ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາ​ຫຼີ​ໃຕ້ ສະ​ຫະ​ລັດ ແລ​ະ ​ຍີ່​ປຸ່ນ ຊ້ອມ​ລົບ​ຕໍ່​ຕ້ານ​ກຳ​ປັ່ນ​ດຳ​ນ້ຳ ຂອງ​ເກົາ​ຫຼີ​ເໜືອ


ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນໂຣ​ໂນ ຣິ​ແກນ (USS Ronald Reagan) ທາງ​ເທິງ​ຂວາ​ສຸດ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບສາມ​ຝ່າຍ ​ກັບ​ກຳ​ປັ່ນ​ຂອງ​ເກົາ​ຫຼີ​ໃຕ້ ແລະ​ຍີ​່​ປຸ່ນ ໃນ​ເຂດ​ນ່ານ​ນ້ຳ ນອກ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ ເມື່ອ​ວັນ​ທີ 29 ກັນ​ຍາ 2022
ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນໂຣ​ໂນ ຣິ​ແກນ (USS Ronald Reagan) ທາງ​ເທິງ​ຂວາ​ສຸດ ເຂົ້າ​ຮ່ວມ​ການ​ຊ້ອມ​ລົບສາມ​ຝ່າຍ ​ກັບ​ກຳ​ປັ່ນ​ຂອງ​ເກົາ​ຫຼີ​ໃຕ້ ແລະ​ຍີ​່​ປຸ່ນ ໃນ​ເຂດ​ນ່ານ​ນ້ຳ ນອກ​ຝັ່ງ​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ ເມື່ອ​ວັນ​ທີ 29 ກັນ​ຍາ 2022

ກຳ​ປັ່ນ​ລົບ​ຂ​ອງ​ເກົາ​ຫຼີ​ໃຕ້ ສະ​ຫະ​ລັດ ແລະ​ຍີ່​ປຸ່ນ ເລີ້ມ​ການ​ຊ້ອມ​ລົບ​ຕໍ່​ຕ້ານ​ກຳ​ປັ່ນ​ດຳ​ນ້ຳ​ສາມ​ຝ່າຍ​ເປັນ​ເທື່ອ​ທຳ​ອິດ ໃນ​ຮອບຫ້າປີ ຫຼັງ​ຈາກ​ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຮອບ​ໃໝ່​ໃນ​ອາ​ທິດນີ້ ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຊ້ອມ​ລົບ​ສອງ​ຝ່າຍ ລະ​ຫວ່າງ​ກຳ​ລັງ​ຂອງ​ເກົາ​ຫຼີ​ໃຕ້ ແລະ​ສ​ະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ກ​ານ​ຍິງ​ລູກ​ສອນ​ໄຟ​ຫ້າ​ລູກ​ຂອງ​ເກົາ​ຫຼີ​ເໜືອ​ເມື່ອ​ໄວ​ໆ​ມານີ້ ​ຊຶ່ງ​ເປັນການ​ທົດ​ລອງ​ເທື່ອ​ທຳ​ອິດ​ພາຍ​ໃນ​ໄລ​ຍະ​ເວ​ລາ​ນຶ່ງ​ເດືອນນັ້ນ ຍັງ​ມີ​ຂຶ້ນ​ທັງ​ກ່ອນ​ແລະ​ຫຼັງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ເກົ​າ​ຫຼີ​ໃຕ້​ຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ນາງ​ຄາ​ມາລາ ແຮ​ຣິ​ສ ໃນ​ວັນ​ພະ​ຫັດ​ວານນີ້ ແລະ​ການ​ຢືນ​ຢັນ​ຄືນ​ອີກ ຕໍ່​ຄວາມ​ໝັ້ນ​ໝາຍ “ທີ່​ບໍ່​ມີ​ການ​ປ່ຽນ​ແປງ” ​ຂອງ​ສະ​ຫະ​ລັດ ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ພັນ​ທະ​ມິດໃນ​ເຂດ​ເອ​ເຊຍ​ແຫ່ງ​ນີ້​ຂອງ​ຕົນ.

ການ​ຝຶກ​ຊ້ອມ​ເປັນ​ເວ​ລາ​ນຶ່ງມື້ ຂອງ​ສາມ​ປະ​ເທດ ຢູ່​ນອກ​ແຄມ​ຝັ່ງ​ທາງ​ດ້ານ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົາ​ຫຼີ​ແມ່ນ​ໝາຍ​ເຖິງ​ເພື່ອ​ຈະ​ຮັບ​ມື​ກັບ​ການ​ຊຸກ​ຍູ້​ຂອງ​ເກົາ​ຫຼີ​ເໜືອ​ທີ່​ຈະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຄວາມ​ສາ​ມາດ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ຈາກ​ກຳ​ປັ່ນ​ດຳ​ນ້ຳ ອີງ​ຕາມ​ຖະ​ແຫຼງ​ການ​ຂອງກອງ​ທັບ​ເຮືອ​ເກົ​າ​ຫຼີ​ໃຕ້.

ເກົາ​ຫຼີ​ເໜືອ​ພວມ​ສ້າງ​ກຳ​ປັ່ນ​ດຳ​ນ້ຳ​ທີ່​ມີ​ຂະ​ໜາດ​ໃຫຍ່​ຂຶ້ນ ຮວມ​ທັງ​ກຳ​ປັ່ນ​ດຳ​ນ້ຳ​ທີ່​ແລ່ນ​ດ້ວຍ​ພະ​ລັງ​ງານ​ນິວ​ເຄ​ລຍ ແລະ​ພວມ​ທົດ​ລອງ​ລະ​ບົບ​ລູກ​ສອນ​ໄຟ​ທີ່​ສະ​ຫຼັບ​ຊັບ​ຊ້ອນ​ຫຼາຍ​ຂຶນ ທີ່​ສາ​ມາດ​ຍິງ​ຈາກ​ກຳ​ປັ່ນ​ດຳ​ນ້ຳ​ ໃນ​ໄລ​ຍະ​ສອ​ງ​ສາມ​ປີ​ທີ່​ຜ່ານ​ມານີ້. ນັ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ຄຳ​ເຕືອນ​ສຳ​ລັບ​ບັນ​ດາ​ປະ​ເທດ​ຕ່າງໆ​ທີ່​ເປັນ​ຄູ່​ປໍ​ລະ​ປັກ ຍ້ອນ​ວ່າ​ມັນ​ເປັນ​ການ​ຍາກ​ຫຼາຍ​ຂຶ້ນ​ທີ່​ຈະ​ກວດ​ຫາ​ລ່ວງ​ໜ້າ​ກ່ຽວ​ກັບ​ການ​ຍິງ​ລູກ​ສອນ​ໄຟ​ຈາກ​ໃຕ້​ທະ​ເລ.

ເຈົ້າ​ໜ້າ​ທີ່​ເກົາ​ຫຼີ​ໃຕ້​ກ່າວ​ໃນ​ທ້າຍ​ອາ​ທິດ​ແລ້ວນີ້​ວ່າ ຕົນ​ໄດ້​ພົບ​ເຫັນ​ຮ່ອງ​ຮອຍ​ທີ່​ວ່າ ເກົາ​ຫຼີ​ເໜືອ​ພວມ​ກະ​ກຽມ​ທີ່​ຈະ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຈາກ​ກຳ​ປັ່ນ​ດຳ​ນ້ຳ.

ໃນ​ການ​ຝຶກ​ຊ້ອມ​ໃນ​ວັນ​ສຸກມື້ນີ້ ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ​ພະ​ລັງ​ງານ​ນິວ​ເຄ​ລຍໂຣ​ໂນ​ລ ຣິ​ແກນ (USS Ronald Reagan) ຕະ​ຫຼອດ​ທັງ​ກຳ​ປັ່ນ​ພິ​ຄາດ​ຂອງ​ສະ​ຫະ​ລັດ ເກົາ​ຫຼີ​ໃຕ້ ແລະ​ຍີ່​ປຸ່ນ ອີງ​ຕາມ​ຖະ​ແຫຼງ​ການ​ຂອງກອ​ງ​ທັບ​ເຮືອ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG