ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຮ້ານຂາຍເຄື່ອງຍ່ອຍແບບຄອບຄົວ ປະເຊີນກັບຄວາມຫຍຸ້ງຍາກ ຍ້ອນພາວະໄພເງິນເຟີ້


ເຈົ້າໜ້າທີ່ລົງກວດເບິ່ງລາຄາສີນຄ້າ ຢູ່ຮ້ານຂາຍເຄື່ອງໃນລາວ
ເຈົ້າໜ້າທີ່ລົງກວດເບິ່ງລາຄາສີນຄ້າ ຢູ່ຮ້ານຂາຍເຄື່ອງໃນລາວ

ໃນຂະນະທີ່ລາວ ປະເຊີນກັບພາວະໄພເງິນເຟີ້ເພີ້ມຂຶ້ນນັບມື້ ບວກກັບລາຄານ້ຳ ມັນຖີບຕົວສູງຂຶ້ນ ສົ່ງຜົນເຮັດໃຫ້ທຸລະກິດຮ້ານຂາຍເຄື່ອງໃຊ້ສອຍຂະໜາດນ້ອຍແບບຄອບຄົວແຫ່ງນຶ່ງ ໃນນະຄອນວຽງຈັນ ປະສົບກັບບັນຫາສັບສົນຫຍຸ້ງຍາກ ໃນການວາງລາຄາສິນຄ້າແຕ່ລະຢ່າງ ຍ້ອນວ່າ ອັດຕາການແລກປ່ຽນຂອງເງິນກີບກັບເງິນບາດ ມີການປ່ຽນແປງໃນແຕ່ລະມື້ ຊຶ່ງໃນປັດຈຸບັນນີ້ຄ່າ​ຂອງເງິນກີບທີ່​ແລກ​ກັບເງິນບາດ ກຳລັງຕົກຕ່ຳລົງນັບມື້ ສາເຫດກໍຍ້ອນສິນຄ້າສ່ວນໃຫຍ່ນຳເຂົ້າມາຈາກໄທ ສະນັ້ນແມ່ຄ້າຈຶ່ງຕ້ອງໄດ້ຕິດຕາມເບິ່ງ ອັດຕາແລກປ່ຽນເງິນກີບກັບເງິນບາດ ໃນແຕ່ລະວັນເພື່ອທີ່ຈະວາງລາຄາສິນຄ້າ ໃຫ້ທ່ວງທັນກັບສະພາບການຂອງອັດຕາການແລກປ່ຽນ ເພື່ອບໍ່ໃຫ້ມີການຂາດທຶນ ດັ່ງທີ່ເຈົ້າຂອງຮ້ານຄ້າທ່ານນຶ່ງ ໄດ້ອະທິບາຍໃຫ້ຟັງດັ່ງນີ້:

ໃນເມື່ອການຄ້າຂາຍໂດຍບໍ່ມີກຳໄລ ກໍເຮັດໃຫ້ເຈົ້າຂອງຮ້ານທ່ານນີ້ ກໍມີຄວາມທໍ້ແທ້ໃຈ ແຕ່ດ້ວຍຄວາມຈຳເປັນ ຈຶ່ງຕ້ອງໄດ້ປະຄັບປະຄອງໄປກ່ອນ ຈົນກວ່າວ່າສະພາບການດັ່ງກ່າວ ຈະດີຂຶ້ນ ຫຼັງຈາກທີ່ທາງການໄດ້ເປີດປະເທດໃຫ້ນັກທ່ອງທ່ຽວຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວໃນລາວອີກຄັ້ງນຶ່ງ ແຕ່ສຳລັບຮ້ານຂາຍ ເຄື່ອງຍ່ອຍຫຼາຍໆແຫ່ງແລ້ວ ລູກຄ້າຂອງຮ້ານໂດຍສ່ວນໃຫຍ່ ຈະເປັນປະຊາຊົນລາວໃນທ້ອງຖິ່ນ ແລະໃນສະພາບເສດຖະກິດທີ່ຝືດເຄືອງ ໃນປັດຈຸບັນນີ້ ເບິ່ງຄືວ່າ ຄົງຈະຕ້ອງໃຊ້ເວລາດົນ ກ່ອນທີ່ຈະຟືຶ້ນຕົວຄືນໄດ້.

XS
SM
MD
LG