ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ໄດ້ສົ່ງເຮືອບິນລົບຈໍານວນນຶ່ງ ຂຶ້ນປະຕິບັດງານ ລຸນຫຼັງເກົາຫຼີເໜືອ ເຄື່ອນ​ໄຫວເຮືອບິນ​ທະ​ຫານ 180 ລໍາ


ແຟ້ມ-ໃນພາບທີ່ຖ່າຍຈາກວີດີໂອນີ້, ເຮືອບິນຂັບໄລ່ F-15K ຂອງກອງທັບອາກາດເກົາຫຼີໃຕ້ ໄດ້ບິນອອກຈາກເດີ່ນ ໃນວັນທີ 4 ຕຸລາ 2022, ຢູ່ໃນບໍລິເວນໃດນຶ່ງຂອງເກົາຫຼີໃຕ້.
ແຟ້ມ-ໃນພາບທີ່ຖ່າຍຈາກວີດີໂອນີ້, ເຮືອບິນຂັບໄລ່ F-15K ຂອງກອງທັບອາກາດເກົາຫຼີໃຕ້ ໄດ້ບິນອອກຈາກເດີ່ນ ໃນວັນທີ 4 ຕຸລາ 2022, ຢູ່ໃນບໍລິເວນໃດນຶ່ງຂອງເກົາຫຼີໃຕ້.

ເກົາຫຼີໃຕ້ໄດ້ສົ່ງເຮືອບິນລົບ​ອາຍ​ພົ່ນ​ຈຳ​ນວນ​ນຶ່ງ​ ຂຶ້ນ​ປະ​ຕິ​ບັດ​ງານ ໃນວັນສຸກມື້ນີ້ ລຸນຫຼັງກວດພົບວ່າ ເຮືອບິນລົບຂອງກອງທັບເກົາຫຼີເໜືອ 180 ລຳພວມ​ເຄື່ອນ​ໄຫວ ​ຢູ່​ເໜືອເຂດຊາຍແດນ ອີງຕາມການກ່າວຂອງເຈົ້າໜ້າທີ່ກອງທັບເກົາຫຼີໃຕ້, ໃນຂະນະທີ່ຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີ ໄດ້ເພີ້ມສູງຂຶ້ນຕື່ມ.

ເຈົ້າໜ້າທີ່ເສນາທິການຮ່ວມຂອງເກົາຫຼີໃຕ້ກ່າວວ່າ ໄດ້ມີການກວດພົບເຮືອບິນລົບຂອງເກົາຫຼີເໜືອຫຼາຍໆຄັ້ງທັງ​ຢູ່​ທັງເທິງບົກ ແລະນອກຊາຍຝັ່ງຂອງເກົາຫຼີເໜືອປະມານ 4 ຊົ່ວໂມງ ເລີ້ມຈາກເວລາ 11:00 ຕອນເຊົ້າ ຕາມເວລາໃນທ້ອງຖິ່ນ.

ເຈົ້າໜ້າທີ່ກອງທັບຂອງເກົາຫຼີໃຕ້ກ່າວວ່າ ເພື່ອເປັນການຕອບໂຕ້ ພວກເຂົາເຈົ້າໄດ້ສັ່ງ​ໃຫ້ເຮືອບິນລົບອາຍ​ພົ່ນຈໍານວນ 80 ລໍາ​ບິນ​ຂຶ້ນໄປປະຕິບັດງານໃນທັນທີ, ເຊິ່ງລວມມີເຮືອບິນ​ລົບ​ທີ່​ເຣ​ດ້າ​ຈັບ​ບໍ່​ໄດ້ F-35A ນໍາອີກດ້ວຍ.

ການປະເມີນໄລຍະຍິງລູກສອນໄຟ ຂອງເກົາຫຼີໃຕ້.
ການປະເມີນໄລຍະຍິງລູກສອນໄຟ ຂອງເກົາຫຼີໃຕ້.

ໃນເດືອນ​ແລ້ວ, ເກົາຫຼີເໜືອຍັງໄດ້ສົ່ງເຮືອບິນລົບປະມານ 10 ລໍາອອກມາບິນຢູ່ໃກ້ໆບໍລິເວນຊາຍແດນ ເຊິ່ງພວກມັນໄດ້ເຮັດໃຫ້ມີປະຕິບັດການຮັບມືໃນທັນທີທັນໃດ ຈາກກອງທັບອາກາດຂອງເກົາຫຼີໃຕ້.

