ເກົາຫຼີໃຕ້ປະຕິເສດຕໍ່ຂໍ້ກ່າວຫາຂອງເກົາຫຼີເໜືອ ທີ່ວ່າຕົນພະຍາຍາມລັກພາຕົວຊາວໜຸ່ມເກົາຫຼີເໜືອເກົ້າຄົນ ທີ່ຖືກກັກຂັງໄວ້ຢູ່ໃນລາວເມື່ອເດືອນຜ່ານມາ ກ່ອນທີ່ຈະສົ່ງກັບຄືນໄປປະເທດບ້ານເກີດຂອງພວກເຂົາເຈົ້ານັ້ນ.
ໃນຖະແຫຼງການສະບັບນຶ່ງທີ່ນໍາອອກເຜີຍແຜ່ໂດຍອົງການ
ຂ່າວທາງການ ຂອງເກົາຫຼີເໜືອ ເມື່ອວັນພຸດວານນີ້ ເຈົ້າໜ້າທີ່
ສະພາກາແດງເກົາຫຼີເໜືອທ່ານນຶ່ງເວົ້າວ່າ ສາຍລັບເກົາຫຼີໃຕ້
ໄດ້ໃຊ້ກົນອຸບາຍ ຫຼອກໃຫ້ຊາວເກົາຫຼີ ເໜືອໜີອອກນອກ
ປະເທດ.
ທາງການເວົ້າວ່າ ຊາວເກົາຫຼີໃຕ້ໄດ້ທຸບຕີ ແລະລ້າງສະໝອງພວກເຍົາວະຊົນຈຸດັ່ງກ່າວ
ໂດຍບັງຄັບໃຫ້ພວກເຂົາເຈົ້າອ່ານຄຳສັ່ງສອນຂອງສາສະໜາ ຄຣີສຕຽນເວລາຂົນສົ່ງ
ພວກເຂົາເຈົ້າຜ່ານຈີນໄປຍັງ ສປປ ລາວ. ຖະແຫຼງ ການຂອງເກົາຫຼີເໜືອ ໄດ້ກ່າວຫາ
ກຸງໂຊລວ່າກໍ່ການອາດຊະຍາກໍາແບບທີ່ບໍ່ເຄີຍມີມາກ່ອນ.
ເມື່ອຕອນບ່າຍວັນພຸດວານນີ້ ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ເວົ້າວ່າ ຄໍາກ່າວຫາ
ດັ່ງກ່າວຂອງເກົາຫຼີເໜືອ ເປັນເລື່ອງໄຮ້ສາລະ ແລະບໍ່ມີ ເຫດຜົນ ແລະເມີນເສີຍຕໍ່
ຄວາມເປັນຫ່ວງຕ່າງໆຂອງປະຊາຄົມນານາຊາດ ກ່ຽວກັບການບັງຄັບສົ່ງຊາວເກົາຫຼີເໜືອ
ຈຸນີ້ ກັບບ້ານນັ້ນ.
ທາງການລາວໄດ້ກັກຂັງຊາວໜຸ່ມເກົາຫຼີເໜືອເກົ້າຄົນດັ່ງກ່າວເມື່ອວັນທີ 10 ພຶດສະພາ
ຜ່ານມາ ໃນຂໍ້ຫາເຂົ້າເມືອງຜິດກົດໝາຍ. ນອກນີ້ແລ້ວ ລາວຍັງກັກຂັງຊາວເກົາຫຼີໃຕ້
ອີກສອງຄົນທີ່ມານໍາພວກຊາວໜຸ່ມເກົາຫຼີ ເໜືອຈຸດັ່ງກ່າວ ໃນຖານສົງໄສວ່າ ລັກລອບຄ້າ
ມະນຸດຜິດກົດໝາຍ.
ກຸງໂຊລປະຕິເສດຕໍ່ຂໍ້ຫາການລັກລອບຂົນສົ່ງມະນຸດ ແລະເວົ້າວ່າ ຊາວເກົາຫຼີໃຕ້ສອງຄົນ
ພຽງແຕ່ພະຍາຍາມຊ່ວຍຊາວໜຸ່ມເກົາຫຼີເໜືອໃຫ້ໂຕນໜີໄປເກົາຫຼີໃຕ້ໂດຍຜ່ານລາວ.
ລັດຖະບານເກົາຫຼີໃຕ້ຍັງກ່າວຫາເກົາຫຼີເໜືອວ່າໄດ້ສົ່ງສາຍລັບໄປລາວ ເພື່ອບັງຄັບ
ໃຫ້ຊາວໜຸ່ມເກົາຫຼີເໜືອທັງ 9 ກັບຄືນປະເທດ ຜ່ານທາງຈີນ.
ລັດຖະບານຈີນເວົ້າວ່າ ພວກຊາວໜຸ່ມຈຸດັ່ງກ່າວ ໄດ້ເຂົ້າໄປຈີນ ຈາກລາວ ພ້ອມກັບ
ເອກກະສານ ທີ່ຖືກຕ້ອງ ເມື່ອວັນທີ 27 ພຶດສະພາ ແລະກັບຄືນໄປເກົາຫຼີເໜືອມື້ນຶ່ງຕໍ່ມາ
ໂດຍສະແດງໃຫ້ເຫັນວ່າ ພວກເຂົາເຈົ້າເດີນທາງຜ່ານຈີນນັ້ນ ແມ່ນດ້ວຍຄວາມສະໝັກໃຈ.