ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍງານສອດແນມຂອງເກົາຫຼີໃຕ້ ກ່າວວ່າ ກຸ່ມຮາມາສ ໄດ້ໃຊ້ອາວຸດຂອງເກົາຫຼີເໜືອ ຕໍ່ສູ້ກັບອິສຣາແອລ

ປືນຍິງລູກຈະຫຼວດ F-7 ທີ່ຜະລິດໂດຍເກົາຫຼີເໜືອ ທີ່ມີແຖບສີແດງໄດ້ຖືກເຫັນ ຢູ່ໃນທີ່ຕັ້ງແຫ່ງນຶ່ງໃນເມືອງ Tzrifin, ອິສຣາແອລ, ວັນທີ 28 ທັນວາ 2023. ຮູບຖ່າຍໃໝ່ ສະແດງໃຫ້ເຫັນອາວຸດທີ່ສະລັກດ້ວຍໂຕອັກສອນພາສາເກົາຫຼີ ທີ່ຖືກນຳເຂົ້າມາໃນຄວາມຂັດແຍ້ງລະຫວ່າງອິສຣາແອລ ແລະ ກຸ່ມຮາມາສ (Sanghoon Lee/VOA Korean)

ໜ່ວຍງານສອດແນມຂອງເກົາຫຼີໃຕ້ ໄດ້ຢືນຢັນໃນວັນຈັນວານນີ້ວ່າ ກຸ່ມ ຫົວຮຸນແຮງປາແລັສໄຕນ໌ ຮາມາສ ໄດ້ໃຊ້ອາວຸດທີ່ຜະລິດໂດຍເກົາຫຼີເໜືອ ໃນຄວາມຂັດແຍ້ງກັບອິສຣາແອລ, ທ່າມກາງລາຍງານກ່ຽວກັບຮູບຖ່າຍໃໝ່ ທີ່ສະແດງໃຫ້ເຫັນອາວຸດ ທີ່ສະລັກດ້ວຍຕົວອັກສອນເກົາຫຼີ ທີ່ໄດ້ຖືກນຳເຂົ້າມາໃນຄວາມຂັດແຍ້ງດັ່ງກ່າວ.

ໜ່ວຍງານສືບລັບແຫ່ງຊາດຂອງເກົາຫຼີໃຕ້ ຫຼື NIS ໄດ້ຢືນຢັນ ເພື່ອເປັນການຕອບ ຕໍ່ບົດລາຍງານຂອງວີໂອເອ ພະແນກພາສາເກົາຫຼີ ທີ່ຖືກເຜີຍແຜ່ໃນວັນສຸກທີ່ຜ່ານມາ ທີ່ໄດ້ສະແດງໃຫ້ເຫັນຮູບຖ່າຍໃໝ່ ຂອງປືນຍິງລູກຈະຫຼວດ F-7 ຫຼື RPG ຂອງເກົາຫຼີເໜືອ ທີ່ມີຕົວອັກສອນເກົາຫຼີສະລັກໄວ້ ເຊິ່ງໄດ້ຖືກນຳໃຊ້ໂດຍກຸ່ມຮາມາສ, ອົງການຂ່າວ ຢອນຮັບ ຂອງເກົາຫຼີໃຕ້ ໄດ້ລາຍງານໃນວັນຈັນທີ່ຜ່ານມາ.

ໜ່ວຍງານ NIS ກ່າວວ່າ "ການປະເມີນຂອງຕົນ ແມ່ນຄືກັນກັບບົດລາຍງານຂອງວີໂອເອ" ແລະວ່າຕົນກຳລັງ "ລວບລວມ ແລະ ເກັບກຳ" ຂໍ້ມູນ ກ່ຽວກັບຈຳນວນ ແລະ ເວລາທີ່ອາວຸດຂອງເກົາຫຼີເໜືອ ໄດ້ຖືກສົ່ງໄປໃຫ້ກຸ່ມຮາມາສ.

ໜ່ວຍງານ NIS ຍັງສືບຕໍ່ດຳເນີນການຕໍ່ໄປ, "ແຕ່ໃນປັດຈຸບັນີ້ ແມ່ນເປັນເລື້ອງຍາກ ທີ່ຈະສະໜອງຫຼັກຖານດັ່ງກ່າວ ເນື່ອງຈາກຄວາມຈຳເປັນໃນການປົກປ້ອງແຫຼ່ງຂໍ້​ມູນ ແລະໃນການພິຈາລະນາຄວາມສຳພັນທາງດ້ານການທູດ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG