ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນະຄອນຫຼວງຈີນ ຖືກປົກຄຸມ ດ້ວຍໝອກກົ້ວ ມາເກືອບ 1 ອາທິດແລ້ວ (ສະໄລດ໌/ວີດີໂອ)


ເປັນເວລາ ເກືອບນຶ່ງສັບປະດາມາແລ້ວ ນະຄອນຫຼວງປັກກິງຂອງ
ຈີນແລະໃນບໍລິເວນທີ່ກວ້າງໃຫຍ່ທາງພາກຕາເວັນອອກສຽງເໜືອ
ຂອງປະເທດ ໄດ້ຖືກປົກຄຸມດ້ວຍໝອກກົ້ວແລະໜາທີ່ປາກົດວ່າບໍ່
ເຄື່ອນໄຫວໄປໃສ. ອົງການອະນາໄມໂລກກ່າວວ່າສະຖານະການ
ດັ່ງກ່າວ ຄວນຈະມອງເຫັນວ່າ ເປັນວິກິດການອັນນຶ່ງ. ເຖິງຢ່າງໃດ
ກໍດີລັດຖະບານຈີນໄດ້ທຳການເຄື່ອນໄຫວແບບຄ່ອຍໆເປັນຄ່ອຍໆ
ໄປ ຕໍ່ອັນທີ່ພວກປະຊາຊົນໃນຂົງເຂດ ບາງຄົນກ່າວວ່າ ເປັນໝອກ
ກົ້ວຄັ້ງຮ້າຍແຮງທີ່ສຸດ ທີ່ພວກເຂົາເຈົ້າບໍ່ເຄີຍປະສົບມາກ່ອນ.

ໃນຂະນະທີ່ພວກປະຊາຊົນໃນນະຄອນຫຼວງປັກກິງພາກັນຫຼີກລ້ຽງ ອາກາດທີ່ປົກຄຸມດ້ວຍໝອກໜາໃນສັບປະດານີ້ ແລະພາກັນຢູ່ໃນ
ບ້ານເຮືອນ ປະທານປະເທດຈີນ ທ່ານ Xi Jinping ໄດ້ທຳການຢ້ຽມຢາມ ໂດຍບໍ່ບອກໃຫ້ ຮູ້ລ່ວງໜ້າ ໃນຂົງເຂດເກົ່າແກ່ແຫ່ງນຶ່ງ ໃນກຸງປັກກິງ ໃນສັບປະດານີ້.

ເບິ່ງວີດີໂອກ່ຽວຂ້ອງ:

Thick Smog Blankets Chinese City for Third Day
please wait

No media source currently available

0:00 0:00:41 0:00
ລິງໂດຍກົງ


ບັນດານັກວິເຄາະ ດ້ານການເມືອງ ກ່າວວ່າ ການຢ້ຽມຢາມດັ່ງກ່າວ ເປັນຄວາມພະຍາຍາມ
ອີກຄັ້ງນຶ່ງຂອງທ່ານ Xi Jinping ເພື່ອສະແດງໃຫ້ເຫັນວ່າ ທ່ານເປັນນຶ່ງໃນໝູ່ມວນຊົນ. ເຖິງ ຢ່າງໃດກໍດີ ເປັນທີ່ສັງເກດໃຫ້ເຫັນເຊັ່ນກັນ ກ່ຽວກັບການຢ້ຽມຢາມນີ້ ກໍແມ່ນວ່າປະທານປະ ເທດ ຫຼືຝູງຊົນອ້ອມຂ້າງທ່ານ ບໍ່ມີຜູ້ໃດໃສ່ເຄື່ອງຫຸ້ມໜ້າຫຸ້ມຕາ.

ການຢ້ຽມຢາມດັ່ງກ່າວ ມີຂຶ້ນໃນມື້ດຽວກັນ ກັບຜູ້ຕາງໜ້າອົງການອະນາໄມໂລກ ປະຈຳຈີນ ທ່ານ Bernhard Schwartlander ເອີ້ນສະຖານະການ ເລື້ອງອາກາດເປິເປື້ອນນີ້ວ່າ ເປັນ ວິກິດການອັນນຶ່ງ.

ເບິ່ງວີດີໂອກ່ຽວຂ້ອງພາສາລາວ:
XS
SM
MD
LG