ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກີບສະຫຼາດ ເຮັດໃຫ້ເຫັນຕີນ ສົ່ງແສງ ແວວວາວ ປະກົດຢູ່ໜ້າຈໍ ຄອມພີວເຕີ


LED Smart Shoes Turn Feet into Glowing Displays
please wait

No media source currently available

0:00 0:01:31 0:00

ເກີບແບບໃຊ້ຫລອດໄຟ ທີ່ປ່ອຍໄຟຟ້າ ທີ່ປ່ຽນຈາກກະແສສະຫຼັບມາເປັນໄຟຟ້າກະແສຕົງຫລື LED ເຮັດໃຫ້ຕີນກາຍມາເປັນສິ່ງສະແດງອອກຢູ່ໃນໜ້າຈໍຄອມພີວເຕີ ທີ່ສົ່ງແສງແວວວາວຂຶ້ນ.

ໂທລະສັບສະຫລາດ, ດອກໄຟສະຫລາດກໍມີແລ້ວ ແລະບັດນີ້ ກໍມີເກີບສະຫລາດອີກ. ນັກວິສະວະກອນຍີ່ປຸ່ນຄົນໜຶ່ງ ໄດ້ປະດິດເກີບ ແບບໃຊ້ຫລອດໄຟ ທີ່ປ່ອຍໄຟຟ້າ ທີ່ປ່ຽນຈາກກະແສສະຫຼັບມາເປັນໄຟຟ້າກະແສຕົງຫລື LED ທີ່ກາຍມາເປັນສິ່ງ ສະແດງອອກຢູ່ໃນໜ້າຈໍຄອມພີວເຕີທີ່ສົ່ງແສງແວວວາວໄດ້ນັ້ນຂຶ້ນມາ. ແລະເຖິງ
ແມ່ນວ່າຈະມີເກີບອື່ນໆ ທີ່ສົ່ງແສງແວວວາວອອກມາຢູ່ໃນຕະຫລາດແລ້ວກໍຕາມ
ແຕ່ວ່າເກີບເຫລົ່ານີ້ ຍິ່ງເຮັດໃຫ້ມີເກີບທີ່ສົ່ງແສງແວວວາວຫລາຍຂຶ້ນ ດັ່ງທີ່ພວກ
ເຮົາຈະໄດ້ຍິນໃນລາຍງານ ຂອງ Deborah Block, ນັກຂ່າວຂອງວີໂອເອ ຊຶ່ງບົວ
ສະຫວັນຈະນໍາສະເໜີ ລາຍລະອຽດກ່ຽວກັບເລື່ອງນີ້ ໃນອັນດັບຕໍ່ໄປ.

ນັກເຕັ້ນລໍາຄົນນີ້ ກໍາລັງເອົາເກີບທີ່ມີຫລອດ LED ທີ່ເອີ້ນວ່າ Orphe ມາສະແດງ
ໃຫ້ຄົນເບິ່ງ. ເກີບທີ່ປະດິດຂຶ້ນມາໃໝ່ເຫລົ່ານີ້ ໄດ້ຖືກອອກແບບໂດຍນັກວິສະວະ ກອນຜູ້ໜຶ່ງ ຢູ່ຍີ່ປຸ່ນ. ທ່ານ Yuya Kikukawa, ຜູ້ອອກແບບເກີບ Orphe ກ່າວດັ່ງນີ້.
ພວກເຮົາຕ້ອງໄດ້ຄິດຄົ້ນການອອກແບບເກີບທີ່ເໝາະສົມໃຫ້ຄົນໄດ້ໃສ່ກັນ. ພວກ
ເຮົາຕ້ອງໄດ້ເອົາໃຈໃສ່ຕໍ່ຄວາມສະດວກສະບາຍ ແລະຄວາມໝັ້ນໜຽວຂອງເກີບ.
ມັນເປັນເລື່ອງທ້າທາຍຫລາຍທີ່ຈະເຮັດໄດ້ໝົດທຸກຢ່າງທີ່ເວົ້າມານີ້.”

ທ່ານອະທິບາຍກ່ຽວກັບຂັ້ນຕອນການປະດິດເກີບປະເພດນີ້ເປັນພາສາຍີ່ປຸ່ນວ່າ:
“ມີເຄື່ອງຮັບຮູ້ສາມຢ່າງຢູ່ໃນເກີບນີ້ --ຊຶ່ງລວມມີເຄື່ອງວັດແທກຄວາມໄວທີ່ເລັ່ງຂຶ້ນ, ເຄື່ອງວັດແທກການໝູນ ແລະເຂັມທິດ. ເກີບພວກນີ້ຖືກຕໍ່ໃສ່ກັບເຄື່ອງຄອມພີວເຕີ ແລະພວກເຮົາກໍສາມາດວັດແທກຄວາມໄວ ແລະມຸມການເຄື່ອນໄຫວຂອງເກີບໄດ້
ຢ່າງແມ່ນຢໍາ.”

ສົ້ນເກີບທີ່ສົ່ງແສງແວວວາວແຕ່ລະອັນ ແມ່ນໄດ້ຮັບພະລັງງານຈາກຫລອດໄຟ LED
50 ຫຼອດ ທີ່ສາມາດຖືກຄວບຄຸມໄດ້ໂດຍໃຊ້ໂປຣແກຣມ ຫລື App ຢູ່ໃນໂທລະສັບສະ
ຫລາດ ຫລື Smartphone.
ທ່ານ Yuya Kikukawa ກ່າວເພີ້ມອີກວ່າ:“ພວກເຮົາສະໜອງ App ທີ່ໃສ່ໄດ້ ຢູ່ໃນ
ໂທລະສັບມືຖື ທີ່ໃຊ້ທັງລະບົບ iOS ແລະ Android ໃຫ້ຄົນຟຣີ. ແລະໂດຍກົດໃສ່
ບ່ອນໜີ້ ເຈົ້າກໍສາມາດເລືອກເອົາການຕັ້ງຄ່າ ຈໍຄອມພີງເຕີໄດ້ແລ້ວ. ການເຮັດແນວ
ນີ້ ໄດ້ປ່ຽນແປງການປະສົມປະສານກັນລະຫວ່າງແບບຂອງສີ ແລະສຽງ. ເມື່ອໃດເຮົາ
ຫາກປ່ຽນພາບໃນຈໍຄອມພີວເຕີ ເຮົາກໍຈະໄດ້ຍິນສຽງດັງ ແລະສີອື່ນໆແຕກຕ່າງກັນໄປ
ຮຸ່ງອອກມາ.”

ນອກຈາກນັ້ນ ເກີບເຫລົ່ານີ້ຍັງໄດ້ຖືກອອກແບບສັ່ງໃຫ້ມີແສງຮຸ່ງຂຶ້ນ ເມື່ອໃດທີ່ຄົນໃສ່
ເກີບນັ້ນໄດ້ຮັບອີເມລ ຫລືຂໍ້ຄວາມ. ພ້ອມກັນນັ້ນ ມັນຍັງສາມາດຊ່ວຍບອກທິດທາງໃຫ້
ແກ່ຄົນຍ່າງ ໂດຍການເຮັດໃຫ້ທິດທາງທີ່ພວກເຂົາເຈົ້າຄວນເດີນໄປນັ້ນຮຸ່ງຂຶ້ນມາ.

ນາງ Huruko Fukuzama ຄົນໃສ່ເກີບແບບນີ້ຄົນໜຶ່ງ ເວົ້າເປັນພາສາຍີ່ປຸ່ນວ່າ:“ການ
ໃສ່ເກີບນີ້ ເຮັດໃຫ້ຂ້ອຍຮູ້ສຶກມ່ວນກວ່າເກົ່າ. ໃນຕອນກາງຄືນເມື່ອໃດຂ້ອຍໃສ່ມັນ
ຍ່າງໄປ ຂ້ອຍມັກກົ້ມຫົວເບິ່ງມັນເລື້ອຍໆ ແລະກໍຊື່ນຊົມວ່າ ສີມັນງາມຫລາຍ.”

ເກີບທີ່ໃຊ້ຫລອດໄຟ LED ຍັງຄາດວ່າ ຈະຖືກປັບປຸງໃຫ້ທັນສະໄໝຕື່ມ​ຂຶ້ນ ໂດຍການ
ໃຊ້ App ກ່ຽວກັບສຸຂະພາບໃນອະນາຄົດ.

XS
SM
MD
LG