ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂທລະສັບສະຫລາດ ຊ່ອຍໃນການວິນິດໄສ ໂຣກ HIV ໄດ້ (ວີດີໂອ ພາສາລາວ)


Smartphones May Help in Diagnosing HIV
please wait

No media source currently available

0:00 0:02:30 0:00

ເບິ່ງວີດີໂອ ລາຍງານນີ້ ເປັນພາສາອັງກິດກ

ການ​ວິນິດ​ໄສ ພະຍາດ​ຕິດ​ແປດ​ຕ່າງໆ ​ເຊັ່ນ HIV ນັ້ນ ຕ້ອງ​ທຳ
​ການ​ກວດທາງແພດ ​ທີ່​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າ​ຍຫລາຍ ຊຶ່ງ​ເຮັດ​ໃຫ້
ການ​ວິນິດ​ໄສ ​ແພງເກີນ​ໄປ​ສຳ​ຫລັບ​ພວກ​ຄົນ​ປ່ວຍ​ ທີ່​ທຸກ​ຍາກ
ຫຼື ພວກ​ທີ່ອາ​ໄສຢູ່ຫ່າງ​ໄກ​ສອກ​ຫລີກ. ​ແຕ່​ເທັກ​ໂນ​ໂລ​ຈີອັນໃໝ່
​ທີ່​ເອີ້ນ​ວ່າ “ຫ້ອງ​ທົດ​ລອງ​ຢູ່​ໃນ chip ຫຼື lab-on-a-chip”
ອາດ​ຊ່ວຍໃຫ້ຫຼາຍໆຄົນ​ເພີ້​ມຂຶ້ນ ​ສາມາດ​ໄປ​ກວດ​ໄດ້. ຜູ້​ສື່​ຂ່າວ
​ວີ​ໂອ​ເອ George Putic ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​
ໄຊ​ຈະ​ເລີ​ນສຸກ ຈະ​ນຳ​ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອລາຍງານນີ້ ເປັນພາສາລາວ:

ພວກໂທລະສັບ​ສະຫລາດ​ຕ່າງໆ ​ໂດຍ​ພື້ນຖານ​ແລ້ວ ແມ່ນ​ເປັນ​ເຄື່ອງ​ຄອມ​ພິວ​ເຕີ​ຂະໜາ​ດ ນ້ອຍໆ ໃສ່​ໃນ​ຖົງ​ໂ​ສ້ງຖົງ​ເສື້ອ​ໄດ້ ​ທີ່ສາມາດສັ່ງ​ໃຫ້​ເຮັດ​ລາຍການ​ ທີ່ສະລັບສັບ​ຊ້ອນ ຫລາຍ​ໆ ຢ່າງ​ໄດ້ ນັບ​ຈາກຫລີ້ນ​ວີ​ດີ​ໂອ​ເກ​ມຕ່າງໆ ​ໄປ​ເຖິງ ໃຫ້ຊ່ອຍນຳພາ​ທິດ​ທາງ.

ອຸປະກອນ​ຕິດ​ໃສ່ໂທລະສັບ​ສະຫລາດ ​ທີ່ເອີ້ນ​ວ່າ “dongles” ຂະຫຍາຍ​ຄວາມ​ສາມາດ ​ດັ່ງກ່າວ​ເຫຼົ່ານັ້ນ ອອກ​ໄປ​ຕື່ມ​ອີກ.

ບັນດານັກວິທະຍາສາດ ທີ່​ມະຫາວິທະຍາ​ໄລ Columbia ​ໃນ​ນະຄອນ New York ​ໄດ້
ພັດທະນາອຸປະກອນດັ່ງກ່າວ​ ​ທີ່​ເປັນຄື​ກັນ​ກັບ​ lab-on-a-chip ຫລື ຫ້ອງ​ທົດ​ລອງ​ ໃນ chip ​ຄອມ​ພິວ​ເຕີ ຊຶ່ງເວລາເຮົາຊຸບ​ມັນ​ເຂົ້າ​ໃສ່​ຮູ ​ຂອງ​ໂທລະສັບແລ້ວ​ ກໍ​ຈະ​ເຮັດ​ໃຫ້ໂທລະສັບ​
ສະຫລາດ​ກາຍ​ມາ​ເປັນ​ເຄື່ອງມື ສຳ​ຫລັບ​ວິນິດ​ໄສ ​ໂຣກ​ຕິດ​ແປດ​ຕ່າງ​ໆ ​ເຊັ່ນ HIV ​ແລະ
syphilis ກໍ​ຄືກ​າມມະໂຣກ ຫລື​ໂຣກໜອງ​ໃນ ທີ່​ແມ່ຍິງ​ຕິດ​ແປດ ມາ​ຈາກ​ການ​ຮ່ວມ​ເພດ.

ທ່ານ ​Sam Sia ​ເປັນອາ​ຈານ​ສອນ ວິຊາ​ວິສະວະກຳ​ຊີວະ​ແພດ ຢູ່​ທີ່​ມະຫາວິທະຍາ​ໄລ Columbia ​ໃນ​ນະຄອນ New York. ທ່ານ​ກ່າວ​ວ່າ ການພົບ​ເຫັນ​ແລະ​ວິນິດ​ໄສພະຍາດ
ໄດ້​ແຕ່ຫົວທີ ອາດ​ເປັນ​ເລື້ອງຄວາມ​ເປັນຄວາມ​ຕາຍ ຫລື​ການ​ຢູ່​ລອດ ​ສຳ​ຫລັບ​ພວກ​ຄົນ​ປ່ວຍ ​ເຊັ່ນ​ພວກ​ແມ່ຍິງຖືພາມານ ​ຢູ່ໃນ​ເຂດ​ຊົນນະບົດ ຂອງ​ອາ​ຟຣິກາ.

ທ່ານ ​Sam Sia ​ເວົ້າວ່າ “​ໂດຍການສະໜອງ ວິທີ​ການວິນິດ​ໄສໂຣກ ​ໃຫ້​ແກ່​ພວກ​
ຄົນ​ປ່ວຍ​ເຫຼົ່ານັ້ນ ​ເຂົາ​ເຈົ້າກໍ​ຈະສາມາດ​ໄດ້​ຮັບ​ການ​ປິ່ນປົວ ​ແລະ ພວກ​ທາລົກ​ຂອງ
​ເຂົາ​ເຈົ້າ ກໍ​ຈະສາມາດເກີດ​ຂຶ້ນ​ມາ​ໄດ້ອີ​ຫລີ ​ແລະ​ເຕີບ​ໂຕ​ຂຶ້ນ ​ແລະ​ມີ​ຊີວິດຢູ່​ຕໍ່ໄປໄດ້
ສະນັ້ນ ມັນຈຶ່ງເປັນ​ເລື້ອງ​ຄວາມ​ເປັນຄວາມ​ຕາຍ​ອີ​ຫລີ ຖ້າ​ພວກ​ເຂົາ​ເຈົ້າ ບໍ່​ມີ​ວິທີ​
ທີ່​ຈະ​ວິນິດ​ໄສໂຣກ​ໄດ້.”

​ເປັນ​ເວລາ 10 ປີ ທີ່ທ່ານ Sia ​ແລະ​ທີ​ມງານ​ຂອງ​ທ່ານ ​ໄດ້​ທຳ​ງານ​ເພື່ອປະ​ດິດສ້າງ ​ອຸປະກອນ​ຕິດ​ໃສ່​ໂທລະສັບ​ສະຫລາດດັ່ງກ່າວ ທີ່​ພວກ​ເຂົາ​ເຈົ້າ ກ່າວ​ວ່າ ສາມາດ​ທຳ​ງານ​ໄດ້​ດີ​ເທົ່າ​ທຽມ
ກັບ​ອຸປະກອນທີ່​ໃຊ້ໃນ​ຫ້ອງ​ທົດ​ລອງ ລາຄາ 18,000 ດອນລາ ນັ້ນ.

