ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການປະກອບທຸລະກິດກ່ຽວກັບ ການຮັບເໝົາຈັດສາກຫຼັງ ໃນງານລ້ຽງທົ່ວໄປ


ງານລ້ຽງຢູ່ທີ່ເຮືອນຂອງລູກຄ້າຜູ້ນຶ່ງ ເຊິ່ງອອກແບບ ແລະຈັດເອໂດຍ ອາເລັກຊິສ.
ງານລ້ຽງຢູ່ທີ່ເຮືອນຂອງລູກຄ້າຜູ້ນຶ່ງ ເຊິ່ງອອກແບບ ແລະຈັດເອໂດຍ ອາເລັກຊິສ.

ມີໃຜສັງເກດບໍວ່າ ທຸກໆຄັ້ງທີ່ພວກເຮົາໄປງານລ້ຽງຕ່າງໆ ຈະມີມຸມນຶ່ງສໍາລັບແຂກຢູ່ທາງໜ້າງານ ສໍາລັບຖ່າຍຮູບ ເພື່ອເປັນທີ່ລະລຶກຢູ່ໃນງານນັ້ນ? ການເຮັດທຸລະກິດກ່ຽວກັບດ້ານນີ້ ກໍາລັງເປັນທີ່ນິຍົມຫຼາຍຂອງລູກຄ້າຢູ່ໃນລັດຫລຸຍເຊຍນາ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການຕົກແຕ່ງສາກຫຼັງ ຫຼື Backdrops ສໍາລັບຖ່າຍຮູບຢູ່ໃນງານລ້ຽງຕ່າງໆ ເປັນອີກນຶ່ງຈຸດທີ່ສໍາຄັນຂອງງານ ທີ່ແຂກຫຼາຍໆຄົນໃຫ້ຄວາມສົນໃຈ ເພາະຊິເປັນມຸມທີ່ໜ້າຮັກ ຊຶ່ງສະແດງອອກເຖິງລັກສະນະຂອງງານ ແລະເປັນຈຸດເດັ່ນສຳຄັນ ທີ່ທຸກໆຄົນຢາກຖ່າຍຮູບໄວ້ເພື່ອເປັນທີ່ລະລຶກ.

ທຸກຄົນສາມາດປະກອບອາຊີບດ້ານນີ້ໄດ້ ເຊິ່ງສາມາດເຮັດເປັນອາຊີບເສີມ ຫຼືເປັນອາຊີບຫຼັກ, ສາມາດເລີ້ມຕົ້ນດໍາເນີນທຸລະກິດດ້ານນີ້ແບບນ້ອຍໆໄດ້ໃນລັກສະນະທຸລະກິດຄອບຄົວ ໂດຍບໍ່ໄດ້ໃຊ້ທຶນຫຼາຍ, ແລະທີ່ສໍາຄັນ ເຄື່ອງຂອງທີ່ເຮົາໃຊ້ເຂົ້າໃນການຈັດງານ ເຮົາຍັງສາມາດນໍາກັບຄືນມາໃຊ້ໄດ້ອີກ ເຊັ່ນວ່າ ແຜ່ນສາກດ້ານຫຼັງ ຫຼືເຄື່ອງປະກອບເຂົ້າໃນການຕົກແຕ່ງອື່ນໆ.

ງານລ້ຽງຈົບໂຮງຮຽນ ທີ່ຈັດໃນສະຖານທີ່ສໍາລັບລູກຄ້າ, ອອກແບບ ແລະ ຈັດເອ້ໂດຍ ອາເລັກຊິສ.
ງານລ້ຽງຈົບໂຮງຮຽນ ທີ່ຈັດໃນສະຖານທີ່ສໍາລັບລູກຄ້າ, ອອກແບບ ແລະ ຈັດເອ້ໂດຍ ອາເລັກຊິສ.

ນາງອາເລັກຊິສ, ຜູ້ທີ່ອາໄສຢູ່ໃນລັດຫຼຸຍເຊຍນາ ໄດ້ເລີ້ມຕົ້ນດໍາເນີນກິດຈະການດ້ານນີ້ມາແບບຈິງຈັງໃນຊ່ວງເດືອນພະຈິກຂອງປີ 2021, ຈຸດເລີ້ມຕົ້ນກໍມາຈາກທີ່ນາງເປັນຄົນມັກຈັດເອ້ສະຖານທີ່ ຈັດເອ້ເຄື່ອງຂອງຕ່າງໆເລັກໆນ້ອຍໆໃນງານຂອງຄອບຄົວໝູ່ເພື່ອນ ແລະບ່ອນອື່ນໆ. ເມື່ອຫຼາຍໆຄົນເຫັນຜົນງານຂອງລາວ ກໍມັກໃນແນວຄວາມຄິດ ແລະຕິດຕໍ່ໃຫ້ໄປຈັດເອ້ໃນງານຂອງພວກເຂົາເຈົ້າ ແລ້ວກໍເລີ້ມເປັນທີ່ຮູ້ຈັກຕັ້ງແຕ່ນັ້ນມາ ຊຶ່ງນາງອາເລັກຊິສ ໄດ້ອະທິບາຍຫຼືເລົ່າໃຫ້ຟັງວ່າ:

“ໂດຍທົ່ວໄປແລ້ວ ຂະນ້ອຍຮຽນມາຈາກເວັບໄຊທ໌ຢູທູບ, ແລະນອກນັ້ນ ນ້າສາວຂອງຂະນ້ອຍເອງ ເພິ່ນກໍເປັນຄົນມັກເຮັດກິດຈະກໍາດ້ານນີ້ຢູ່ແລ້ວ ດັ່ງນັ້ນ ຂະນ້ອຍກໍເລີ້ມຕົ້ນຮຽນຮູ້ນໍາເພິ່ນໄປນໍາຮຽນເຮັດນໍາເພິ່ນ ເຊິ່ງງານທໍາອິດທີ່ຂະນ້ອຍໄດ້ຈັດເອ້ກໍແມ່ນງານລ້ຽງຂອງພີ່ນ້ອງຂະນ້ອຍເອງ, ຕໍ່ມາກໍຝຶກຊ້ອມໄປເລື້ອຍໆ ເລື້ອຍໆ ເພື່ອເກັບກ່ຽວປະສົບການ, ເຊິ່ງຂະນ້ອຍເລີ້ມຕົ້ນດ້ວຍການຮັບຈັດໃຫ້ໝູ່ເພື່ອນ ຄົນຮູ້ຈັກ, ແລ້ວຫຼາຍຄົນກໍຕິດຕໍ່ເຂົ້າມາຫາຂະນ້ອຍ ເພື່ອໄປຈັດ Backdrop ໃຫ້ກັບເຂົ້າເຈົ້າ.”

ປະເພດອາຫານທີ່ລູກຄ້າສັ່ງໃຫ້ ອາເລັກຊິສ ຈັດໃຫ້, ເຊິ່ງບໍ່ໄດ້ລວມກັບລາຄາຂອງຄ່າສາກຫຼັງ.
ປະເພດອາຫານທີ່ລູກຄ້າສັ່ງໃຫ້ ອາເລັກຊິສ ຈັດໃຫ້, ເຊິ່ງບໍ່ໄດ້ລວມກັບລາຄາຂອງຄ່າສາກຫຼັງ.


ການເຮັດທຸລະກິດແບບນີ້ ບໍ່ຈໍາເປັນຕ້ອງມີຄົນງານຫຼາຍ ພຽງແຕ່ 2-3 ຄົນກໍພຽງພໍ, ແຕ່ຖ້າເຮົາເອງຈະຮັບຈັດງານໃຫຍ່ໆ ກໍຈໍາເປັນຈະຕ້ອງມີພະນັກງານຊ່ອຍໄວ້ຫຼາຍຄົນຕາມຄວາມຕ້ອງການ.

ເນື່ອງຈາກຮູບແບບການຮັບເໝົາຕົກແຕ່ງທີ່ເປັນລັກສະນະແບບສາກຫຼັງ ທີ່ເນັ້ນໝາກປູມເປົ້າ, ສະນັ້ນ ເວລາທີ່ໃຊ້ເຂົ້າໃນການກະກຽມໃນງານແຕ່ລະຄັ້ງກໍຈະສະເລ່ຍຢູ່ທີ່ປະມານ 2-3 ຊົ່ວໂມງ, ເຊິ່ງບໍ່ໄດ້ລວມທັງການຂົນເຄື່ອງຂອງໄປ-ມາ ໃນສະຖານທີ່.

ຮູບແບບ ແລະສີສັນຂອງສາກຫຼັງ ຫຼື Backdrop ດັ່ງກ່າວ, ທາງຜູ້ຮັບງານຕ້ອງໄດ້ປະສານກັບເຈົ້າຂອງງານເຖິງຄວາມຕ້ອງການ, ແລະສີສັນ ກ່ອນມື້ງານຢ່າງໜ້ອຍນຶ່ງອາທິດ ເພາະຈະເຮັດໃຫ້ຜູ້ປະກອບການຈັດຕຽມເຄື່ອງຂອງທຸກຢ່າງໄດ້ທັນເວລາ ແລະປ້ອງກັນບໍ່ໃຫ້ເກີດຄວາມຜິດພາດໄດ້.

ງານລ້ຽງນອກສະຖານທີ່ສໍາລັບເດັກນ້ອຍ, ອອກແບບ ແບະຈັດເອ້ໂດຍ ອາເລັກຊິສ.
ງານລ້ຽງນອກສະຖານທີ່ສໍາລັບເດັກນ້ອຍ, ອອກແບບ ແບະຈັດເອ້ໂດຍ ອາເລັກຊິສ.

ລາຄາໃນການຮັບເໝົາແຕ່ລະຄັ້ງ ກໍ່ຈະຂຶ້ນຢູ່ກັບຄວາມ ຍາກ-ງ່າຍ, ນ້ອຍ-ໃຫຍ່ ຂອງສາກຫຼັງ ແລະສິ່ງທີ່ປະກອບເຂົ້າໄປໃນການຈັດເອ້, ແລ້ວແຕ່ຄວາມຕົກລົງເຫັນດີ ລະຫວ່າງຜູ້ຮັບເໝົາຈັດງານ ແລະເຈົ້າຂອງງານ. ແຕ່ສໍາລັບອາເລັກຊິສ ຍ້ອນວ່ານາງຍັງເປັນຜູ້ປະກອບການມືໃໝ່ ແລະຍັງຕ້ອງການເກັບກ່ຽວປະສົບການຫຼາຍໆດ້ານ ນາງຈຶ່ງຄິດໄລ່ຄ່າຮັບເໝົາໃນແຕ່ລະຄັ້ງຢູ່ທີ່ 200-300 ໂດລາ, ເຊິ່ງນາງເອງກໍໄດ້ບອກຕື່ມວ່າ ອາດຈະມີການປັບເພີ້ມລາຄາຂຶ້ນອີກຈັກໜ້ອຍ ເພາະເຄື່ອງຂອງທຸກຢ່າງແມ່ນມີລາຄາແພງຂຶ້ນ.

ໂດຍສະເລ່ຍແລ້ວ, ໃນອາທິດນຶ່ງ ນາງມີງານທີ່ຈະຕ້ອງອອກໄປຈັດຢູ່ຢ່າງໜ້ອຍ ສາມງານ, ເຊິ່ງສ່ວນຫຼາຍຈະຢູ່ໃນລະຫວ່າງ ທ້າຍອາທິດ. ແຕ່ວ່າ ຊ່ວງມີລູກຄ້າຕິດຕໍ່ເຂົ້າມາຫຼາຍທີ່ສຸດຈະເປັນຊ່ວງເດືອນພຶດສະພາຂອງປີ ເພາະເປັນໄລຍະທີ່ຫຼາຍໆຄົນຈົບໂຮງຮຽນ ແລະກໍຕ້ອງການຈັດງານລ້ຽງໃຫ້ແກ່ຕົນເອງ. ສະນັ້ນ ຊ່ວງເວລານີ້ ຜູ້ປະກອບການຕ້ອງໄດ້ຈັດສັນເວລາໃຫ້ຖືກຕ້ອງ ແລະເໝາະສົມ.

ອາຫານທີ່ ອາເລັກຊິສ ຈັດໃສ່ໃນງານໃຫ້ລູກຄ້າ, ເຊິ່ງເປັນລາຄາທີ່ແຍກຈາກຄ່າສາກຫຼັງ ຫຼື Backdrop.
ອາຫານທີ່ ອາເລັກຊິສ ຈັດໃສ່ໃນງານໃຫ້ລູກຄ້າ, ເຊິ່ງເປັນລາຄາທີ່ແຍກຈາກຄ່າສາກຫຼັງ ຫຼື Backdrop.

