ຊາຍຄົນນຶ່ງທີ່ນັ່ງຢູ່ໃນລົດເຂັນ ໄດ້ບີບຂະນວນລະເບີດລູກນຶ່ງ
ທີ່ເຮັດເອງ ໃຫ້ແຕກຂຶ້ນຢູ່ທີ່ສະໜາມບິນນານາຊາດຂອງປັກ
ກິ່ງ ເມື່ອຕອນແລງວັນເສົາວານນີ້ ແຕ່ມີພຽງຜູ້ກ່ຽວຄົນດຽວທີ່
ໄດ້ຮັບບາດເຈັບ.
ລະເບີດໄດ້ແຕກຂຶ້ນ ຢູ່ໃນບໍລິເວນຮອງຮັບພວກໂດຍສານ
ຂາເຂົ້າ ຢູ່ຕຶກຫຼັງທີ 3 ຫຼື Terminal 3 ຂອງສະໜາມບິນ. ສື່ມວນຊົນຈີນລາຍງານວ່າ ເຫດການນີ້ບໍ່ໄດ້ກະທົບຖ້ຽວບິນໃດໆເລີຍ ແລະວ່າ ສະໜາມບິນໄດ້ກັບຄືນໄປດໍາເນີນງານ
ຕາມປົກກະຕິ ຫຼັງຈາກເກີດເຫດການດັ່ງກ່າວ ຄືໃນເວລາ ປະມານ 6 ໂມງເຄິ່ງຕອນແລງ ຕາມເວລາທ້ອງຖິ່ນ.
ເຈົ້າໜ້າທີ່ໄດ້ລະບຸຊື່ຜູ້ວາງລະເບີດວ່າ ແມ່ນທ້າວ Ji Zhongxing ພົນລະເມືອງຈີນ ແລະວ່າ ຜູ້ກ່ຽວໄດ້ຮັບການປິ່ນປົວບາດແຜແລ້ວ. ລາຍງານທີ່ບໍ່ເປັນທາງການເວົ້າວ່າ ຜູ້ກ່ຽວຕ້ອງການຄ່າຊົດເຊີຍ ສໍາລັບການບາດເຈັບ ທີ່ໄດ້ຮັບ ໃນເຫດການຂັດແຍ້ງກັບບັນດາເຈົ້າໜ້າທີ່ທ້ອງຖິ່ນກ່ອນໜ້ານີ້ ແຕ່ໄດ້ຖືກປະຕິເສດ.