ຮ່ວມ ທີ່ໄດ້ຢຸດຊະງັກລົງນັ້ນ ແລະເຕືອນວ່າ ຈະເອົາມາດຕະການຕອບໂຕ້ຢ່າງຮຸນແຮງຖ້າຫາກພຽງຢາງບໍ່ເຫັນພ້ອມກັບຄໍາສະເໜີດັ່ງກ່າວ.
ຂໍ້ສະເໜີດັ່ງກ່າວໄດ້ມີການປະກາດໃຫ້ຊາບໃນວັນພະຫັດມື້ນີ້ ໂດຍໂຄສົກກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ທ່ານ Kim Hyung-suk.
ຊຶ່ງທ່ານກິມ ເວົ້າວ່າ: ໃນວັນທີ 25 ເມສານີ້ ລັດຖະບານໄດ້ສະເໜີຢ່າງ ເປັນທາງການເພື່ອທໍາການເຈລະຈາກັນໃນລະດັບທໍາງານ ລະຫວ່າງບັນ ດາເຈົ້າໜ້າທີ່ຂອງເກົາຫຼີໃຕ້ ແລະເກົາຫຼີເໜືອ ເພື່ອຫາທາງແກ້ໄຂບັນຫາດ້ານມະນຸດສະທໍາ ທີ່ກະທົບຕໍ່ພວກຄົນງານໃນເຂດອຸດສາຫະກໍາຮ່ວມ Kaesong ແລະເຮັດໃຫ້ເຂດອຸດສາຫະກໍາ Kaesong ກັບຄືນປະກອບກິດຈະກໍາເປັນປົກກະຕິ.
ໂຄສົກ ກິມ ບໍ່ໄດ້ເວົ້າວ່າກຸງໂຊລຈະປະຕິບັດການຢ່າງໃດ ຖ້າຫາກວ່າ ພຽງຢາງບໍ່ຕອບສະໜອງຕໍ່ຄໍາສະເໜີດັ່ງກ່າວພາຍໃນວັນເສັ້ນຕາຍຄືວັນສຸກຕອນທ່ຽງ ຕາມເວລາທ້ອງຖິ່ນ ແຕ່ກະຊວງທ້ອນໂຮມຊາດເກົາຫຼີໃຕ້ໄດ້ຂູ່ວ່າ ຈະເອົາມາດຕະການທີ່ສໍາຄັນ ຖ້າຫາກຄໍາສະເໜີຖືກປະຕິເສດ.
ການປະກອບກິດຈະກໍາຢູ່ທີ່ເຂດອຸດສາຫະກໍາ Kaesong ທີ່ຢູ່ບໍ່ໄກຈາກເຂດຊາຍແດນໄປທາງກໍ້າເໜືອ ໄດ້ຖືກໂຈະໄວ້ນັບຕັ້ງແຕ່ເກົາຫຼີເໜືອໂກດ ແຄ້ນແລະໄດ້ຖອນພວກຄົນງານຂອງຕົນອອກຈາກທີ່ນັ້ນ ພ້ອມກັບກີດກັ້ນ ບໍ່ໃຫ້ຊາວເກົາຫຼີໃຕ້ເຂົ້າໄປໃນເຂດອຸດສາຫະກໍາຮ່ວມດັ່ງກ່າວໃນຕົ້ນເດືອນ ນີ້.
ຊາວເກົາຫຼີໃຕ້ປະມານ 180 ຄົນ ຍັງຢູ່ທີ່ນັ້ນ ໂດຍຫວັງວ່າການຜະລິດ ຈະສາມາດເລີ່ມ ຄືນອີກ ແຕ່ເປັນທີ່ຄາດຄິດກັນວ່າ ພວກເຂົາເຈົ້າຈະໝົດ ອາຫານແລະເຄື່ອງໃຊ້ອື່ນໆໃນໄວໆນີ້. ບາງຄົນເວົ້າວ່າ ອາດຕ້ອງໄດ້ຖອນພວກຄົນງານອອກຈາກທີ່ນັ້ນ ຖ້າຫາກສະພາບບໍ່ໄປບໍ່ມາດັ່ງກ່າວນີ້ບໍ່ໄດ້ຮັບການແກ້ໄຂໃນບໍ່ຊ້ານີ້.
(ເບິ່ງວີດີໂອ)