ນາ.”

ອົງອະນາໄມໂລກລາຍງານວ່າ ການຕັ້ງພາສີຈຳນວນຫຼາຍຕໍ່ຜະລິດຕະພັນຢາສູບແມ່ນນຶ່ງໃນວິທີທີ່ມີປະສິດທິຜົນທີ່ສຸດໃນການເຮັດໃຫ້ຄົນເຊົາສູບຢາ. ມາດຕະການຫຼຸດຜ່ອນການສູບຢາທີ່ປະສົບຜົນສຳເລັດອື່ນໆລວມມີການຫ້າມໂຄສະນາ ແລະ ສົ່ງເສີມໃດໆ, ການເຕືອນດ້ານສຸຂະພາບຕໍ່ຜະ ລິດຕະພັນຢາສູບ ແລະ ການຕັ້ງເຂດຕ່າງໆໃຫ້ເປັນເຂດປອດຢາສູບ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG