ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜ້າພັນບາດ "ສະຫຼາດ" ທີ່ຕິດຕາມ ແລະ ຮັກສາບາດແຜ


LogOn - ຜ້າພັນບາດ "ສະຫຼາດ" ທີ່ຕິດຕາມ ແລະ ຮັກສາບາດແຜ

ທຸກໆ 30 ວິນາທີໃດ ແມ່ນມີໃຜຜູ້ນຶ່ງຢູ່ໃນໂລກ ຖືກຕັດແຂນຕັດຂາ ຍ້ອນມີບາດ ທີ່ເກີດມາຈາກພະຍາດການເປັນເບົາຫວານ. ພວກນັກຄົ້ນຄວ້າຈາກມະຫາວິທະຍາໄລ ໃນລັດຄາລິຟໍເນຍ ກໍາລັງພັດທະນາຜ້າພັນບາດ "ສະຫຼາດ" ທີ່ພວກເພິ່ນຫວັງວ່າ ຈະປ່ຽນແປງສະຖິຕິທີ່ບໍ່ດີທີ່ວ່ານັ້ນໄດ້. ຈີເນຍ ຈູລູດ (Genia Dulot) ມີລາຍງານຂ່າວມາໃຫ້ວີໂອເອຂອງພວກເຮົາ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ນັກຄົ້ນຄວ້າທີ່ສະຖາບັນເທັກໂນໂລຈີ ຄາລິຟໍເນຍ ກໍາລັງພັດທະນາຜ້າພັນບາດ "ສະຫລາດ" ສໍາລັບແຜຊໍາເຮື້ອ, ອີງຕາມນັກວິສະວະກອນການແພດ ເອຊານ ເຊີເຊ ຊານີ (Ehsan Shirzaei Sani) ເວົ້າ.

ທ່ານກ່າວດັ່ງນີ້:

"ເຊັນເຊີ ຫລື ເຄື່ອງຈັບສັນຍານປະເພດຕ່າງໆ ທີ່ເອົາມາໃສ່ຢູ່ໃນແຜ່ນນີ້ ສາ ມາດຕິດຕາມເບິ່ງສະຖານະການຂອງບາດແຜ ທີ່ແຕກຕ່າງກັນ ໃນລະຫວ່າງຂະບວນການປິ່ນປົວບາດ. ແລະເມື່ອເວລາຜ່ານໄປ ພວກເຮົາສາມາດເຫັນສິ່ງທີ່ເກີດຂຶ້ນໃນບໍລິເວນບາດແຜ ແລະພະຍາຍາມເອົາຂໍ້ມູນໄປໃຫ້ນັກວິຊາການດ້ານການດູແລສຸຂະພາບເພື່ອຈະທໍາການຕັດສິນໃຈໄດ້ຢ່າງຖືກຕ້ອງ."

ເຊັນເຊີໃນແຜ່ນນີ້ ຕິດຕາມກວດກາເບິ່ງລະດັບອາຊິດຢູຣິກ, ນໍ້າຕານ, ສານແອມ ໂມເນຍ ແລະ ທາດແລັກເຕດ ຫລືທາດນໍ້ານົມ ...… ຕະຫລອດທັງລະດັບນໍ້າດັ່ງ ພີເອັສ (pH) ແລະອຸນຫະພູມຂອງບາດແຜ ເພື່ອກວດຫາຮ່ອງຮອຍ ທີ່ສະແດງໃຫ້ ເຫັນວ່າ ມີອາການໄຄ່ພອງ ຫຼື ການຕິດເຊື້ອແບັກທີເຣຍ.

ຜ້າພັນບາດຍັງສາມາດໃຊ້ທົ່ງໄຟຟ້າຕໍ່າ ເພື່ອກະຕຸ້ນຂະບວນການປິ່ນປົວ ທີ່ນັກຄົ້ນຄວ້າເວົ້າວ່າ ...ໄດ້ພິສູດໃຫ້ເຫັນແລ້ວວ່າ ມີປະສິດທິພາບຢູ່ໃນການທົດລອງໃຊ້ກັບຫນູນ້ອຍ ແລະຫນູພຸກ.

ການທົດລອງໃຊ້ກັບມະນຸດສໍາລັບແຜ່ນພັນບາດສະຫລາດເຫລົ່ານີ້ ຈະຖືກດໍາ ເນີນການໂດຍຜ່ານໂຮງຮຽນແພດສາດແຄັກຄ໌ (Keck) ທີ່ມະຫາວິທະຍາໄລຄາລິຟໍເນຍ ພາກໃຕ້ ຫລື USC. ສາດສະດາຈານດ້ານການຜ່າຕັດຂອງ USC, ທ່ານເດວິດ ອາມສຕຣັອງ (David Armstrong) ກ່າວວ່າ ການນໍາເອົາເທັກໂນໂລຈີ ດ້ານການຕັດແຂນ ຕັດຂາອອກຍ້ອນມີບາດແຜທີ່ເກີດມາຈາກການເປັນພະຍາດເບົາຫວານ ໄປໝູນໃຊ້ແມ່ນມີຄວາມສໍາຄັນຫຼາຍ.

ດຣ. ອາມສຕຣັອງ (Armstrong). ກ່າວດັ່ງນີ້:

“ພວກ​ເຮົາອຸທິດຕົນໃສ່ຄວາມຈະ​ພະ​ຍາ​ຍາມ​ທີ່ຈະລົບ​ລ້າງ​ການ​ຕັດ​ແຂນ​ ຕັດຂາທີ່​ສາ​ມາດ​ປ້ອງ​ກັນໃຫ້ໝົດໄປໃນຊົ່ວ​ຄົນໜ້າ. ມັນເລີ້ມຕົ້ນດ້ວຍການພະຍາຍາມປ້ອງກັນບໍ່ໃຫ້ບາດແຜເຫຼົ່ານີ້ເກີດຂຶ້ນ, ແລະຖ້າມັນເກີດຂຶ້ນ ກໍພະຍາຍາມເຮັດໃຫ້ມັນເປັນເລື່ອງທີ່ບໍ່ຄ່ອຍມີ ແລະບໍ່ສັບສົນຫລາຍ ເທົ່າທີ່ຈະເປັນໄປໄດ້. ແລະສິ່ງທີ່ຫນ້າຕື່ນເຕັ້ນຫລາຍແທ້ໆ ກໍຄືເຄື່ອງມືເຫຼົ່ານີ້ ທີ່ພວກເຮົາມີໃນປັດຈຸບັນ, ເຊັນເຊີສະຫລາດເຫຼົ່ານີ້.”

ທ່ານອາມສຕຣັອງ (Armstrong) ເວົ້າວ່າ ແນວຄວາມຄິດກ່ຽວກັັບຜ້າພັນບາດສະຫລາດ ໄດ້ກາຍເປັນສິ່ງທີ່ສາມານໍາມາໃຊ້ໄດ້ຫຼາຍຂຶ້ນ ຍ້ອນມີແບັດເຕີຣີ ຂະຫນາດນ້ອຍລົງກວ່າເກົ່າ ແລະການຄົ້ນຄວ້າໃນການໃຊ້ພະລັງງານແສງຕາເວັນ ຫຼື ການເຄື່ອນໄຫວຂອງຄົນເຈັບ ທີ່ສະແດງໃຫ້ເຫັນວ່າຈະໃຊ້ຜົນໄດ້.

XS
SM
MD
LG