ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ແລະ​ ສຫ​ລ ​ທຳ​ການ​ຊ້ອມ​ລົບຮ່ວມ​ກັນ ໂດຍ​ໃຊ້​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ​ຫລັງ​ຈາກ​ເກົາຫຼີ​ເໜືອ ໄດ້​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ


​ປ້າຍ​ທີ່​ຕິດ​ຢູ່​ປ່ອງ​ຢ້ຽມຂອງ​ຫໍ​ຄອຍນາມ​ຊັນ​ໃນ​ນະ​ຄອນ​ຫລວງ​ໂຊ​ລຂອງ​ເກົາຫຼີ​ໃຕ້ ​ຊີ້ບອກເຖິງ​ໄລ​ຍະ​ທາງຈາກ​ບ່ອນນັ້ນ​ໄປ​ຫາ ນະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາ​ຫລີ​ເໜືອ, ວັນ​ທີ 6 ຕຸ​ລາ, 2022 (ພາບ​ຖ່າຍ​ໂດຍ ANTHONY WALLACE / AFP) .
​ປ້າຍ​ທີ່​ຕິດ​ຢູ່​ປ່ອງ​ຢ້ຽມຂອງ​ຫໍ​ຄອຍນາມ​ຊັນ​ໃນ​ນະ​ຄອນ​ຫລວງ​ໂຊ​ລຂອງ​ເກົາຫຼີ​ໃຕ້ ​ຊີ້ບອກເຖິງ​ໄລ​ຍະ​ທາງຈາກ​ບ່ອນນັ້ນ​ໄປ​ຫາ ນະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາ​ຫລີ​ເໜືອ, ວັນ​ທີ 6 ຕຸ​ລາ, 2022 (ພາບ​ຖ່າຍ​ໂດຍ ANTHONY WALLACE / AFP) .

ກອງທັບ​ເກົາຫລີ​ໃຕ້ ​ແລະ​ສະຫະລັດໄດ້​ເລີ້ມ​ການ​ຊ້ອມ​ທາງ​ທະ​ເລ​ຮ່ວມ​ກັນ​ໂດຍ​ມີກຳ​ປັ່ນບັນທຸກ​ເຮືອບິນ​ຂອງສະຫະລັດ​ເຂົ້າ​ຮ່ວມ ໃນ​ວັນ​ສຸກ​ວານມື້​ນີ້, ອີງ​ຕາມກອງທັບ​ເກົາຫຼີ​ໃຕ້​ກ່າວ ຊຶ່ງມີ​ຂຶ້ນ​ໃນນຶ່ງມື້ ​ພາຍ​ຫລັງ​ທີ່ກອງ​ທັບເກົາ​ຫຼີ​ໃຕ້ໄດ້​ຮີບ​ເຮັ່ງສົ່ງເຮືອບິນອາຍ​ພົ່ນບິນ​ຂຶ້ນໄປ ເພື່ອໂຕ້​ຕອບ​ຕໍ່ສິ່​ງທີ່​ປາ​ກົດ​ວ່າ ​ເປັ​ນ​ຊ້ອມຖິ້ມ​ລະ​ເບີດ​ຂອງ​ເກົາຫຼີ​ເໜືອ, ອີງຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້​ສ໌ (Reuters).

ການ​ຊ້ອມ​ລົບ​ທາງ​ທະ​ເລ​ຈະ​ດຳ​ເນີນ​ໄປ​ຢູ່​ເຂດ​ໜ່ານ​ນ້ຳ ​ນອກ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ເກົາຫຼີ​ໃຕ້​ ໃນ​ວັນ​ທີ 7-8 ຕຸລາ​ນີ້, ອີງ​ຕາມຫົວໜ້າ​ເສນາ​ທິການ​ຮ່ວມ​ຂອງເກົາຫຼີໃຕ້. ການຊ້ອມລົບດັ່ງກ່າວ ມີຂຶ້ນຫຼັງຈາກເກົາຫຼີເໜືອໄດ້ຍິງລູກສອນໄຟຂີປະນາວຸດ 2 ລູກ ລົງສູ່ທະເລ ໃນວັນພະຫັດວານນີ້ ແລະຕໍ່ມາກໍໄດ້ເອົາເຮືອບິນລົບ ບິນ​ໄປໃກ້ໆກັບຊາຍແດນທີ່ຕິດກັບເກົາຫຼີໃຕ້.

"ພວກເຮົາຈະສືບຕໍ່ເສີມສ້າງຄວາມສາມາດໃນການປະຕິບັດງານຂອງພວກເຮົາ ແລະ ກຽມພ້ອມທີ່ຈະຕອບໂຕ້ ຕໍ່ການເກາະ​ຜິດໃດໆຂອງເກົາຫຼີເຫນືອ ໂດຍຜ່ານການຊ້ອມລົບຮ່ວມ ... ກຸ່ມ​ບຸກ​ໂຈມ​ຕີຂອງກຳ​ປັ່ນບັນທຸກ​ເຮືອບິນ USS Ronald Reagan," ນັ້ນ​ຄື​ຄຳ​ເວົ້າ​ຂອງຫົວໜ້າເສນາທິການຮ່ວມຂອງເກົາຫລີໃຕ້.

ກຸ່ມກຳ​ປັ່ນ​ບຸກໂຈມ​ຕີ​ຂອງສະຫະລັດໄດ້​ເຂົ້າ​ຮ່ວມ​ການ​ຊ້ອມປ້ອງ​ກັນ​ລູກ​ສອນ​ໄຟ​ ສາມ​ຝ່າຍ​ກັບ​ກຳ​ປັ່ນ​ລົບ​ຈາກ​ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້ ​ໃນ​ອາທິດ​ນີ້ ​ໂດຍ​ໄດ້​ຮັບ​ການກະ​ຕຸ້ນ​ຈາກການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ໃນ​ວັນ​ອັງຄານ​ມຜ່ານ​ມາ ຊຶ່ງເກົາຫລີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຂ້າມເຂດ​ແດນຂອງ​ຍີ່ປຸ່ນ.

ເຈົ້າຫນ້າທີ່ປ້ອງກັນປະເທດອະວຸໂສຈາກຍີ່ປຸ່ນ, ເກົາຫລີໃຕ້ ແລະສະຫະລັດໄດ້ ປຶກສາຫາລືກັນ ກ່ຽວກັບເຄື່ອນ​ໄຫວຫລ້າສຸດໃນການຮຽກຮ້ອງໃນວັນສຸກມື້ນີ້ ຊຶ່ງ​ໄດ້​ປະ​ນາມການຍິງລູກ​ສອນ​ໄຟຂອງເກົາຫລີເຫນືອ ແລະເຫັນພ້ອມ​ນຳ​ກັນວ່າ ການ ຊ້ອມລົບ ທາງທະເລສາມຝ່າຍທີ່ຜ່ານມາໄດ້ປັບປຸງຄວາມສາມາດໃນການຕອບໂຕ້ຕໍ່ເກົາຫລີເຫນືອ, ອີງຕາມກະຊວງປ້ອງກັນປະເທດເກົາຫລີໃຕ້ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງ.

ການຊ້ອມຖິ້ມລະເບີດທີ່ບໍ່​ຄ່ອຍ​ເຫັນ ໂດຍທີ່ມີເຮືອບິນລົບອາຍ​ພົ່ນຂອງເກົາຫຼີເໜືອຢ່າງ ໜ້ອຍ 8 ລຳ ແລະ ເຮືອບິນຖິ້ມລະເບີດ 4 ລຳ ໃນວັນພະຫັດວານນີ້ ຊຶ່ງໄດ້ກະຕຸ້ນ ໃຫ້ເກົາຫຼີໃຕ້ ນຳໃຊ້ເຮືອບິນລົບ 30 ລຳ. ເຮືອບິນລົບໄດ້ບິນ​ເລັງ​ໄປສຸມ​ໃສ່ ແຕ່ລະດ້ານຂອງຊາຍແດນ ທີ່ມີປ້ອມປ້ອງກັນຢ່າງໜາ​ແໜ້ນ ທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຍ້ອນການທົດລອງລູກສອນໄຟຂີປະນາວຸດຕິດ​ກັນຫລາຍ​ລູກ​ຂອງພຽງຢາງ.

​ໃນ​ວັນ​ພະຫັດ​ວານ​ນີ້ ​ເກົາຫລີ​ເໜືອ ໄດ້​ປະນາມ​ສະຫະລັດທີ່​ເອົາ​ກຳ​ປັ່ນບັນທຸກ​ເຮືອບິນໄປ​ໄວ້ຢູ່​ໃກ້​ກັບ​ແຫຼມ​ເກົາຫຼີຄືນ​ອີກ ​ໂດຍ​ກ່າວ​ວ່າ ມັນ​ເປັນ​ໄພ​ຂົ່ມຂູ່​ທີ່​ຮ້າຍ​ແຮງຕໍ່​ສະ​ຖຽນ​ລະ​ພາບ​ຂອງ​ສະຖານະ​ການ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG