ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ໄດ້ມີການພົບເຫັນວ່າມີ ຄວັນຢູ່ໃນ ເຮືອບິນ ໂດຍສານ EgyptAir ກ່ອນມັນຈະຕົກ


ຊິ້ນສ່ວນຈາກຊາກຂອງເຮືອບິນໂດຍສານ EgyptAir ຖ້ຽວບິນ 804. ຮູບນີ້ ຖືກໂພສຕ໌ລົງ ໃນວັນເສົາວານນີ້ ວັນທີ 21 ພຶດສະພາ 2016, ໃນໜ້າເຟັສບຸກທີ່ເປັນທາງການ ຂອງໂຄສົກ ກອງກຳລັງຂອງອີຈິບ.
ຊິ້ນສ່ວນຈາກຊາກຂອງເຮືອບິນໂດຍສານ EgyptAir ຖ້ຽວບິນ 804. ຮູບນີ້ ຖືກໂພສຕ໌ລົງ ໃນວັນເສົາວານນີ້ ວັນທີ 21 ພຶດສະພາ 2016, ໃນໜ້າເຟັສບຸກທີ່ເປັນທາງການ ຂອງໂຄສົກ ກອງກຳລັງຂອງອີຈິບ.

ບັນດາເຈົ້າໜ້າທີ່ສືບສວນ ໄດ້ກ່າວໃນວັນເສົາວານນີ້ວ່າ ບໍ່ເທົ່າໃດນາທີ ກ່ອນທີ່ ເຮືອບິນ ຂອງສາຍການບິນ EgyptAir ຖ້ຽວບິນ 804 ຈະດິ່ງລົງສູ່ທະເລ Mediterranean ພ້ອມ ກັບ 66 ຄົນ ທີ່ຢູ່ເທິງເຮືອບິນນັ້ນ ຄວັນໄຟໄດ້ຖືກກວດພົບເຫັນ ຢູ່ພາຍໃນຍົນ.

ກອງທັບຂອງອີຈິບ ໄດ້ເປີດເຜີຍ ຮູບພາບຕ່າງໆຂອງຊາກຫັກພັງ ລວມທັງຖົງສີບົວ ເສື້ອ ຊູຊີບ ຜ້າປົກຄຸມຕັ່ງນັ່ງທີ່ຈີກຂາດ ແລະ ຊິ້ນສ່ວນທີ່ບິດບ້ຽວສະແດງໃຫ້ເຫັນ ຊື່ຂອງ ສາຍການບິນ “EgyptAir”.

ພາບນີ້ ທີ່ໄດ້ຖືກໂພສລົງ ໃນວັນເສົາທີ 21 ພຶດສະພາ 2016, ໃນໜ້າເຟັສບຸກທີ່ເປັນທາງການ ຂອງໂຄສົກ ກອງກຳລັງທະຫານອີຣັກ ສະແດງໃຫ້ເຫັນຊິ່ນສ່ວນຕັ່ງນັ່ງໜ່ວຍນຶ່ງ ຈາກເຮືອບິນໂດຍສານ EgyptAir ຖ້ຽວບິນ 804.
ພາບນີ້ ທີ່ໄດ້ຖືກໂພສລົງ ໃນວັນເສົາທີ 21 ພຶດສະພາ 2016, ໃນໜ້າເຟັສບຸກທີ່ເປັນທາງການ ຂອງໂຄສົກ ກອງກຳລັງທະຫານອີຣັກ ສະແດງໃຫ້ເຫັນຊິ່ນສ່ວນຕັ່ງນັ່ງໜ່ວຍນຶ່ງ ຈາກເຮືອບິນໂດຍສານ EgyptAir ຖ້ຽວບິນ 804.

​ຂໍ້ມູນທີ່ໄດ້ຮັບຄັ້ງຫຼ້າສຸດ ບໍ່ໄດ້ໃຫ້ຮ່ອງຮອຍໃດໆເລີຍ ແລ້ວກໍຍັງບໍ່ມີຄຳຕອບວ່າ ແມ່ນ ຫຍັງທີ່ອາດເກີດຂຶ້ນ ໃນຂະນະດຽວກັນ ບັນດາໜ່ວຍຄົ້ນຫາ ກໍສືບຕໍ່ຊອກຫາຊາກຫັກ ພັງຕໍ່ໄປ.