ມາເຖິງປັດຈຸບັນນີ້ ສຽງຕອບຮັບແມ່ນດີຫຼາຍ ດີທີ່ສຸດ, ເຊິ່ງຂະນ້ອຍສາມາດເວົ້າໄດ້ວ່າ ເດືອນພຶດສະພາ ເປັນເດືອນທີ່ຂະນ້ອຍງານຫຼາຍທີ່ສຸດ ເພາະຈະມີງານລ້ຽງຈົບໂຮງຮຽນ, ງານດອງ, ງານວັນເກີດ ແລະອື່ນໆ...ມັນໄປໄດ້ດີຫຼາຍ ຂະນ້ອຍບໍ່ເຄີຍຄິດເລີຍວ່າຕົນເອງຈະມີງານຕິດຕໍ່ເຂົ້າມາໄວປານນີ້ ແລະຂະນ້ອຍຮູ້ສຶກພູມໃຈ ແລະປະທັບໃຈໃນທຸກໆຢ່າງຫຼາຍ. ອີກຢ່າງ ຕອນນີ້ຂະນ້ອຍກໍຍັງເປັນຜູ້ປະກອບການມືໃໝ່ຢູ່ ຂະນ້ອຍຍັງຄົງຢູ່ໃນຂັ້ນຕອນການປັບລາຄາກ່ຽວກັບເຄື່ອງຂອງທີ່ຂະນ້ອຍນໍາເຂົ້າມາໃຊ້ຢູ່. ຈັງໃດຂະນ້ຍກໍຍັງຄິດວ່າ ຕົນເອງໄດ້ກໍາໄລຫຼາຍໃນການລົງທຶນແບບນີ້, ເພາະວ່າ ເຄື່ອງຂອງທຸກຢ່າງທີ່ຂະນ້ອຍນໍາໃຊ້ເຂົ້າໃນທຸລະກິດແຕ່ລະຄັ້ງ ກໍຍັງນໍາກັບມາໃຊ້ໄດ້ອີກໃນຄັ້ງຕໍ່ໄປ, ຂະນ້ອຍຍັງຊື້ເຄື່ອງໃໝ່ໆເຂົ້າມາຕື່ມ ຍັງຕ້ອງສ້າງຄວາມແຕກຕ່າງໃຫ້ລູກຄ້າ ເພາະຢູ່ທີ່ນີ້ ມີການແຂ່ງຂັນຫຼາຍ, ດັ່ງນັ້ນ ຂະນ້ອຍຈະຕ້ອງສ້າງຄວາມແຕກຕ່າງໃຫ້ກັບລູກຄ້າ ສະເໜີແນວໃໝ່ໆໃຫ້ກັບລູກຄ້າຢູ່ສະເໝີ.”

ການໂຄສະນາ, ສິ່ງນີ້ກໍສໍາຄັນ ໂດຍປົກກະຕິແລ້ວ ກໍບໍ່ໄດ້ຕ້ອງການການໂຄສະນາແບບເຕັມຮູບແບບ ເພາະສິ່ງທີ່ຜູ້ປະກອບການທຸລະກິດດ້ານນີ້ຕ້ອງສຸມໃສ່ກໍຄື ພະຍາຍາມສ້າງໃຫ້ລູກຄ້າປະທັບໃຈໃນການຈັດງານໃຫ້ອອກມາໃຫ້ດີທີ່ສຸດ ເພາະວ່າ ລູກຄ້າ ຈະເປັນຜູ້ປະຊາສໍາພັນໃຫ້ແກ່ທຸລະກິດຂອງເຮົາເອງ, ພ້ອມນັ້ນ ເມື່ອແຂກຄົນອື່ນໆທີ່ມາໃນງານເຫັນ ແລະສົນໃຈ ກໍສາມາດຕິດຕໍ່ເຮົາໄດ້ໂດຍກົງອີກດ້ວຍ.

ສາກຫຼັງ ຫຼື Backdrop ຢູ່ທີ່ສະຖານທີ່ຈັດງານແຫ່ງນຶ່ງ ທີ່ອອກແບບ ແລະຈັດເອ້ໂດຍ ອາເລັກຊິສ.
ສາກຫຼັງ ຫຼື Backdrop ຢູ່ທີ່ສະຖານທີ່ຈັດງານແຫ່ງນຶ່ງ ທີ່ອອກແບບ ແລະຈັດເອ້ໂດຍ ອາເລັກຊິສ.

ສໍາລັບຈຸດດີໃນການປະກອບອາຊີບນີ້ ກໍຄື ມັນເປັນງານແບບລັກສະນະຂອງກິດຈະກໍາ, ການສ້າງແນວຄິດໃໝ່ໆ, ເຮັດໃຫ້ຜູ້ປະກອບການສາມາດເກັບກ່ຽວຄວາມຮູ້ເລັກໆນ້ອຍໆ ເພື່ອຈະສ້າງງານໃໝ່ໆອອກມາໃນຕໍ່ໜ້າ. ພ້ອມກັນນັ້ນ ກໍຍັງເປັນພື້ນຖານທີ່ດີໃນແຜນການຕໍ່ໜ້າ ທີ່ຜູ້ປະກອບການຈະຮັບເໝົາງານໃຫຍ່ໆອອກມາໃນອະນາຄົດຂ້າງໜ້າອີກດ້ວຍ, ເຊິ່ງປັດຈຸບັນນີ້ ນອກຈາກຈະຮັບຈັດສາກຫຼັງແລ້ວ ອາເລັກຊິສເອງ ກໍຍັງໄດ້ຈັດໂຕະອາຫານ ແບບ cocktail ຂຶ້ນມາໃນງານອີກດ້ວຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG