ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຮັດທຸລະກິດກ່ຽວກັບ ການອອກແບບພິມເຄື່ອງໝາຍໃສ່ເສື້ອຍືດ ແລະເຄື່ອງໃຊ້ທົ່ວໄປ


ເສື້ອຍືດທີ່ຖືກພິມກາຕ່າງໆໃສ່.
ເສື້ອຍືດທີ່ຖືກພິມກາຕ່າງໆໃສ່.

ການເຮັດທຸລະກິດກ່ຽວກັບການອອກແບບພິມເຄື່ອງໝາຍຕ່າງໆໃສ່ເຄື່ອງນຸ່ງຫົ່ມ ແມ່ນງານສິນລະປະທີ່ສ້າງລາຍໄດ້ດີ ໃນແບບທຸລະກິດຂະໜາດນ້ອຍຂອງຄອບຄົວ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດກ່ຽວກັບການອອກແບບພິມເຄື່ອງໝາຍໃສ່ເຄື່ອງໃຊ້ຕ່າງໆເຊັ່ນ ໃສ່ເສື້ອຍືດ ໃສ່ໝວກ ໃສ່ທຸງ ໃສ່ເສື້ອແຈັກເກັດ ແລະອື່ນໆ...ໃຫ້ແກ່ບໍລິສັດ ຫຼື ສ່ວນບຸກຄົນ ສະໂມສອນ ແລະບັນດາໂຮງງານ ຫຼືຫ້າງຮ້ານຕ່າງໆ ແມ່ນວຽກງານທາງດ້ານສິນລະປະ ທີ່ສາມາດສ້າງລາຍໄດ້ໃນຮູບແບບທຸລະກິດຂະໜາດນ້ອຍຂອງຄອບຄົວ.

ບໍລິສັດ ສາວານ ອາແພຣອລ (Savan Apparel) ເປັນບໍລິສັດຂະໜາດນ້ອຍແບບຄອບຄົວ ແລະສາມາດດໍາເນີນການຜະລິດຢູ່ເຮືອນຕາມການສັ່ງຂອງລູກຄ້າໄດ້. ການຜະລິດ ກໍບໍ່ໄດ້ຫຍຸ້ງຍາກຫຼາຍ ບໍ່ຈໍາເປັນຕ້ອງມີແຮງງານຫຼາຍ, ແຕ່ທີ່ສໍາຄັນທ່ານຕ້ອງມີປະສົບການແດ່ເລັກນ້ອຍ ເພື່ອນໍາໃຊ້ເຂົ້າໃນການອອກແບບ ແລະຜະລິດ ຈຶ່ງເປັນທີ່ເຊື່ອໝັ້ນຂອງລູກຄ້າໄດ້.

ສໍາລັບ ທ່ານເດລ ພູວິໄລ ທອງມະຫາວົງ, ອາໄສປະສົບການຈາກທີ່ຕົນເອງໄດ້ເຮັດວຽກໃຫ້ແກ່ບໍລິສັດໃຫຍ່ທີ່ມີຊື່ສຽງດ້ວຍການເປັນນັກອອກແບບ Graphic Designer ມາເປັນເວລາເກືອບ 20 ປີ ຈຶ່ງໄດ້ມາເປີດບໍລິສັດດັ່ງກ່າວນີ້ດ້ວຍຕົນເອງ.

ໃນການເລີ້ມຕົ້ນເຮັດທຸລະກິດ ກະແສຕອບຮັບກໍໄປໄດ້ດີ ແຕ່ກໍອາດຈະບໍ່ຫຼາຍ
ເໝືອນດັ່ງໃນປັດຈຸບັນ, ແຕ່ດ້ວຍຄວາມພະຍາຍາມ ຊື່ສັດ ແລະເຮັດຜົນງານອອກມາດີແບບບໍ່ມີບ່ອນຕ້ອງຕິ ຈຶ່ງເຮັດໃຫ້ເປັນທີ່ໄວ້ເນື້ອເຊື້ອໃຈສໍາລັບລູກຄ້າທັງສ່ວນບຸກຄົນ ແລະວິສາຫະກິດອື່ນໆ.

ຈຸດເລີ້ມຕົ້ນຂອງການອອກແບບເຄື່ອງໝາຍກໍສໍາຄັນ ວ່າເຮົາຈະເລືອກເອົາລວດ ລາຍແບບໃດມາອອກແບບຂາຍໃສ່ກາເສື້ອຂອງເຮົາ ເພື່ອໃຫ້ເປັນຈຸດເດັ່ນ ແລະເປັນທີ່ດຶງດູດໃຈຂອງລູກຄ້າ, ສໍາລັບບໍລິສັດ Savan Apparel ແມ່ນໄດ້ເລືອກເອົາລັກສະນະຂອງກາຕິດເຄື່ອງທີ່ມີລັກສະນະບົ່ງບອກເຖິງຄວາມເປັນລາວ-ອາເມຣິກັນ ເຊັ່ນ: ກາຊ້າງສາມຫົວ ແລະອື່ນໆ.

