ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີໃຕ້ ລົງນາມຂໍ້ຕົກລົງ ການຄ້າເສລີ ກັບອອສເຕຣເລຍ (ວີດີໂອ)


sokoraustraliatrade8april14
please wait

No media source currently available

0:00 0:01:21 0:00
ເກົາຫຼີ​ໃຕ້​ແລະ​ອອສ​ເຕຣ​ເລຍ ​ໄດ້​ລົງ​ນາມ​ໃນຂໍ້​ຕົກລົງ​ການ
​ຄ້າ​ເສລີ​ກັນ​ສະບັບ​ນຶ່ງ ທີ່​ມີ​ວັດຖຸ​ປະສົງ​ເພື່ອສວຍໃຊ້ຄວາມ​
ສາມາດ​ບົ່ມ​ຊ້ອນ​ຂອງ ​“ແຫຼ່ງຊັບພະຍາກອນ​ທີ່ຍັງ​ບໍ່​ທັນ
ໄດ້​ນຳ​ອອກ​ມາ​ໃຊ້” ລະຫວ່າງ​ສອງ​ປະ​ເທດ ທີ່​ມີ​ການ​ເສດ
ຖະກິດໃຫຍ່ ​ທີ່​ສຸດ​ໃນ​ເອ​ເຊຍ.

ຂໍ້​ຕົກລົງ​ການ​ຄ້າ​ດັ່ງກ່າວ ຈະ​ຍົກ​ເວັ້ນພາສີ​ສຳລັບ​ພວກ​ສິນ
ຄ້າ​ຕ່າງໆດ້ານ​ກະ​ເສດແລະເຕັກ​ໂນ​ໂລ​ຈີທີ່​ສຳຄັນ​ໃນ​ທັນທີ
​ແລະ​ຈະ​ແນ​ເປົ້າ​ໃສ່​ການ​ຍົກ​ເວັ້ນພາສີເກືອບ ​ທຸກ​ຢ່າງ ພາຍ
​ໃນ 10 ປີ.

​ໃນ​ການ​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ນະຄອນຫຼວງ​ໂຊ​ລທ່ານTony
Abbott ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ​ເອີ້ນ​ສົນທິສັນຍາ​ກັນ​ນີ້ວ່າ ມີຄວາມ
ສຳຄັນ “ຄັ້ງປະຫວັດ​ສາດ” ​ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້ຜົນ​ປະ​ໂຫຍ​ດ.

​ເຖິງ​ແມ່ນ​ອອສ​ເຕຣ​ເລຍ ​ແລະ​ເກົາ​ຫຼີ​ໃຕ້ ​ຮວມຢູ່​ໃນ​ພວກ​ປະ​ເທດ​ທີ່​ມີ​ການ​ເສດ
ຖະກິດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກກໍ​ຕາມ ​ແຕ່​ການ​ຄ້າ​ລະຫວ່າງ
ສອງ​ປະ​ເທດ​ໄດ້​ຢູ່​ໃນ​ຂັ້ນ​ຈຳກັດ​ໃນ​ເວລາ​ຜ່ານ​ມາ ຊຶ່ງ​ໃນ​ປີ​ແລ້ວ​ນີ້ ມີ​ມູນ​ຄ່າ​ພຽງ
​30 ຕື້​ປາຍ​ໂດ​ລາເທົ່ານັ້ນ.

ປະທານາທິບໍດີ​ Park Geun-hye ​ແຫ່ງເກົາຫຼີ​ໃຕ້ ກ່າວ​ວ່າ ຂໍ້​ຕົກລົງດັ່ງກ່າວ
ຈະ​ຊ່ອຍ​ສົ່​ງ​ເສີມ​ໃຫ້​ໂຕ​ເລກ​ນີ້​ເພີ່ມຂຶ້ນຕະຫຼອດ​ທັງ​ຈະ​ຊ່ອຍ​ການ​ລົງທຶນ​ແລະ
ສ້າງ ​ໜ້າ​ວຽກຫລາຍ​ຂຶ້ນ​ໃນ​ທັງ​ສອງ​ປະ​ເທດ.

ທ່ານ​ນາງ Park ຍັງ​ກ່າວ​ເຊັ່ນ​ກັນ​ວ່າ ທ່ານ​ນາງ​ແລະ​ທ່ານ Abbott ​ໄດ້​ຕົກ​ລົງ
ທີ່​ຈະ​ສົ່ງ​ເສີມ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ​ທາງ​ດ້ານ​ຄວາມ​ປອດ​ໄພ​ໃຫ້​ແຂງ​ແຮງ​ຍິ່ງ​
ຂຶ້ນ ​ເມື່ອ​ຄຳນຶງ​ເຖິງ​ການ​ຂົ່ມຂູ່​ຂອງ​ໂຄງການ​ຜະລິດ​ອາວຸດ​ນີວ​ເຄລຍຂອງ​ເກົາ
ຫຼີ​ເໜືອ​ແລ້ວ.
XS
SM
MD
LG