ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜົນການເລືອກຕັ້ງທີ່ ສະໂລວາເກຍ


ບັນດາ​ພັກ​ການ​ເມືອງ​ຝ່າຍ​ຄ້ານ​ອຽງ​ຂວາ​ຂອງ​ສະ​ໂລ​ວາ​ເກ​ຍ ກຽມ​ພ້ອມ ທ່ີ​ຈະ​ປະກອບ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ

ຫລັງ​ຈາກ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໃນ​ວັນ​ເສົາ​ວານ​ນີ້. ຄະ​ແນນ​ສຽງ​ຈາກ​ບັດເລືອກ​ຕັ້ງ​ ທີ່​ນັບ​ເກືອບໝົດແລ້ວ
ໃນ​ວັນ​ອາທິດມື້ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ພັກ​ຝ່າຍ​ຄ້ານ​ທ່ີ​ສຳຄັນ​ຂອງ​ສະ​ໂລ​ວາ​ເກ​ຍໄດ້​ ຮັບທັງ​ໝົດ 79 ບ່ອນ​ນັ່ງ
ໃນ​ສະພາ.

ພັກ​ Smer ນິຍົມຊ້າຍ​ຂອງ​ນາຍົກ​ລົດ​ຖະມຸນຕີ​ຄົນ​ປັດຈຸບັນ ທ່ານ Robert Fico ​ໄດ້​ຊະນະ​ບ່ອນ​ນັ່ງ 36 ບ່ອນ
ຊຶ່ງ​ເປັນ​ຈຳນວນ​ຫລາຍ ທ່ີ​ສຸດ​ ທ່ີ​ພັກ​ການ​ເມືອງ​ນຶ່ງ​ໄດ້​ຮັບ​. ທ່ານ Fico ກ່າວ​ໃນ​ວັນ​ອາທິດ​ມື້​ນີ້ ວ່າ ທ່ານ​ມີ​ໂອກາດ
ທ່ີ​ຈະ​ດຳຣົງຕຳ​ແໜ່​ງນາຍົກລັດຖະມຸນຕີຕ່ໍ​ໄປ ​ແຕ່​ທ່ານ​ກ່າວ​ວ່າ ທ່ານ​ຈະ​ເຄົາລົບ​ນັບຖື ​ລັດຖະບານນິຍົມຂວາ​ກາງຂອງ
ພັກ​ຝ່າຍ​ຄ້ານ ​ ​ຖ້າພວກພັກ​ເຫລົ່ານັ້ນ ຫາກສາມາດ​ປະກອບ​ລັດຖະ ບານ​ປະສົມ​ຂຶ້ນ​ມາ​ໄດ້ ໂດຍ​ບໍ່​ມີພັກ Smer

ເຂົ້າ​ຮ່ວມ​ນຳ​. ພັກ Smer ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ບໍ່​ຕັດ​ຜົນ​ປະ​ໂຫຍ​ດດ້ານ​ສວັດ​ດີການສັງຄົມ ​ຄື​ກັນ​ກັບ​ພວກ​
ປະ​ເທດ​ອື່ນໆ​ໃນ​ຢູ​ໂຣບ ​ແຕ່​ຂ່າ​ວນອງ​ນັນ​ກ່ຽວ​ກັບການຫາ​ເງິນ​ເລືອກ​ຕັ້ງ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້ ​ໄດ້​ສ້າງ​ຄວາມ​ເສຍ ຫາຍ​
ໃຫ້​ແກ່​ ຄວາມ​ຫວັງ​ໃນ​ການໄດ້​ຮັບເລືອກ​ຕັ້ງຄືນ​ໃໝ່​ຂອງທ່າ​ນ Fico.

XS
SM
MD
LG