ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການດໍາເນີນທຸລະກິດ ໂດຍການເປີດຮ້ານອາຫານຂະໜາດນ້ອຍ ຢູ່ວຽງຈັນ


ບັນຍາກາດຂອງຕອນຄໍ່າພາຍໃນຮ້ານ Stella Cafe.
ບັນຍາກາດຂອງຕອນຄໍ່າພາຍໃນຮ້ານ Stella Cafe.

ຫຼັງຈາກກັບມາເປີດປະເທດຄືນ ລຸນຫຼັງສະຖານະການຂອງໂຄວິດ-19 ເລີ້ມໄຄຂຶ້ນມາ, ຫຼາຍໆຢ່າງກໍເລີ້ມປັບໂຕ ການຄ້າຂາຍ ກໍເລີ້ມກັບມາເປັນປົກກະຕິແດ່ ແລ້ວແຕ່ສະພາບຂອງການຕະຫຼາດ ແລະຄວາມເອື້ອອໍານວຍ ຂອງແຕ່ລະສະ ຖານທີ່. ສໍາລັບ Stella Café by Landmark ຜູ້ຈັດການຂອງຮ້ານໄດ້ກ່າວວ່າ “ລາວເອງ ມອງເຫັນຄວາມຕ້ອງການຂອງຕະຫຼາດ, ອາຫານຕາມສັ່ງ ຍັງເປັນທີ່ຕ້ອງການຂອງຫຼາຍໆຄົນ ບໍ່ວ່າຈະເປັນໂມງພັກການຕອນສວາຍຂອງບັນດາພະນັກງານ ຫຼືສໍາລັບຄອບຄົວ ທີ່ຕ້ອງການພາກັນມານັ່ງກິນເຂົ້າແບບບັນຍາກາດທີ່ອົບອຸ່ນ, ແລະອີກຢ່າງ ເຖິງວ່າ ເພິ່ນຈະບໍ່ມີມາດຕະການໂຄວິດ-19 ທີ່ເຂັ້ມງວດເໝືອນດັ່ງແຕ່ກ່ອນ ແຕ່ການປະຕິບັດຕາມຫຼັກອະນາໄມ ແລະການປ້ອງກັນໂຄວິດ-19 ຂອງທາງຮ້ານແມ່ນຍັງດໍາເນີນຕາມຂັ້ນຕອນຢູ່, ທາງຮ້ານໄດ້ເນັ້ນສະຖານທີ່ແບບສະບາຍໆ ຄືດັ່ງບ່ອນນັ່ງຫຼິ້ນ, ບໍລິການອາຫານທົ່ວໄປ ແລະອາຫານສາກົນ, ມີກາເຟຫຼາຍຣົດຊາດ ຫຼາຍແບບຕາມສະໄຕລ໌ ຂອງຄົນທີ່ມັກກິນກາເຟ ມີນໍ້າປັ່ນໝາກໄມ້ ແລະອື່ນ...ອາຫານ ແລະສະຖານທີ່ແບບ ມາດຕະຖານຂອງສາກົນ ແຕ່ເປັນລາຄາທີ່ທຸກໆຄົນສາມາດເຂົ້າມາຮັບປະທານໄດ້,” ໂດຍລາວໄດ້ກ່າວໃຫ້ຟັງດັ່ງນີ້:

ຜູ້ຈັດການຂອງຮ້ານ Stella Cafe by Landmark (ຂວາ) ແລະພະນັກງານຂອງຮ້ານ.
ຜູ້ຈັດການຂອງຮ້ານ Stella Cafe by Landmark (ຂວາ) ແລະພະນັກງານຂອງຮ້ານ.

