ເສດຖະກິດທີ່ຊັກຊ້າລົງແລະການເວົ້າເຖິງການປົດຄົນງານອອກຈາກວຽກແມ່ນເພີ້ມໃສ່ຄວາມບໍ່ແນ່ນອນ ສຳລັບຫຼາຍໆຄົນ ຢູ່ໃນປະເທດຈີນ ໃນຂະນະທີ່ພວກເຂົາເຈົ້າ ພວມເດີນທາງກັບຄືນບ້ານ ສະຫຼອງກຸດຈີນຫຼືວັນຂຶ້ນປີໃໝ່. ຄົນງານບາງຄົນຖືກເຕືອນ ເຖິງການທີ່ຈະເກີດພາວະຫຍຸ້ງຍາກ ແລະເວົ້າເຖິງການຢູ່ລອດ ໃນຂະນະທີ່ເສດຖະກິດຂອງ ຈີນເຕີບໂຕຊ້າລົງ. ເລື້ອງທັງໝົດນີ້ເກີດຂຶ້ນໃນຂະນະທີ່ ການຂັດແຍ້ງທາງດ້ານການຄ້າ ລະຫວ່າງສະຫະລັດກັບຈີນພວມປາກົດຂຶ້ນມາໃຫ້ເຫັນ ຢູ່ທາງດ້ານຫຼັງ. Bill Ide ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຈາກປັກກິ່ງ ຊຶ່ງໄພສານ ຈະນຳເອົາ ລາຍລະອຽດ ມາສະເໜີ ທ່ານ ໃນອັນດັບຕໍ່ໄປ.
ໃນປີ 2018 ເສດຖະກິດຈີນເຕີບໂຕ ໃນອັດຕາທີ່ຊ້າທີ່ສຸດ ໃນຮອບ 28 ປີ ແລະໃນປັດຈຸບັນ ຂະນະທີ່ຫຼາຍໆລ້ານຄົນ ພວມເດີນທາງ ກັບຄືນບ້ານ ເພື່ອໄປພັກຜ່ອນ ເປັນເວລາຫຼາຍໆມື້ນັ້ນ ເລື້ອງວຽກການ ເສດຖະກິດ ແລະລາຄາສິນຄ້າທີ່ແພງຂຶ້ນ ແມ່ນເປັນສິ່ງທີ່ສ້າງຄວາມກັງວົນໃຈໃຫ້ແກ່ຫຼາຍໆຄົນ.
ສ່ວນໃຫຍ່ຂອງພວກຜູ້ຄົນ ທີ່ວີໂອເອ ໂອ້ລົມນຳ ຍັງມີຄວາມຫວັງຢູ່ວ່າ ສະຖານະການຈະດີຂຶ້ນ ແຕ່ກໍມີຄວາມກະວົນກະວາຍໃຈເຊັ່ນດຽວກັນ.
ທ້າວຫລິວ ຊູ ຫາກໍເລີ້ມເປີດ ບໍລິສັດດົນຕີທາງອິນເຕີແນັດ ຊຶ່ງລາວເວົ້າວ່າ ບໍ່ມີຫຍັງຫຼາຍທີ່ລາວສາມາດເຮັດໄດ້ ມີແຕ່ປັບໂຕໃຫ້ເຂົ້າກັບສະຖານະການເທົ່ານັ້ນ.
ທ້າວຫລິວ ຊູ ກ່າວວ່າ “ທຸກຄົນສາມາດມອງເຫັນໄດ້ວ່າແມ່ນຫຍັງເກີດຂຶ້ນ. ທຸລະກິດທາງອິນເຕີແນັດ ທີ່ອາໄສເງິນ ແລະພວກນັກລົງທຶນ ແມ່ນມີຄວາມລະມັດລະວັງຫຼາຍ ໃນເວລານີ້. ພວກເຮົາກຳລັງຕັດເງິນທຶນໃນການໂຄສະນາ ຕັດເງິນ ທຶນໃນການຈ້າງພະນັກງານ ແລະເຊົ່າສະຖານທີ່.”
ສ່ວນພະນັກງານທີ່ເຮັດວຽກກ່ຽວກັບເທັກໂນໂລຈີອີກຄົນນຶ່ງ ກໍໄດ້ສະແດງຄວາມເປັນຫ່ວງແບບດຽວກັນນີ້ ໂດຍເອີ້ນສະຖານະການວ່າຮ້າຍແຮງ.
ພະນັກງານຄົນນີ້ເວົ້າວ່າ “ສະພາບການໂດຍທົ່ວໄປ ສຳລັບທຸລະກິດອອນລາຍນ໌ແລ້ວ ແມ່ນບໍ່ຄ່ອຍດີ. ນອກຈາກການແຂ່ງຂັນແລ້ວ ອຸດສາຫະກຳດັ່ງກ່າວພວມຢູ່ໃນສະພາບຫລຸດຖອຍ ແລະບໍລິສັດໃຫຍ່ໆທາງອິນເຕີແນັດຫຼາຍໆບໍລິສັດ ກຳລັງຫຼຸດການປະຕິບັດງານຂອງຕົນລົງ.”
ແລະກໍບໍ່ພຽງແຕ່ບັນດາບໍລິສັດທາງອິນເຕແນັດເທົ່ານັ້ນ ຄອບຄົວຕ່າງໆກໍພາກັນມີຄວາມຮູ້ສຶກເຖິງຜົນກະທົບເຊັ່ນດຽວກັນ.
ແມ່ຍິງຄົນນຶ່ງກ່າວວ່າ “ພວມມີຄວາມເປັນຫ່ວງກັນຢູ່. ສິ່ງຕ່າງໆແມ່ນມີການແຂ່ງຂັນກັນຫຼາຍ. ພໍ່ແມ່ຂອງຂ້ອຍ ລົມກັບຂ້ອຍກ່ຽວກັບຫຼາຍໆເລື້ອງ ແລະຂ້ອຍກໍສາມາດມອງເຫັນໄດ້ວ່າ ມັນເປັນການຍາກຫຼາຍສ່ຳໃດສຳລັບເຂົາເຈົ້າ ທີ່ຈະເຮັດທຸລະກິດ ແລະໃນປີນີ້ກໍມີທ່າທາງວ່າ ຈະມີຄວາມຫຍຸ້ງຍາກຂຶ້ນຕື່ມ.”
ສ່ວນອີກຄົນນຶ່ງ ກໍໃຫ້ຄວາມເຫັນວ່າ “ເຈົ້າສາມາດຮູ້ສຶກໄດ້ວ່າ ລາຄາສິນຄ້າກຳລັງຄ່ອຍໆຂຶ້ນ ແລະກໍສູງກວ່າແຕ່ກ່ອນ. ລາຍຈາຍກໍສູງຂຶ້ນນຳເຊັ່ນກັນ.”
ຄວາມເຄັ່ງຕຶງທາງດ້ານການຄ້າ ລະຫວ່າງສະຫະລັດກັບຈີນ ແມ່ນເພີ້ມຄວາມກົດດັນຕໍ່ເສດຖະກິດ ໂດຍບັງຄັບໃຫ້ບາງບໍລິສັດ ຕ້ອງໄດ້ຍ້າຍໄປຕັ້ງຢູ່ຕ່າງປະເທດ. ໃນຫົວເມືອງໃຫຍ່ໆ ເຊັ່ນນະຄອນຫຼວງປັກກິ່ງນັ້ນ ການຜະລິດໄດ້ຍ້າຍຈາກເຂດໃຈກາງເມືອງ ໄປສູ່ເຂດຊານເມືອງທີ່ຢູ່ອ້ອມແອ້ມ ແຕ່ນັ້ນກໍບໍ່ໄດ້ເຮັດໃຫ້ຕົ້ນທຶນຕ່ຳລົງຫຼືສ້າງຄວາມເສຍຫາຍໃຫ້ແກ່ໂອກາດສຳລັບທຸກໆຄົນແຕ່ຢ່າງໃດ ອີງຕາມຄຳເວົ້າຂອງຄົນງານຜູ້ນຶ່ງ ຊຶ່ງຜູ້ກ່ຽວກ່າວຕື່ມວ່າ:
“ມີການຕັດລົງ ແຕ່ກໍຍັງມີຄວາມຕ້ອງການສູງຢູ່ ສຳລັບພວກຄົນງານທີ່ມີຄວາມສາມາດສູງ. ສຳລັບພວກທີ່ມີຄວາມສາມາດຕ່ຳ ມັນເປັນການຢູ່ລອດສຳລັບພວກທີ່ປັບໂຕເຂົ້າກັບສະພາບການໄດ້ດີທີ່ສຸດ.”
ສ່ວນທ້າວ ຫລິວ ຢີ ຊຶ່ງເປັນທີ່ປຶກສາຂອງບໍລິສັດຜູ້ຈັດການ ກ່າວວ່າ ສະພາບການຕໍ່ໜ້າ ແມ່ນຍັງດີຢູ່ ສຳລັບບໍລິສັດທີ່ກ້າວໜ້າທັນສະໄໝ ແຕ່ກໍໃຫ້ຂໍ້ສັງເກດວ່າ ການຊັກຊ້າລົງຂອງເສດຖະກິດ ກຳລັງບັງັບໃຫ້ຫຼາຍໆບໍລິສັດທົບທວນກ່ຽວກັບການເຮັດທຸລະກິດຂອງເຂົາເຈົ້າ. ທ້າວຫລິວ ຢີ ກ່າວຕື່ມວ່າ.
“ຫຼາຍໆບໍລິສັດ ກຳລັງປະເຊີນກັບສະພາບເງິນແລະຊັບສິນທີ່ສາມາດປ່ຽນເປັນເງິນໄດ້ ແບບບໍ່ຄ່ອງຕົວປານໃດ ແລະນັ້ນໄດ້ມີຜົນກະທົບຕໍ່ການເຮັດທຸລະກິດແລະເລື້ອງກຳໄລ.”
ທ້າວຫລິວກ່າວວ່າ ຫຼັງຈາກໄດ້ມີການເຕີບໂຕຢ່າງວ່ອງໄວມາເປັນເວລາຫຼາຍປີ ທີ່ພາໃຫ້ມີການຕິດໜີ້ຕິດສິນເປັນຈຳນວນຫຼວງຫຼາຍແລະການຜະລິດເກີນຄວາມຕ້ອງການແລ້ວ ການປະເຊີນກັບສະພາບເສດຖະກິດທີ່ຊັກຊ້າລົງ ອາດຈະຊ່ວຍໃຫ້ບາງບໍລິສັດມີຄວາມຄິດໃນການປັບຕົວເຂົ້າກັບສະພາບຕົວຈິງໃນອະນາຄົດ.