VS: ພິພິດທະພັນ Smithsonian ໄດ້ຈັດງານມະຫະ
ກຳ Folklife Festival ຂຶ້ນເປັນປະຈຳທຸກໆປີ ແລະປີນີ້
ກໍເປັນຄັ້ງທີ່ 44th ທີ່ທຳການນຳສະເຫນີ ວິຖີຊີວິດ,
ສັງຄົມ ພາສາ ການປາກເວົ້າ ຮີດຄອງປະເພນີ ວັດທຳ
ນະທຳ ສິນລະປະ ວັນນະຄະດີ ແມ່ນກະທັງອາຫານ
ການກິນ ຂອງຊົນຊາດຕ່າງໆ ຊຶ່ງຖືວ່າເປັນການກະຈ່າຍ
ຄວາມຮູ້ ແລກປ່ຽນຂໍ້ມູນແລະສຶກສາຊຶ່ງກັນແລະກັນ
ຊຶ່ງປິນີ້ ກໍພິເສດແດ່ເພາະ ທາງພິພິດທະພັນໄດ້ຈັດໃຫ້
ມີການສະແດງດັງກ່າວຂອງປະເທດ ເມ໊ກຊິກໂກແລະກຸ່ມ
ຊາວເອເຊຍ ປາຊິຟິກ ອະເມຣິກັນ ທີ່ໃຫ້ຊື່ວ່າ Asian
Fusion ຄັ້ງນີ້ ໂດຍສະເພາະ ໃນຂົງເຂດ Washington DC ນີ້. ແລະມື້ນີ້ທາງ VOA
ກໍໄດ້ສຳພາດກັບ ເອເປີຣລ ສຸລະມາລີ ນຶ່ງໃນຕົວແທນຂອງປະຊາຄົມລາວອະເມຣິກັນ
ໃນຂົງເຂດ Washington DC ນີ້ ຊຶ່ງ ນາງ ເອເປີຣລ ເວົ້າວ່າ
/April Act/
VS: ທາງປະຊາຄົມລາວ
ອະເມຣິກັນໄດ້ມີການສະແດງ
ຟ້ອນ ລຳ ສະແດງດົນຕີ
ແລະອື່ນໆ ຊຶ່ງເປັນການຮວມ
ຕົວຂອງຄະນະນາດຕະສິນ
Swan Dance ສະມາຄົມ
ສຕຣີລາວອະເມຣິກັນ ອົງການ
ມູນນິທິມໍຣະດົກລາວ ສະມາຄົມ
ລາວອະເມຣິກັນ ຂົງເຂດ
Washington DCພ້ອມທັງ
ພາກສ່ວນເອກກະຊົນ ແລະສວ່ນບຸກຄົນນຳ ສາວນ້ອຍReagan Norton ນຶ່ງໃນບັນດາ
ນັກຟ້ອນໄດ້ສະແດງຄວາມເຫັນກັບ VOA ວ່າດັ່ງນີ້
/Reagan Act/
VS: ພ້ອມດຽວກັນນັ້ນຍັງໄດ້ມີທັງຫມໍລຳ ຄົນເລົ່ານິທານ ແມ່ຄົວແລະຜູ້ກຳກັບຢ່າງອື່ນ
ເຂົ້າສະແດງຄວາມຮູ້ສຶກຕ່າງໆນາໆ ໂດຍມີທ່ານ ກາຍຍະສິດ ຣັດຕະນະວົງກົດ
ທ່ານຄຳສາ ສູນວຽງໄຊ ຍານາງບຸນຈັນ ເສນທະວົງ ແລະ ຍານາງ ຄຳປະເສດ ພັນທະວົງ
ໄດ້ສະແດງຄວາມຮູ້ສຶກກຽ່ວກັບການປະກອບສ່ວນຂອງປະຊາຄົມລາວອະເມຣິກັນ
ໃນຄັ້ງນີ້ໂດຍສະເພາະເຍົາວະຊົນທີ່ເກີດແລະເຕີບໂຕມາໃນສະຫະຣັດ ຊຶ່ງຕ່າງກໍໄດ້
ໃຫ້ຄວາມເຫັນດັ່ງນີ້:
/Kayasith Rattanavongkoth Act/
/Khamsa Sounviengxay Act/
/Bounchanh Senethavong Act/
/Khampaseut PhanthavongAct/
VS: ບັນຍາກາດຂອງງານແມ່ນຄຶກຄື້ນມີທັງການຮ້ອງລຳທຳເພງ ສະແດງ
ຫຼາກຫຼາຍສິນລະປະ ການຟ້ອນລຳຂອງແຕ່ລະກຸ່ມ ແລະມີທັງອາຫານການ
ກິນ ຊຶ່ງມິຜູ້ເຂົ້າຊົມຈຳນວນນັບແສນ ພ້ອມດຽວກັນນີ້ກໍໄດ້ມີແຂກຜູ້ຊົມທີ່ເປັນ
ຄົນລາວທີ່ເດີນທາງມາຈາກກຸ່ມປະເທດແຖບເອີຣົບຫຼາຍທ່ານດ້ວຍກັນ ແລະທ່ານແກ້ວຕາ
ສຸວັນນະຣາດກໍເປັນນຶ່ງໃນນັ້ນທີ່ໄດ້ສະແດງອອກ ເຖິງຄວາມຮູ້ສຶກໃນການໄດ້ເປັນສັກຂີ
ພິຍານແລະໄດ້ເຫັນບົດບາດຂອງຊາວລາວໃນການສະແດງຄັ້ງນີ້ຊຶ່ງທ່ານແກ້ວຕາ ກ່າວດັ່ງນີ້:
/ Keota Souvannarath Act/
VS: ການສະແດງຂອງກຸ່ມປະຊາຄົມລາວຍັງຈະມີອີກ ໃນວັນເສົາທີ່ຈະມາ
ເຖິງນີ້ ຈະເປັນການເຕັ້ນ Break dance, ຂອງເຍົາວະຊົນທີ່ໄດ້ນຳການເຕັ້ນຂອງຊາວ
ຕະເວັນຕົກມາປະສົມເຂົ້າກັບຄວາມເປັນລາວ ການຫັດຂຽນພາສາລາວ ແລະຄົວກິນ
ຂໍເຊີນຊວນທ່ານຜູ້ທີ່ຢູ່ພາຍໃນຂົງເຂດ Washington DC ຫາໂອກາດມາຮ່ວມ
ເພາະໂອກາດດີໆແບບນີ້ບໍ່ຄອຍຈະມີໃຫ້ເຫັນເລື້ອຍໆ ແລະແນ່ນອນຢ່າງນ້ອຍ
ທ່ານຈະໄດ້ຮຽນຮູ້ທັງຂນົບທຳນຽມປະເພນີຂອງຊາດຕົນແລະຂອງກຸ່ມອື່ນອີກນຳ
ເພື່ອຈະໄດ້ຢູ່ກັນຢ່າງສັນຕິແລະມີການແລກປ່ຽນວັດທະນະທຳຊຶ່ງກັນແລະກັນ
ແລະໂອກາດຫນ້າທາງລາຍການຊີວິດຊາວລາວໃນຕ່າງແດນ ຈະນຳສເຫນີວິຖີຊີວິດ
ຂອງຊາວລາວໃນຕ່າງແດນໃຫ້ທ່ານຜູ້ຟັງອີກ ກະລຸນາຄອຍຕິດຕາມ.
ຂໍເຊີນ Click ບ່ອນສຽງເພື່ອທ່ານຈະຟັງລາຍງານແລະການສຳພາດທັງຫມົດ