ການໂຄສະນາ, ທາງບໍລິສັດຈະດໍາເນີນໂດຍໃຫ້ລູກຄ້າເປັນຄົນບອກຕໍ່. ດັ່ງນັ້ນ, ການບອກກັນປາກຕໍ່ປາກຂອງລູກຄ້າເອງ ຈຶ່ງເປັນທາງເລືອກທີ່ດີສໍາລັບການເຮັດທຸລະກິດດ້ານນີ້ ເນື່ອງຈາກລູກຄ້າ ຈະເປັນຜູ້ນໍາເອົາລູກຄ້າຄົນອື່ນໆເຂົ້າມາຫາບໍລິສັດຂອງເຮົາເອງ ຖ້າສິນຄ້າຂອງບໍລິສັດຫາກມີຄຸນນະພາບດີ.

ລິງໂດຍກົງ

ນອກຈາກຊ່ອງທາງການຂາຍທາງອອນລາຍແລ້ວ ແຕ່ອີກຊ່ອງທາງນຶ່ງໃນການເຂົ້າຫາຕະຫຼາດຂອງບໍລິສັດ ແມ່ນສາມາດນໍາເອົາເຄື່ອງຂອງທີ່ຜະລິດອອກມານັ້ນອອກໄປສູ່ລູກຄ້າ ໂດຍການນໍາສິນຄ້າໄປຂາຍຢູ່ຕາມສະຖານທີ່ຕ່າງໆ ໂດຍສະເພາະແມ່ນຂາຍຕາມງານບຸນຢູ່ວັດ ໃນເວລາທີ່ເພິ່ນມີງານ.

ເສື້ອແຕ່ລະຜືນແມ່ນຂາຍໃນລາຄາ 20 ໂດລາຕໍ່ຜືນເວລາທີ່ນໍາອອກໄປຂາຍນອກສະຖານທີ່ ຫຼືຂາຍໃນລາຄາ 15 ໂດລາຕໍ່ຜືນກໍມີ. ເຊິ່ງ ການຫຼຸດຕົ້ນທຶນໃນການຜະລິດແມ່ນສິ່ງສໍາຄັນ ເພາະເຮົາຈະມີກໍາໄລເພີ້ມຂຶ້ນ ຖ້າຮູ້ວິທີໃນການຫຼຸດຕົ້ນທຶນໄດ້ເຊັ່ນ ຊື້ອຸປະກອນຕ່າງໆທີ່ປະກອບເຂົ້າໃນການຜະລິດໃນລາຄາທີ່ຂາຍຍົກ ແມ່ນທາງເລືອກທີ່ດີກວ່າ, ຕົວຢ່າງ ເສື້ອໂຕນຶ່ງ ອາດຈະມີລາຄາປະ ມານ 3 ໂດລາຕໍ່ໂຕ ລວມທັງລາຄາສີທີ່ໃຊ້ເຂົ້າໃນການພິມເຄື່ອງໝາຍໃສ່ທີ່ມີລາຄາຢ່າງໜ້ອຍປະມານ 5 ໂດລາ, ລວມໆແລ້ວ ກໍຍັງຖືວ່າເປັນກໍາໄລທີ່ງາມ ແລະດີຫຼາຍ.

ຖ້າລູກຄ້າຫາກຕ້ອງການສັ່ງເຄື່ອງໃນການຜະລິດໃຫ້ໂດຍສະເພາະ ທາງບໍລິສັດກໍຮັບຜະລິດໃຫ້ໄດ້ຕາມຈໍານວນທີ່ຕ້ອງການ, ລາຄາກໍຂຶ້ນຢູ່ກັບແຕ່ລະອໍເດີທີ່ແຕກຕ່າງກັນ, ດັ່ງນັ້ນ ລາຄາຂອງສິນຄ້າ ກໍຂຶ້ນຢູ່ກັບຄວາມຍາກຂອງລວດລາຍ ສີທີ່ໃສ່ ຮູບພາບທີ່ຕິດນັ້ນມີຂະໜາດເທົ່າໃດ. ແຕ່ ຖ້າລູກຄ້າຫາກສັ່ງຫຼາຍ ສິນຄ້າກໍຈະມີລາຄາທີ່ຖືກລົງເມື່ອທຽບເປັນແຕ່ລະອັນ.

ລິງໂດຍກົງ

ປັດຈຸບັນ, ທາງເຈົ້າຂອງບໍລິສັດ ກ່າວວ່າ ມີອໍເດີ້ເຂົ້າມາເລື້ອຍໆ ແລະຫຼາຍຂຶ້ນນັບ​ມື້ ເຊິ່ງບາງຄັ້ງກໍຕ້ອງໄດ້ເພີ້ມແຮງງານເຂົ້າມາຊ່ວຍໃນການຜະລິດອີກດ້ວຍ. ນັ້ນ ກໍສະແດງໃຫ້ເຫັນວ່າ ທຸລະກິດການອອກແບບພິມເຄື່ອງໝາຍໃສ່ເສື້ອຜ້າ ແລະເຄື່ອງໃຊ້ຕ່າງໆ ແມ່ນເປັນທີ່ນິຍົມ ແລະຕ້ອງການຂອງຕະຫຼາດ ເຖິງແມ່ນວ່າຈະເປັນທຸລະກິດຂະໜາດນ້ອຍແບບຄອບຄົວກໍຕາມ.

XS
SM
MD
LG