“ຄືຮູ້ທົ່ວໄປຫັ້ນລະເນາະວ່າ ກາເຟມັນເປັນທີ່ຍອມຮັບສໍາລັບສັງຄົມລາວໃນປັດຈຸບັນວ່າຊັ້ນສາ, ໂຊດອກໂຊດາປະສົມເຂົ້າໄປນໍາ ເພາະວ່າຄໍກາເຟແທ້ໆມັນກໍມີຈໍານວນນຶ່ງທີ່ເຂົາເຈົ້າມັກກິນອາເມຣິກາໂນ ລາເທບໍ..., ມັນຈະບໍ່ສະເພາະມີແຕ່ກາເຟ ມັນຈະມີເຄື່ອງດື່ມທົ່ວໄປນໍາ ມີນໍ້າປອກນໍ້າປັ່ນ, ພວກເຮົາມີເມນູກໍຄື ອາຫານຄ້າຍໆວ່າປະສົມກັນເນາະ ມີອາຫານລາວ ອາຫານໄທ ອາຫານຕາເວັນຕົກ...”

ວິວສໍາລັບບ່ອນນັ່ງທາງດ້ານນອກຂອງຮ້ານ Stella Cafe.
ວິວສໍາລັບບ່ອນນັ່ງທາງດ້ານນອກຂອງຮ້ານ Stella Cafe.

ທາງຜູ້ຈັດການຮ້ານຍັງບອກອີກວ່າ ເຫດຜົນທີ່ເລືອກມາເປີດຮ້ານໃນຊ່ວງແບບນີ້ ກໍຍ້ອນວ່າ ທຸກໆຄົນອອກມາໃຊ້ຊີວິດ ທີ່ເປັນປົກກະຕິຂຶ້ນແລ້ວ, ອາຫານ ເປັນສິ່ງທີ່ຄົນເຮົາກິນຢູ່ທຸກໆມື້ ທຸກໆຄາບ. ດັ່ງນັ້ນ ລູກຄ້າຂອງທາງຮ້ານແມ່ນມີຫຼາຍໃນທຸກໆຍາມ ແຕ່ເວລາທີ່ລູກຄ້າມັກມາສັ່ງອາຫານກິນຫຼາຍແມ່ນໃນຊ່ວງເຂົ້າສວາຍ ເພາະເປັນໂມງພັກທ່ຽງຂອງພະນັກງານຫ້ອງການຕ່າງໆ ຫຼືຕອນແລງຫຼັງຈາກໂມງເຮັດວຽກ, ທີ່ສໍາຄັນ ສະຖານທີ່ຂອງທາງຮ້ານແມ່ນເໝາະສົມເພາະຕັ້ງຢູ່ໃນຕົວເມືອງ ແຄມແມ່ນໍ້າຂອງ ເນັ້ນການບໍລິການທີ່ວ່ອງໄວ ລາຄາບໍ່ແພງ ຄຸນນະພາບສາກົນ ທີ່ທຸກຄົນສາມາດ ເຂົ້າມາສໍາພັດໄດ້ ແລະກໍຮັກສາຄວາມສະອາດຕາມຫຼັກອະນາໄມ.

ວິວແຄມແມ່ນໍ້າຂອງໜ້າຮ້ານ Stella Cafe.
ວິວແຄມແມ່ນໍ້າຂອງໜ້າຮ້ານ Stella Cafe.

ຮ້ານ Stella Café ຫາກໍເປີດບໍລິການມາໄດ້ປະມານສອງອາທິດ ແຕ່ມີການຍອມຮັບທີ່ດີສົມຄວນ, ຢູ່ຮ້ານ ມີພະນັກງານທັງໝົດ 7 ຄົນລວມທັງຜູ້ຈັດການຮ້ານເອງ, 3 ຄົນແມ່ນແມ່ຄົວ ແລະ ອີກ 3 ຄົນແມ່ນພະນັກງານບໍລິການໜ້າຮ້ານ. ສະນັ້ນ ທາງຮ້ານຈຶ່ງຍັງບໍ່ທັນຮັບສັ່ງອາຫານທາງອອນລາຍ ຫຼືຮັບສັ່ງເພື່ອນໍາສົ່ງ ເພາະສາມາດບໍລິການພຽງພໍແຕ່ສໍາລັບລູກຄ້າທີ່ເຂົ້າມາຮັບປະທານອາຫານພາຍໃນຮ້ານເທົ່ານັ້ນ.

XS
SM
MD
LG