ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ເມສາ ໒໐໒໖

ທຸ​ລະ​ກິດ​ຂະ​ຫນາດ​ນ້ອຍ ​ແລະ​ກາງຮຽກ​ຮ້ອງ​ ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ສິນ​ເຊື່ອຈາກ ກອງທຶນລັດຖະບານລາວຫຼາຍຂຶ້ນ

​ທະ​ນາ​ຄານ​ໃຫ້​ເງິນ​ກູ້​ຢືມ​ແກ່​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​​ແຫ່ງ​ນຶ່ງໃນ​ນະ​ຄອນ​ຫລວງວຽງ​ຈັນ​ຂອງ​ລາວ
​ທະ​ນາ​ຄານ​ໃຫ້​ເງິນ​ກູ້​ຢືມ​ແກ່​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​​ແຫ່ງ​ນຶ່ງໃນ​ນະ​ຄອນ​ຫລວງວຽງ​ຈັນ​ຂອງ​ລາວ

ບັນ​ດາຫົວໜ່ວຍທຸ​ລະ​ກິດ​ຂະ​ຫນາດ​ນ້ອຍ​ແລະ​ຂະ​ຫນາດ​ກາງ (SME) ຮຽກ​ຮ້ອງ​ໃຫ້​ມີ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ສິນ​ເຊື່ອຈາກກອງທຶນຂອງລັດຖະບານລາວຫຼາຍຂຶ້ນ ​ເພາະວ່າ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ພຽງ​ສ່ວນນ້ອຍ​ເທົ່າ​ນັ້ນ. ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາ​ງກອກ.

ນັກທຸລະກິດຂອງສະພາອຸດສາຫະກໍາແລະການຄ້າແຫ່ງຊາດໃຫ້​ການຢືນຢັນວ່າ ການ​ດຳ​ເນີນ​ມາດ​ຕະ​ການ​ຂອງລັດຖະບານລາວ ເພື່ອ​ຫລຸດ​ຜ່ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນ​ໄລຍະ ຜ່ານມາສາມາດໃຫ້ການຊ່ວຍເຫຼືອແກ່ຫົວໜ່ວຍທຸ​ລະ​ກິດ​ຂະ​ຫນາດ​ນ້ອຍ​ແລະ​ຂະ​ຫນາດ​ກາງ (SME) ໄດ້ພຽງສ່ວນ​ໜ້ອຍບໍ່​ເຖິງ 1 ເປີ​ເຊັນ​ຂອງ SME ທັງໝົດໃນທົ່ວປະເທດ ເພາະກອງທຶນສົ່ງເສີມ SME ຂອງລັດຖະບານມີຈໍານວນຈໍາກັດ. ສ່ວນ​ມາດ​ຕະການ​ຂໍ​ຄວາມ​ຮ່ວມ​ມື​ຈາກ​ທະນາຄານ​ການ​ຄ້າ ​ເພື່ອ​ຂໍ​ໃຫ້​ເລື່ອນ​ກາ​ນ​ຊຳ​ລະ​ໜີ້ ​ແລະເພີ້ມ​ວົງ​ເງິນ​ສິນ​ເຊື່ອ​ໃຫ້​ແກ່ບັນດາ SME ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ນັ້ນ ​ກໍ​ມີການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່ບໍ່ເປັນ​ເອກະ​ພາບກັນທັງຍັງປາກົດວ່າ ໄດ້​ມີ​ການ​ຕາມທວງຫນີ້ເກີດຂຶ້ນແລ້ວໃນເວລານີ້ ຊຶ່ງ​ລວມ​ເຖິງການຕິດຕາມທວງໜີ້ຈາກບັນ​ດາ​ລູກ​ຈ້າງ​ຂອງ SME ທີ່ໄດ້ຮັບຜົນກະທົບດັ່ງ​ກ່າວ​ອີກດ້ວຍ ​ດັ່ງ​ທີ່ນັກທຸລະກິດຂອງສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ໄດ້ໃຫ້​ການ​ຢືນ​ຢັນ​ວ່າ​:

“ທະນາຄານທຸລະກິດນີ້ ບໍ່ເອກະພາບກັນນະ. ທະນາຄານນຶ່ງ​ເຮັດແນວນຶ່ງ, ທະ​ນາ​ຄານ​ນຶ່ງ​ເຮັດ​ແນວ​ນຶ່ງ. ບັດນີ້ ສະຖາບັນການເງິນຈຸລະພາກຄື​ກັນ ເຮັດ​ແນວ​ນຶ່ງ. ພວກຂ້າ​ພະ​ເຈົ້າຢາກໃຫ້ ມັນມີຄໍາສັ່ງ​ໂລດໃຫ້​ປະ​ຕິ​ບັດ​ຄື​ກັນ. ເຈົ້າຊິເລື່ອນ 3 ເດືອນ, ເລື່ອນ 6 ເດືອນ, ກໍ​ໃຫ້ເຮັດຄື​ກັນ​ໝົດ​ເນາະ. ດຽວນີ້ ເລີ້ມໄປ​ຢຶດ​ລົດຢຶດລາເຂົາ​ແລ້ວ​ດຽວນີ້. ເລີ້ມຈັບກັນ​ກະ​ມີ. ມັນກໍ​ບໍ່ຄວນຫນາ. ທາງຄະນະ​ກຳມະການ​ຕ້ອງເຮັດ​ໜາ, ໂຕນີ້ຫັ້ນ​ໜະ. ດຽວນີ້​ກຳ​ມະ​ກອນ​ຢູ່​ນຳ​ເຮົາ 200 ປາຍຄົນມາ​ຫາເຮົາ​. ເຂົາ​ຊິ​ຢຶດ​ລົດ​ແລ້ວ ຢາກ​ມາ​ເຮັດ​ວຽກ​ຄືນ​ເນາະ."

ຜ່ານ​ມາກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍແລະຂະໜາດກາງ (SMEs) ຂອງລັດຖະບານລາວ ສາມາດໃຫ້ການຊ່ວຍເຫຼືອດ້ານເງິນທຶນແກ່ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໄດ້ພຽງ 638 ລາຍ ຈາກທັງໝົດຫຼາຍກວ່າ 125,800 ລາຍ ໃນທົ່ວປະເທດ ເນື່ອງຈາກລັດຖະບານລາວ ມີເງິນ​ທຶນຈຳກັດທີ່ສົມທົບເຂົ້າໃນກອງທຶນ SMEs ໄດ້ພຽງ 300 ຕື້ກີບເທົ່ານັ້ນ ໃນຊ່ວງປີ 2020 ຫາ 2021 ຊຶ່ງບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງໄດ້ຂໍການຮ່ວມມືໄປຍັງທະນາຄານທຸລະກິດເພື່ອຂໍໃຫ້ຫລຸດອັດຕາດອກເບ້ຍ ແລະເລື່ອນການຊຳລະໜີ້ເປັນເວລາ 3 ເດືອນ ສຳລັບ SME ທີ່ຖືກກະທົບນັ້ນ ດັ່ງທີ່ ທ່ານຄຳແພງໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າ ຢືນຢັນວ່າ:

“ກະຊວງອຸດສາຫະກຳແລະການຄ້າ ໄດ້ເປັນເຈົ້າການປະສານ-ສົມທົບກັບທະນາຄານທຸລະກິດ ຈຳນວນນຶ່ງທີ່ເຂົ້າຮ່ວມໂຄງການ ຫລຸດອັດຕາດອກເບ້ຍ ແລະເລື່ອນການຊຳລະຕົ້ນທຶນ ສຳລັບບ້ວງເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ເປັນເວລາ 3 ເດືອນໃຫ້ SMEs ຈຳນວນນຶ່ງ ແລະເລັ່ງສະໜອງທຶນຂອງລັດຖະບານ ຈຳນວນ 200 ຕື້ກີບ ສຳລັບປີ 2020 ແລະ 100 ຕື້ກີບ ສຳລັບປີ 2021.”