ທ່ານ Sia ​ເວົ້າອີກ​ວ່າ “​ແທນ​ທີ່​ຈະ​ດູດ​ເອົາ​ເລືອດ​ໃສ່​ຫລອດ ​ແລະ​ເອົາ​ຕົວຢ່າງ
ເລືອດ​ນັ້ນ ສົ່ງ​ໄປກວດ​ຢູ່​ຫ້ອງ​ທົດ​ລອງ ​ເຈົ້າສາມາດ​ກວດ​ໄດ້​ຢູ່​ກັບ​ທີ່​ໄດ້ ​ໂດຍ​
ພຽງ​ແຕ່​ເຈ​າະນິ້ວມື ​ເອົາ​ເລືອດໜ້ອຍ​ນຶ່ງ ​ແລະເຈົ້າກໍ​ຈະ​ໄດ້ຜົນ​ພາຍ​ໃນ 15
ນາທີ ດ້ວຍ​ຄຸນ​ນະພາ​ບ ຄື​ກັບ​ການ​ກວດ​ສອບ​ຢູ່​ຫ້ອງ​ທົດ​ລອງ.”

ການກວດ​ພວກຄົນ​ປ່ວຍ ຂະໜາດ​ນ້ອຍ ຢູ່​ປະ​ເທດ Rwanda ​ໄດ້ສະໜອງ​ຜົນ​ ​ທີ່​ມີ​ຄວາມ​ແນ່ນອນ​ສູງ. ຄວາມ​ລະອຽດ​ອ່ອນ ​ໃນ​ການກວດ​ຫາ​ເປົ້າໝາຍ ​ແມ່ນມີ​ຄວາມ​ແນ່ນອນ​ເຖິງ
92 ຫາ 100 ​ເປີ​ເຊັນ ​ໃນ​ຂະນະ​ທີ່ການ​ໄຈ້​ແຍກ​ພວກຄົນ ​ທີ່​ບໍ່​ໄດ້​ຕິດ​ແປດພະຍາດ ​ອອກໄປ ​
ແມ່ນ​ເຮັດໄດ້ ​ເຖິງ 79 ​ຫາ 100 ​ເປີ​ເຊັນ.

ທ່ານ Sia ກ່າວ​ວ່າ ຄວາມ​ສາມາດ​ຂອງ​ lab-on-a-chip ອຸປະກອນຕິດ​ໃສ່​ໂທລະສັບ​ສະຫລາດນີ້ ບໍ່ໄດ້ຈຳ​ກັດ​ຢູ່ແຕ່ການກວດໂຣກຕິດ​ແປດ​ ທາງ​ເພດ​ສຳພັນຕ່າງໆ ຫຼື STDs
​ເຊັ່ນ​ວ່າ HIV-AIDS ​ແລະ syphilis ຫລື ​ໂຣກໜອງ​ໃນ​ ​ໄດ້ເທົ່າ​ນັ້ນ.

ທ່ານ Sia ​ເວົ້າ​ວ່າ “​ແນ່ນອນ​ວ່າ ພວກ​ເຮົາສາມາດກວດ​ເບິ່ງ ໂຣກຕິດ​ແປດ​
ທາງ​ເພດ​ສຳພັນອື່ນໆ​ໄດ້ ​ເ​ຊັ່ນ​ວ່າ ​ໂຣກຕັບ​ອັກ​ເສບ hepatitis ​ໂຣກຜິວໜັງ
herpes ​ແລະ ອື່ນໆ ຕະຫລອດ​ທັງໂຣກຕິດ​ແປດ​ອື່ນໆ ລວມທັງ​ມາລາ​ເຣຍ ​
ແລະ ອື່ນໆ ​ແລະຍັງ​ລວມທັງ ​ພະຍາດ​ຊ້ຳ​ເຮື້ອ​ຕ່າງໆ​ ອີກດ້ວຍ.”

​ເວລາ​ນີ້ ທ່ານ Sia ກັບ​ທີ​ມງານ​ຂອງ​ທ່ານ ​ກຳລັງ​ກຽມ ທຳການ​ທົດ​ລອງ​ທາງ​ການ​ແພດ
ຂະໜາດ​ໃຫຍ່ ທີ່ຈຳ​ເປັນ​ຕ້ອງ​ເຮັດ ​ເພື່ອ​ໃຫ້ອຸປະກອນ​ດັ່ງກ່າວ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ ​
ໂດຍອົງການ​ອະນາ​ໄມ​ໂລກ.

XS
SM
MD
LG