ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບັນທຸກນໍ້າມັນເກົາຫລີໃຕ້ ລະເບີດ ສົ່ງຜົນໃຫ້ຢ່າງໜ້ອຍ 3 ຄົນເສຍຊີວິດ


ເຮືອບັນທຸກນໍ້າມັນຂອງເກົາຫລີໃຕ້ ເຮັດໃຫ້ລະເບີດຂຶ້ນຢ່າງໜ້ອຍມີ 3 ຄົນເສຍຊີວິດ ແລະອີກ 8 ຄົນ ຫາຍສາບສູນ.
ເຮືອບັນທຸກນໍ້າມັນຂອງເກົາຫລີໃຕ້ ເຮັດໃຫ້ລະເບີດຂຶ້ນຢ່າງໜ້ອຍມີ 3 ຄົນເສຍຊີວິດ ແລະອີກ 8 ຄົນ ຫາຍສາບສູນ.

ສ່ວນຢູ່ໃນອຸປະຕິເຫດທາງທະເລອີກອັນນຶ່ງນັ້ນ ພວກເຈົ້າໜ້າທີ່​ເກົາຫລີ​ໃຕ້ເວົ້າວ່າ ຢ່າງ
ໜ້ອຍມີ 3 ຄົນເສຍຊີວິດ ແລະອີກ 8 ຄົນຫາຍສາບສູນ ລຸນຫລັງເຮືອບັນທຸກນໍ້າມັນຂອງ
ເກົາຫລີໃຕ້ ລະເບີດຂຶ້ນ.

ໜ່ອຍຍາມຝັ່ງທະເລຂອງເກົາຫລີໃຕ້ເວົ້າວ່າ ກໍ່າປັ່ນບັນທຸກ​ນໍ້າມັນທີ່ໜັກ 4,191 ໂຕນ ໄດ້ລະເບີດຂຶ້ນໃນເຊົ້າວັນອາທິດມື້ນີ້ ຢູ່​ໃນ​ເຂດທະເລເຫລືອງ ນອກຝັ່ງເມືອງທ່າເຮືອ
Incheon ທາງພາກຕາເວັນຕົກຂອງປະ​ເທດ.

ລູກເຮືອລວມມີ ຄົນເກົາຫລີ 11 ຄົນ ແລະ ຄົນມຽນມາ 5 ຄົນ. ສອງຄົນໃນຈໍານວນທີ່
ຖືກຢືນຢັນວ່າ ເສຍຊີວິດນັ້ນ ແມ່ນມາຈາກມຽນມາ. ຄົນເກົາຫລີ 5 ຄົນ ແລະຄົນມຽນມາ
3 ຄົນ ແມ່ນຍັງຫາຍສາບສູນຢູ່ໃນຂະນະທີ່ລູກເຮືອອີກ 5 ຄົນ ໄດ້ຖືກຊ່ວຍກູ້ຊີວິດໄວ້​ໄດ້.

ພວກເຈົ້າໜ້າທີ່ກໍາລັງສືບສວນສອບສວນສາເຫດຂອງການລະເບີດດັ່ງກ່າວ ແຕ່ວ່າໜ່ວຍ
ທະຫານຍາມຝັ່ງເວົ້າວ່າ ບໍ່ຊົງວ່າມັນຈະເກີດຈາກການກະທໍາຂອງເກົາຫລີເໜືອ.

XS
SM
MD
LG