ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີເກົາຫລີໃຕ້ ຢ້ຽມຢາມ Uzbekistan


ພູມິປະເທດທີ່ສວຍງາມແຫ່ງນຶ່ງ ໃນປະເທດ ອູສເບກີສຖານ ທີ່ຕັ້ງຢູ່ຂົງ ເຂດເອເຊຍກາງ
ພູມິປະເທດທີ່ສວຍງາມແຫ່ງນຶ່ງ ໃນປະເທດ ອູສເບກີສຖານ ທີ່ຕັ້ງຢູ່ຂົງ ເຂດເອເຊຍກາງ

ເກົາຫລີໃຕ້ແລະອຸຊເບັກກິສຖານໄດ້ເຊັນຂໍ້ຕົກລົງການພັດທະນາຈຳນວນນຶ່ງທີ່ມີມູນຄ່າ 4 ພັນລ້ານໂດລາ ໃນລະຫວ່າງການຢ້ຽມຢາມປະເທດດັ່ງ ກ່າວທີ່ຕັ້ງຢູ່ໃນເຂດເອເຊຍກາງ ໂດຍປະທານາທິບໍດີເກົາຫຼີໃຕ້ທ່ານ Lee Myung-bak ຂອງເກົາຫລີໃຕ້.

ອົງການຂ່າວຢອນຮັບຂອງເກົາຫລີໃຕ້ ເວົ້າວ່າ ຂໍ້ຕົກລົງກັນດັ່ງກ່າວແມ່ນ ເອື້ອອຳນວຍໃຫ້ມີ ການພັດທະນາຮ່ວມກັນຢູ່ທີ່ບໍ່ແກັສທໍາມະຊາດ Surgil ຂອງອຸຊເບັກກິສຖານ ທີ່ຕັ້ງຢູ່ໃກ້ໆ ທະເລ Aral ນັ້ນ ໂຮມທັງການກໍ່ສ້າງ ໂຮງງານແກັສແລະເຄມີແຫ່ງນຶ່ງ. ນີ້ນັບວ່າເປັນສັນ ຍາການພັດທະນາທີ່ ໃຫຍ່ທີ່ສຸດລະຫວ່າງປະເທດທັງສອງນັບຕັ້ງແຕ່ ໄດ້ຈັດຕັ້ງສາຍສໍາພັນ ທາງການທູດກັນມາ ໃນປີ 1992.

ຂໍ້ຕົກລົງດັ່ງກ່າວ ໄດ້ເຊັນລົງນາມເມື່ອວັນອັງຄານວານນີ້ ບໍ່ດົນຫລັງຈາກ ປະທານາທິບໍດີ ລີ ໄດ້ເດີນທາງມາເຖິງເມືອງ Tashkent ເພື່ອເຈລະຈາ ກັບຄູ່ຕໍາແໜ່ງຂອງທ່ານ ຄືທ່ານ Islam Karimov ນັ້ນ ແລະທ່ານ Karimov ໄດ້ກ່າວຕໍ່ພວກຜູ້ສື່ຂ່າວວ່າອຸຊເບັກກິສຖານ ແມ່ນກໍາລັງເປີດ ແຫຼ່ງຊັບພະຍາກອນດ້ານຍຸທະສາດຂອງຕົນ ເຊັ່ນ ແຮ່ທາດ ທີ່ຫາຍາກ ແລະທາດຢູເຣນຽມ ໃຫ້ແກ່ວົງການທຸລະກິດຂອງເກົາຫລີໃຕ້.

ການຢ້ຽມຢາມອຸຊເບັກກິສຖານ ຂອງປະທານາທິບໍດີ ລີ ຄັ້ງນີ້ເປັນຢຸດແວ່ບ່ອນທີ່ສອງ ໃນ ການຢ້ຽມຢາມສາມປະເທດຂົງເຂດເອເຊຍກາງ ຊຶ່ງໄດ້ເລີ່ມຕົ້ນດ້ວຍການຢ້ຽມຢາມປະເທດ ມົງໂກເລຍເປັນເວລາ 3 ມື້ ແລະ ບ່ອນຢຸດແວ່ຢ້ຽມຢາມບ່ອນ ສຸດທ້າຍກໍແມ່ນປະເທດ Kazakhstan.

XS
SM
MD
LG