ເຈົ້າໜ້າທີ່ກອງທັບຂອງເກົາຫຼີໃຕ້ກ່າວວ່າ ໃນເທື່ອນີ້, ນອກຈາກ​ໄດ້​ສັ່ງ​ໃຫ້ເຮືອ ບິນລົບ​ອາຍ​ພົ່ນ ບິນ​ຂຶ້ນ​ປະ​ຕິ​ບັດ​ງານ​ແລ້ວ, ເຮືອບິນລົບຂອງສະຫະລັດ ແລະເກົາຫຼີໃຕ້ປະມານ 280 ລໍາ ຍັງໄດ້ດໍາເນີນການຝຶກຊ້ອມທາງອາກາດຂະໜາດໃຫຍ່ຢ່າງຕໍ່ເນື່ອງນໍາອີກດ້ວຍ.

ໃນຕອນເຊົ້າວັນສຸກມື້ນີ້, ເກົາຫຼີໃຕ້ປະກາດວ່າ ການຊ້ອມລົບທີ່​ຊື່​ວ່າ Vigilant Storm ອາດຈະດໍາເນີນໄປຮອດວັນເສົາ ໂດຍຊ້າກວ່າແຜນທີ່ວາງໄວ້ແຕ່ທໍາອິດ 1 ມື້, ເພື່ອເປັນການຕອບໂຕ້ຕໍ່ການທ້າທາຍຂອງເກົາຫຼີເໜືອ.

ຜູ້ຢ້ຽມຢາມ ໄດ້ພາກັນຍ່າງໃກ້ໆກັບຮົ້ວໜາມໝາກຈັບ ທີ່ປະດັບດ້ວຍໂບ ແລະຂໍ້ຄວາມປາດຖະໜາເພື່ອສັນຕິພາບຂອງທັງສອງປະເທດເກົາຫຼີ, Imjingak Pavillion ໃນເມືອງ ປາຈູ (Paju), ເກົາຫຼີໃຕ້, ວັນທີ 4 ພະຈິກ, 2022.
ຜູ້ຢ້ຽມຢາມ ໄດ້ພາກັນຍ່າງໃກ້ໆກັບຮົ້ວໜາມໝາກຈັບ ທີ່ປະດັບດ້ວຍໂບ ແລະຂໍ້ຄວາມປາດຖະໜາເພື່ອສັນຕິພາບຂອງທັງສອງປະເທດເກົາຫຼີ, Imjingak Pavillion ໃນເມືອງ ປາຈູ (Paju), ເກົາຫຼີໃຕ້, ວັນທີ 4 ພະຈິກ, 2022.

ນັບຕັ້ງແຕ່ມື້ວັນພຸດທີ່ຜ່ານ, ເກົາຫຼີເໜືອ ໄດ້ດໍາເນີນການຍິງລູກສອນໄຟໄປແລ້ວ 30 ລູກ, ລວມທັງບາງລູກທີ່ໄດ້​ພາໃຫ້ເກີດການເຕືອນໄພ ກ່ຽວກັບການໂຈມຕີທາງອາກາດ, ແລະມີຄໍາສັ່ງໃຫ້ໄປ​ຢູ່ບ່ອນລີ້ໄພ ທັງໃນເກົາຫຼີໃຕ້ ແລະຍີ່ປຸ່ນ.

ເຈົ້າໜ້າທີ່ກອງທັບຂອງເກົາຫຼີໃຕ້ກ່າວວ່າ ພຽງຄືນດຽວ, ເກົາຫຼີເໜືອຍັງໄດ້ຍິງປືນໃຫຍ່ອີກ 80 ລູກເຂົ້າໄປໃນບໍລິເວນຊາຍແດນທາງທະເລ ຢູ່ນອກຊາຍຝັ່ງທະ​ເລ​ກ້ຳ​ຕາ​ເວັນ​ອອກຂອງພວກເຂົາເຈົ້າ.

ເຈົ້າໜ້າທີ່ທາງການທູດຫຼາຍໆຄົນບອກ VOA ວ່າ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດຈະເປີດການປະຊຸມໃນວັນສຸກມື້ນີ້ ເພື່ອປຶກສາຫາລືກ່ຽວກັບການຍິງລູກສອນໄຟຂອງເກົາຫຼີເໜືອ, ຕາມການຮ້ອງຂໍຂອງປະເທດຕ່າງໆ ຮວມ​ທັງສະຫະລັດ.

ໃນນະຄອນຫຼວງວໍຊິງຕັນ, ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ເກົາ​ຫຼີ​ໃຕ້ ແລະສະຫະລັດ ໄດ້ໃຫ້ຄໍາໝັ້ນສັນ​ຍາ ໃນວັນພະຫັດວານນີ້ວ່າ ຈະເພີ້ມ​ການ​ເອົາທ່າທີຂອງພວກເຂົາເຈົ້າໃນການຮັບມື​ຕໍ່​ການ​ຍິງ​ທົດ​ລອງຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG