ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຫຼິ້ນສະກີ້ Tina Maze ​ຊະນະ​ຫຼຽນ​ຄໍາ​ ອັນທີສອງ ທີ່ເມືອງ Sochi (ສະໄລດ໌)


ນັກ​ຫລີ້ນ​ສະ​ກີ້ ສະ​ໂລ​ເວ​ເນຍ ນາງ Tina Maze ​
ນັກ​ຫລີ້ນ​ສະ​ກີ້ ສະ​ໂລ​ເວ​ເນຍ ນາງ Tina Maze ​
ນັກ​ຫລີ້ນ​ສະ​ກີ້ ສະ​ໂລ​ເວ​ເນຍ ນາງ Tina Maze ​ໄດ້​ຊະນະ​
ຫລຽນ​ຄໍາ ​ອັນທີສອງ ໃນການແຂ່ງຂັນ​ກິລາ​ໂອ​ລິມປິກລະດູ​
ໜາວ ທີ່ເມຶ​ອງ Sochi ປະ​ເທດຣັດ​ເຊຍ ຫລັງ​ຈາກ​ໄດ້​ທີ​ນຶ່ງ ​
ໃນການ​ແຂ່ງຂັນ​ແລ່ນ​ສະ​ກີ້ giant slalom ປະເພດຍິງ.

ການ​ໄດ້ຮັບໄຊຊະນະ ​ຂອງ​ນາງ ​ໃນ​ວັນ​ອັງຄານ​ມື້​ນີ້ ມີຂຶ້ນ
ຫລັງຈາກນາງໄດ້ຊະນະຫລຽນຄຳແລ່ນ​ສະ​ກີ້ລົງ​ຄ້ອຍໃນ
​ອາທິດ​ແລ້ວ​ນີ້​. ນັກ​ກິລາອອສ​ເຕຣຍ ນາງ Anna Fen-
ninger ​ໄດ້​ທີ​ສອງໃນ​ວັນ​ອັງຄານມື້ນີ້ ໂດຍ​ໄດ້​ຮັບຫລຽນ
​ທີ​ສອງ ຈາກການແຂ່ງຂັນ ​ໃນ​ຂະນະ​ທີ່ ນາງ Viktoria
Rebenburg ຈາກເຢຍຣະມັນໄດ້ຊະນະ​ຫຼຽນ​ທອງ​ແດງ.



ກ່ອນໜ້ານີ້ ທ້າວ Pierre Vaultier ຈາກຝຣັ່ງ ໄດ້ຊະນະຫລຽນຄຳ ໃນການ ແລ່ນ snow-
boardcross ຊຶ່ງໄດ້ມີການເລື່ອນເວລາໃນວັນຈັນວານນີ້ ຍ້ອນມີ ໝອກໜາ. ທ້າວ
Nikolay Olyunin ຈາກຣັດເຊຍ ໄດ້ຮັບຫລຽນເງິນ ແລະ ທ້າວ Alex Deibold ຈາກ
ສະຫະລັດ ຊະນະຫລຽນທອງແດງ.

​ໃນ​ການ​ແຂ່ງຂັນເອົາ​ຫລຽນ​ອື່ນໆ ຂອງ​ວັນ​ອັງຄານມື້​ນີ້ ຈີນ​ຫວັງຈະໄດ້ຮັບຫລຽນ​ຄໍາ​ທີ​ສາມ​
ໃນການ​ແລ່ນສະເກັດປ່ຽນກັນ​ 3,000 ​ແມັດປະເພດຍິງ ​ໃນ​ຂະນະ​ດຽວ​ກັນ ນັກ​ຫລີ້ນ​ສະ​ກີ້
freestyle ອາເມຣິກັນທ້າວ David Wise ຊຶ່ງເປັນ​ແຊມ​ປ້ຽນ​ໂລກຄາດວ່າຈະຊະນະການ
ແຂ່ງຂັນຮອບປະຖົມມະເລີກ halfpipe.

ນັກ​ກິລາຝຣັ່ງ ທ້າວ Martin Fourcade ກໍາລັງ​ຊອກ​ຫາ​ຊ່ອງທາງເພື່ອຈະ ຄວ້າເອົາຫລຽນ
​ຄໍາ​ທີ​ສາມ​ຂອງ​ລ​າວທີ່​ເມືອງ Sochi ຫລັງ​ຈາກ​ດິນ​ຟ້າ​ອາກາດ​ບັງຄັບ​ໃຫ້​ມີ​ການ​ເລື່ອນເວລາ
ມາແລ້ວ​ສອງ​ຄັ້ງ ໃນການ​ແຂ່ງຂັນແລ່ນ​ສະ​ກີ້​ຜູ້​ຊາຍ 15 ກິ​ໂລ​ແມັດ.

ຣັດ​ເຊຍແລະສະຫະລັດ ຕ່າງກໍໄດ້ຊະນະ 19 ຫລຽນ ທີ່​ເມືອງ Sochi ​ນໍາໜ້າ​ເນ​ເທີ​ແລນ​ທີ່
​ໄດ້ 17 ຫລຽນ. ​ເຢຍຣະມັນ ​ໄດ້​ຊະນະຫລຽນ​ຄໍາ​ຫລາຍ​ທີ່​ສຸດແປດ​ຫລຽ​ນ ຕິດ​ຕາມ​ມາ​ດ້ວຍ
ຫົກ​ປະ​ເທດ ຊຶ່ງແຕ່ລະ​ປະ​ເທດໄດ້​ຮັບ​ຫ້າ​ຫລຽນ.

XS
SM
MD
LG