ເຄື່ອງບັນທຶກຂອງການບິນສອງຫີບ ທີ່ເອີ້ນວ່າ “black boxes ຫຼື ຫີບດຳ” ຍັງຈະຕ້ອງ ໄດ້ຖືກເກັບກູ້ຄືນມາ ຈາກພື້ນທະເລ Mediterranean ຊຶ່ງເຊື່ອກັນວ່າ ຢູ່ຫ່າງຈາກເມືອງ ແຄມຝັ່ງ Alexandria ຂອງອີຈິບ ໄປປະມານ 290 ກິໂລແມັດ ທາງກ້ຳເໜືອ ກ່ອນທີ່ ພວກເຈົ້າໜ້າທີ່ສືບສວນ ຈະສາມາດ ລວບລວມຂໍ້ມູນ ເພື່ອໃຫ້ຮູ້ ສະຖານະການ ທີ່ອາດ ເກີດຂຶ້ນ.

ເສັ້ນທາງ ການບິນ ຂອງສາຍການບິນ EgyptAir

ລັດຖະມົນຕີຕ່າງປະເທດຂອງຝຣັ່ງ ທ່ານ Jean-Marc Ayrault ກ່າວວ່າ ທ່ານ ແລະ ບັນດາເຈົ້າໜ້າທີ່ຄົນອື່ນໆ ພ້ອມດ້ວຍ ເອກອັກຄະລັດຖະທູດ ອີຈິບປະຈຳຝຣັ່ງ ໄດ້ພົບ ປະກັບ ສະມາຊິກຄອບຄົວຂອງຜູ້ເຄາະຮ້າຍຈຳນວນ 100 ຄົນ ເພື່ອສະແດງ “ຄວາມ ເຫັນອົກເຫັນໃຈຂອງພວກເຮົາຢ່າງເລິກເຊິ່ງ” ຕໍ່ເຫດການຍົນຕົກນັ້ນ.

ການກ່າວຖະແຫລງຕໍ່ບັນດານັກຂ່າວ ຫຼັງຈາກການພົບປະດັ່ງກ່າວ ທ່ານ Ayrault ໄດ້ ກ່າວວ່າ “ການຕັ້ງການສັນນິຖານທັງຫຼາຍ ແມ່ນກຳລັງຖືກກວດສອບເບິ່ງ ແຕ່ບໍ່ມີຂໍ້ ສັນນິຖານອັນໃດທີ່ເຫັນວ່າດີພໍ.”

ເຮືອບິນ Airbus A320 ທີ່ສ້າງໂດຍຝຣັ່ງ ໄດ້ບິນອອກຈາກນະຄອນ ປາຣີ ໄປຍັງ ນະຄອນ ໄຄໂຣ ໃນຕອນເຊົ້າວັນພະຫັດອາທິດແລ້ວນີ້ ໃນເວລາມັນໄດ້ ລ້ຽວຢ່າງກະທັນ ຫັນສອງເທື່ອ ກ່ອນທີ່ມັນຈະດິ່ງລົງຈາກປະມານ 6,700 ແມັດ ແລະ ຫາຍໄປຈາກຈໍເຣດາ ໂດຍປາສະຈາກການສົ່ງສັນຍານຂໍຄວາມຊ່ອຍເຫຼືອໃດໆຈາກລູກເຮືອເລີຍ.

ອີຈິບ ຝຣັ່ງ ກຣິສ ແລະ ສະຫະລັດ ລວມຢູ່ໃນບັນດາປະເທດ ທີ່ໄດ້ສົ່ງພວກເຮືອບິນ ແລະ ກຳປັ່ນຕ່າງໆ ໄປຊ່ອຍໃນການຊອກຫາເຮືອບິນທີ່ຕົກນີ້.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

People Pray in Cairo for EgyptAir Victims
please wait

No media source currently available

0:00 0:00:50 0:00

XS
SM
MD
LG