ຍິ່ງໄປກວ່ານັ້ນ ການທີ່ຈະໄດ້ຮັບການອະນຸມັດເງິນກູ້ຈາກກອງທຶນສະໜັບສະໜຸນ SME ກໍມີເງື່ອນໄຂຫຼາຍປະການທີ່ເຈົ້າຂອງກິດຈະການ SME ທີ່ຖືກກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນລາວ ຕ້ອງປະຕິບັດຕາມລະບຽບກົດໝາຍ ແລະເງື່ອນໄຂທີ່ທະນາຄານກຳນົດໄວ້ຢ່າງຄົບຖ້ວນ ໂດຍສະເພາະແມ່ນການຈົດທະບຽນ SME ແລະການນຳສະເໜີແຜນການດ້ານລາຍຮັບ ແລະລາຍຈ່າຍ ໃນທຸລະກິດທີ່ຊັດເຈນນັ້ນ.

ທັງນີ້ ລັດຖະບານລາວ ໂດຍກະຊວງການເງິນໄດ້ກູ້ຢືມເງິນຈາກທະນາຄານໂລກ ໃນມູນຄ່າ 40 ລ້ານໂດລາ ເມື່ອບໍ່ນານມານີ້ ສຳລັບນຳໃຊ້ໃນການຟື້ນຟູກິດຈະການຂອງບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສໂຄວິດ-19 ໃນທົ່ວປະເທດລາວ ຊຶ່ງເງິນກູ້ຢືມດັ່ງກ່າວ ໄດ້ຈັດແບ່ງອອກເປັນ 2 ສ່ວນຄື 34 ລ້ານໂດລາ ສຳລັບປ່ອຍເປັນເງິນກູ້ໃຫ້ SME ນຳໄປໃຊ້ເພື່ອຟື້ນຟູກິດຈະການ ໃຫ້ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ໄວທີ່ສຸດ ແລະ 6 ລ້ານໂດລານັ້ນ ສຳລັບນຳໃຊ້ໃນການພັດທະນາທາງດ້ານການບໍລິຫານ ແລະເທັກນິກສະໄໝໃໝ່ ທີ່ເປັນປະໂຫຍດຕໍ່ການພັດທະນາ SME ໃນລາວ ໃຫ້ສາມາດແຂ່ງຂັນກັບຕ່າງປະເທດໃຫ້ໄດ້ຢ່າງແທ້ຈິງ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ຈັດສັນເງິນທຶນມູນຄ່າ 1,800 ຕື້ກີບ ເປັນເງິນກູ້ໃຫ້ແກ່ບັນດາ SME ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອໄວຣັສໂຄວິດ-19 ແລະໄດ້ອະນຸມັດເງິນກູ້ແລ້ວ 1,652 ກວ່າຕື້ກີບໃຫ້ກັບ SME ຈຳນວນ 477 ລາຍ ທີ່ຜະລິດສິນຄ້າກະສິກຳແລະ ສິນຄ້າອຸປະໂພກ ບໍລິໂພກເປັນດ້ານຫຼັກ ຊຶ່ງໄດ້ມີການຖອນເງິນກູ້ດັ່ງກ່າວໄປແລ້ວ ໃນມູນຄ່າ 1,369 ກວ່າຕື້ກີບ ໃນຂະນະທີ່ກະຊວງແຜນການແລະການລົງທຶນ ປະເມີນວ່າ ການລະບາດໄວຣັສໂຄວິດ-19 ເຮັດໃຫ້ເສດຖະກິດຂອງລາວ ເກີດການເສຍຫາຍຫຼາຍກວ່າ 7,000 ຕື້ກີບ ແລະໄດ້ສົ່ງຜົນກະທົບ ຕໍ່ລາຍຮັບຂອງບັນດາຫົວໜ່ວຍທຸລະກິດທີ່ມີຢູ່ຫຼາຍກວ່າ 129,690 ລາຍຢ່າງຫລີກລ້ຽງບໍ່ໄດ້ ໂດຍໃນນີ້ເກີນກວ່າ 97 ເປີເຊັນ ກໍຄື SMEs ນັ້ນເອງ.

XS
SM
MD
LG