ເກົາຫຼີໃຕ້ ແມ່ນໄດ້ລະວັງຕົວເປັນຢ່າງສູງ, ໂດຍການປະເມີນວ່າ ວິກິດການທີ່ກວ້າງຂວາງ ໃນເຂດຕາເວັນອອກກາງອາດມີຜົນກະທົບຕໍ່ຄວາມໝັ້ນຄົງແຫ່ງຊາດຂອງເຂົາເຈົ້າແນວໃດ ຫຼັງຈາກການໂຈມຕີທີ່ບໍ່ຄາດຄິດທີ່ກຸ່ມຫົວຮຸນແຮງ ຮາມາສ ຂອງ ປາແລັສໄຕນ໌ ໄດ້ກະທຳຕໍ່ ອິສຣາແອລ.
ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ເກົາຫຼີໃຕ້ ທ່ານ ໂຊ ແຕ-ຢອງ ແມ່ນກຳລັງພິຈາລະນາຜົນກະທົບທີ່ອາດເປັນໄປໄດ້ທີ່ຄວາມຂັດແຍ້ງລະຫວ່າງ ກຸ່ມຮາມາສ ແລະ ອິສຣາແອລ ອາດມີຕໍ່ຄວາມໝັ້ງຄົງຂອງ ເກົາຫຼີໃຕ້ ໃນຂະນະທີ່ທ່ານໄດ້ຮັບລາຍງານສັ້ນ ກ່ຽວກັບ ສະຖານະການດັ່ງກ່າວ, ອີງຕາມການກ່າວຂອງຫ້ອງການປະທານາທິບໍດີ ຢູນ ຊຸກ ຢອລ ໃນວັນຈັນວານນີ້.
ການໂຈມຕີຂອງກຸ່ມ ຮາມາສ ຕໍ່ ອິສຣາແອລ ໃນວັນເສົາທີ່ຜ່ານມາ, ເຊິ່ງແມ່ນການໂຈມຕີທີ່ຮ້າຍແຮງທີ່ສຸດທີ່ເຂົາເຈົ້າໄດ້ປະສົບໃນ 50 ປີນັ້ນ, ປາກົດວ່າຈະຂະຫຍາຍໄປສູ່ສົງຄາມເຕັມອັດຕາໃນວັນທີສາມຂອງຄວາມຂັດແຍ້ງນັ້ນ.
ກອງທັບອິສຣາແອລ ໄດ້ຮ້ອງທະຫານກອງໜຸນ 300,000 ຄົນເຂົ້າປະຈຳການໃນວັນຈັນວານນີ້ໃນຂະນະທີ່ເຂົາເຈົ້າໄດ້ເຄື່ອນໄຫວໂຈມຕີເຕັມອັດຕາ ໃນການຕອບໂຕ້ຕໍ່ການໂຈມຕີທີ່ບໍ່ຄາດຄິດຈາກພື້ນດິນ, ອາກາດ ແລະ ທະເລໂດຍກຸ່ມຮາມາສ.
ອິສຣາແອລ ຍັງໄດ້ປະຕິບັດການປິດກັ້ນເຂດກາຊາ ທີ່ຖືກຄວບຄຸມໂດຍ ປາແລັສໄຕນ໌ ຢ່າງສິ້ນເຊີງ.
ເກົາຫຼີໃຕ້ ໄດ້ກ່າວປະນາມກຸ່ມ ຮາມາສ ສຳລັບການໂຈມຕີຂອງພວກເຂົາຕໍ່ ອິສຣາແອລ ແລະ ໄດ້ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ການເສຍຊີວິດ ແລະ ບາດເຈັບຂອງພົນລະເຮືອນ.