ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກລອຍອາກາດ ອອສເຕຣຍ ສ້າງສະຖິຕິ ທີ່ໄວກວ່າສຽງ (ວີດີໂອ)


ທ່ານ Felix Baumgartner ແຫ່ງອອສເຕຣຍ ກໍາລັງໂຕນອອກຈາກ ແຄບຊູນ ຢູ່ໃນອະວະກາດ ລົງມາສູ່ພື້ນດິນ
ທ່ານ Felix Baumgartner ແຫ່ງອອສເຕຣຍ ກໍາລັງໂຕນອອກຈາກ ແຄບຊູນ ຢູ່ໃນອະວະກາດ ລົງມາສູ່ພື້ນດິນ


ຊາວ​ອອສ​ເຕຣຍຊື່ວ່າ Felix Baumgartner ໄດ້ກາຍ​ມາ​ເປັນ
ຜູ້​ທໍ​າອິດ​ ທີ່​ສ້າງ​ສະ​ຖິຕິ ​ໃນ​ການ​ໂດດ​ແລະ​ລອຍ​ຢູ່​ໃນ​ອາກາດ ​
ໂດຍ​ໃຊ້ຄວາມໄວ ​ທີ່ໄວ​ກວ່າ​ສຽງ.

ທ່ານ Baumgarther ກ່າວ​ວ່າ ການໂດດຂອງ​ທ່ານໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທີ່​ສູງ​ກວ່າ 38 ກິ​ໂລ​ແມັດ ຢູ່​ເທິງທະ​ເລ​ຊາຍ​ຂອງ​ລັດ New Mexico ນັ້ນ ​ເປັນ​ສິ່ງ​ທີ່​ຍາກ​ກວ່​າສິ່ງອື່ນ​ໃດທັງ​ໝົດ ​ທີ່​ທ່ານ​ເຄີຍ​ໄດ້​ປະ ຕິບັດ​ມາ. ທ່ານ Baumgarther ກ່າວ​ຕື່ມ​ວ່າ:

“​ເວລາ​ທີ່​ຂ້າພະ​ເຈົ້າຢືນ​ຢູ່​ເທິງ​ໂລກນັ້ນ ທ່ານ​ມີ​ຄວາມ​ຕື່ນ​ເຕັ້ນ ​ຢູ່ໃນ​ໃຈ ທ່ານ​ບໍ່​ໄດ້​ຄິດ​ວ່າ​ ຈະເປັນ​ຜູ້ທຳລາຍສະ​ຖິຕິ ອີກ​ເ​ລີ​ຍ. ທ່ານ​ບໍ່​ໄດ້​ຄິດ​ກ່ຽວກັບ​ການ​ເກັບ​ກໍາ​ເອົາຂໍ້​ມູນ​ທາວິທະ
ຍາສາດ. ສິ່ງ​ດຽວ​ທີ່​ທ່ານ​ຕ້ອງການ​ນັ້ນ​ກໍ​ຄື ທ່ານ​ຕົກລົງ​ມາໂດຍ​ທີ່​ຍັງ​ມີ​ຊີວິດ​ຢູ່ ​ເພາະວ່າ
ທ່ານບໍ່​ຢາກ​ຕາຍ​ຢູ່​ຕໍ່ໜ້າ​ພໍ່​ແມ່​ ​ແຟນຂອງ​ທ່ານ ​ແລະ​ທຸກໆ​ຄົນທີ່ກໍາລັງ​ເບິ່ງ ຢູ່​ນັ້ນ. ​

ເລື້ອງເຫລົ່າ​ນີ້​ເປັນ​ສິ່ງສໍາ​ຄັນທີ່​ສຸດ​ ໃນ​ເວລາ​ທີ່ຂ້າພະ​ເຈົ້າ​ອອກ​ໄປ​ຢູ່​ໃນ​ອາ​ວະ​ກາດ​ນັ້ນ.”
ທ່ານ Brian Atley ​ແຫ່ງ​ສະຫະພັນ​ກິລາ​ເທິງ​ອາກາດ​ຂອງນາໆ​ຊາດ ກ່າວ​ວ່າ ທ່ານ Baumgartner ​ໄດ້​ບັນລຸ​ຄວາມ​ໄວ​ສຸດ 1,342 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ໃນ​ຂະນະ​ທີ່​ໂຕນ​
ລົງ​ມາ​ນັ້ນ.

ຄວາມ​ໄວດັ່ງກ່າວ ​ແມ່ນ 1.24 Mach ຊຶ່ງເປັນຄວາມ​ໄວ ທີ່​ໄວ​ກວ່າ ສຽງ. ບໍ່​ມີ​ໃຜ​ເຄີຍ​ໄດ້​ບັນ​ລຸ​ຂອງ​ຄວາ​ມ​ໄວນີ້ມາ​ກ່ອນ ທີ່​ນຸ່ງ​ແຕ່​ພຽງ​ຊຸດ​ຮາ​ຍ​ເທັກອະວະກາດທໍ່​ນັ້ນ.

ທ່ານ Baumgartner ​ໄດ້ທຳລາຍສະ​ຖິຕິ ທີ່​ມີ​ມາ​ເປັນ​ເວລາ 52 ປີ​ຂອງ​ການ​ໂຕນ​ຈ້ອງ​ສູງ​ທີ່​ສຸດ ​ແລະ​ໄດ້​ສ້າງ​ສະ​ຖິຕິໃໝ່ ​ໃນການ​ຂີ່ Balloon ສູງ​ທີ່​ສຸດ. ທ່ານ​ຢູ່​ໃນ​ແຄັບ​ຊູນ​ຫຼື​ຫ້ອງ​ຄວບ​ຄຸມ​ອາກາດຂອງ Ballooon ທີ່​ໃຊ້​ທາດ​ຮີ​ລຽມ 850.000 ແມັດ​ກ້ອນ ກ່ອນ​ທີ່ຈະ​ໂດດ​ລົງ​ມາ.

ທ່ານ Baumgarther ​ໄດ້​ລົງ​ມາສູ່​ພື້ນ​ດິນ ​ດ້ວຍ​ຄວາມ​ປອດ​ໄພ ປະມານ 10 ນາທີ​ຫລັງ​ຈາກ​ໄດ້​ໂຕນ​ລົງມາ​ຈາກ​ຫ້ອງ​ທີ່​ຄວບ​ຄຸມ​ອາກາດດັ່ງກ່າວ.

XS
SM
MD
LG