nami ທັງໝົດ ຫລັງຈາກໄດ້ເກີດແຜ່ນດິນໄຫວຂະໜາດແຮງ
ແທກໄດ້ 7.1 ທີ່ສັ່ນສະເທືອນ ພື້ນທະເລ ໃນບໍລິເວນພາກຕາ
ເວັນອອກຂອງຍີ່ປຸ່ນ.
ອົງການສໍາຫລວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ແຜ່ນ
ດິນໄຫວຄັ້ງນີ້ ເກີດຂື້ນຢູ່ນອກແຄມຝັ່ງທະເລອອກໄປ 326 ກິໂລ
ແມັດໃນເວລາປະມານ 3 ໂມງເຊົ້າຕາມເວລາທ້ອງຖີ່ນໃນວັນເສົາ
ມື້ນີ້ແລະມີຈຸດສູນກາງຢູ່ໃຕ້ໜ້ານໍ້າທະເລລົງໄປ 10
ກິໂລແມັດ.
ແຜ່ນດິນໄຫວຄັ້ງນີ້ ໄດ້ເຮັດໃຫ້ເກີດຟອງ tsunami ຢູ່ຕາມຊາຍຝັ່ງທະເລທາງພາກຕາເວັນອອກຂອງຍີ່ປຸ່ນ ແຕ່ບໍ່ມີລາຍງານກ່ຽວກັບຄວາມເສຍຫາຍ.
ແຜ່ນດິນໄຫວດັ່ງກ່າວ ແມ່ນເກີດຂຶ້ນປະມານ 400 ກິໂລແມັດຫ່າງຈາກແຂວງ Fukushima ຂອງຍີ່ປຸ່ນ ບ່ອນຕັ້ງຂອງໂຮງໄຟຟ້ານິວເຄລຍ Fukushima Daiichi ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຈາກແຜ່ນດິນໄຫວ ແລະຟອງຍັກ tsunami ໃນ
ເດືອນມີນາ ປີ 2011.