ບໍລິສັດຈີນບໍລິສັດນຶ່ງຢືນຢັນວ່າ ຕົນເອງສາມາດທີ່ຈະສ້າງຕຶກ
ສູງສຸດຂອງໂລກ ພາຍໃນພຽງແຕ່ບໍ່ເທົ່າໃດອາທິດເທົ່ານັ້ນ.
ບໍລິສັດ Broad Sustainable Building ກ່າວຕໍ່ວາລະສານ
Construction Week ວ່າ ຕົນມີຄວາມໝັ້ນໃຈວ່າຈະສາມາດ
ສ້າງຕຶກ 220 ຊັ້ນ ຊຶ່ງເອີ້ນວ່າ Sky City ຫລືເມືອງຟ້ານັ້ນ ໃຫ້ສໍາເລັດໄດ້ໂດຍໃຊ້ເວລາ ພຽງແຕ່ 90 ວັນ ເທົ່ານັ້ນ.
ກຸ່ມດັ່ງກ່າວເວົ້າອີກວ່າ ໂຄງສ້າງທີ່ສູງ 838 ແມັດ ຢູ່ເມືອງ Chansha ໃຈກາງຂອງພາກ ໃຕ້ຈີນ ຈະສ້າງສຳເລັດດ້ວຍຄວາມໄວທີ່ໜ້າອັດສະຈັນ ຄືສາມາດສ້າງ 5 ຊັ້ນຕໍ່ມື້ ຊຶ່ງໃຊ້ວິ ທີພິເສດ ໂດຍໃຊ້ພາກສ່ວນທີ່ສ້າງສໍາເລັດແລ້ວມາປະກອບເຂົ້າກັນ.
ພວກເຈົ້າໜ້າທີ່ບໍລິສັດເວົ້າວ່າ ຄາດກັນວ່າການກໍ່ສ້າງຈະເລີ້ມ
ຕົ້ນຂຶ້ນໃນທ້າຍປີນີ້ ແຕ່ວ່າພວກເຂົາເຈົ້າກໍຍັງລໍຖ້າການອະນຸມັດ
ໂຄງການດັ່ງກ່າວ ຈາກລັດຖະ ບານຈີນ. ເມື່ອສ້າງສໍາເລັດແລ້ວ ມັນຈະເປັນບ່ອນຢູ່ອາໄສໃຫ້ແກ່ຫລາຍກວ່າ 31 ພັນຄົນ ພ້ອມ
ທັງໂຮງຮຽນ, ໂຮງໝໍ, ຫ້ອງການ ແລະທຸລະກິດອື່ນໆອີກ ດ້ວຍ.
ຕຶກດັ່ງກ່າວແມ່ນຖືກອອກແບບໂດຍພວກນັກວິສະວະກອນ ທີ່
ສ້າງຕຶກ Burj Khalifa ຂອງດູບາຍ ທີ່ວ່າມີຄວາມສູງ 828 ແມັດ
ແລະເປັນຕຶກສູງທີ່ສຸດ ຂອງໂລກໃນປັດຈຸບັນນີ້. ບໍລິສັດ Broad
Sustainable Building ໄດ້ຮັບ ຄວາມສົນໃຈ ໃນທ້າຍປີ 2011
ຜ່ານມາ ເວລາບໍລິສັດດັ່ງກ່າວສ້າງຕຶກ 30 ຊັ້ນ ພາຍໃນເວລາພຽງແຕ່ 15 ມື້ ໂດຍໃຊ້ເທັກ ໂນໂລຈີແບບດຽວກັນ.