ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

66 ເປີເຊັນ ຂອງ ປະຊາກອນໂລກ ຈະອາໄສ ຢູ່ໃນເຂດ ເທດສະບານ ໃນປີ 2050


ພວກນັກແລ່ນ ທີ່ເຂົ້າຮ່ວມການການແລ່ນມາຣາທອນ ໃນນະຄອນໂຕກຽວ
ພວກນັກແລ່ນ ທີ່ເຂົ້າຮ່ວມການການແລ່ນມາຣາທອນ ໃນນະຄອນໂຕກຽວ

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຫລາຍ​ກວ່າ​ເຄິ່ງນຶ່ງ​ຂອງ​ປະ​
ຊາກ​ອນ​ໂລກ 7 ພັນ​ລ້ານ​ຄົນ ພາກັນອາໄສ​ຢູ່​ໃນເຂດ​ເທດສະບານ
ຕ່າງໆ.

ສະຫະປະຊາຊາດເວົ້າ​ວ່າ ບັນດາ​ຫົວເມືອງ​ຕ່າງໆ​ເປັນ​ບ່ອນຢູ່​ອາ
ໄສ​ ​ຂອງປະ ຊາກອນ​ໂລກ 54 ເປີເຊັນ ​ແລະ​ພາຍໃນ​ປີ 2050 ​ໂຕ​
ເລກນີ້​ຈະ​ເພີ້ມຂຶ້ນເປັນ 66 ​ເປີ​ເຊັນ.

ລາຍງານ​ການຄາດ​ຄະ​ເນ​ຂອງສະຫະ​ປະຊາ​ຊາດກ່ຽວກັບເຂດ
ເທດສະບານປີ 2014 ​ລະບຸວ່າ ການຄຸ້ມຄອງເຂດເທດສະບານ
ຕ່າງໆ “​ເປັນ​ການ​ພັດທະນາ ທີ່ທ້າ​ທາຍທີ່​ສຳຄັນສຸດ​ອັນນຶ່ງຂອງ
​ສັດ​ຕະວັດທີ 21.” ​ແລະ​ເວົ້າວ່າ ​ຄວາມຮຽກ ຮ້ອງໃນດ້ານເຮືອນ​ຊານ ​ໂຄ່ງລ່າງພື້ນຖານ ການ​ຂົນສົ່ງແລະ​ພະລັງງານ ແມ່ນ ຮວມຢູ່​ໃນບູລິມະສິດຂອງການວາງ​ແຜນທີ່ສຳ​ຄັນ​ສຸດ.

ລາຍ​ງານ​ກ່າວ​ວ່າ ບັນຫາທ້າທາຍ​ເຫລົ່າ​ນັ້ນ​ຈະມີຄວາມຮູ້ສຶກວ່າຂາດແຄນ​ທີ່​ສຸດ ​ ​ຢູ່ໃນ​ຂົງ​
ເຂດທີ່ພວມມີການພັດທະນາ ​ໂດຍ​ສະ​ເພາະ​ແລ້ວແມ່ນອາ​ຟຣິກາ ບ່ອນ ​ທີ່​ບັນດາ​ຜູ້​ວາງ
ແຜນ ຍັງ​ມີທ່າທາງວ່າຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຕ້ອງການ​ ດ້ານ​ການ​ປິ່ນປົວສຸຂະພາບ ​
ແລະ​ຄວາມຮຽກຮ້ອງ​ຕ້ອງການກ່ຽວກັບວຽກການເຮັດທີ່ມີ ເພີ້ມຂຶ້ນ ແຕ່​ມີ​ແຫ​ລ່ງຊັບພະ​
ຍາກ​ອນໜ້ອຍ​ກວ່າ​ບ່ອນ​ອຶ່ນ.

ລາຍ​ງານສະ​ຫະປະຊາ​ຊາດໄດ້ອ້າງໂຕ​ເລກທີ່ສະ​ແດງ​ໃຫ້​ເຫັນ 10 ​“ເມືອງ​ໃຫຍ່​ ສຸດ” ຢູ່ໃນ​
ທົ່ວ​ໂລກ​ໃນຊຸມ​ປີ 1990 ທີ່​ເນັ້ນເຖິງ​ບັນດາ​ຂົງ​ເຂດ​ດັ່ງ​ກ່າວ​ມີ ປະຊາ ກອນຢ່າງ​ໝ້ອນ 10
ລ້ານ​ຄົນ. ລາຍ​ງານ​ກ່າວ​ອີກ​ວ່າ 28 ​ຫົວ​ເມືອງ​ໃນທຳນອງ ນີ້​ທີ່ມີ​ຢູ່​ໃນ​ປັດຈຸ​ບັນ​ ນຳ​ໜ້າ​ໂດຍ
ນະຄອນໂຕ​ກຽວ ນິວ​ເດລີ ຊຽງ​ໄຮ້ ເມັກ​ຊິໂກ-ຊີຕີ້ ​ແລະ ຊາວປາ​ວໂລ.

​ໃນ​ບັນດາ​ເມືອງເຫຼົ່ານີ້ 16 ແຫ່ງແມ່ນ​ຢູ່​ໃນ​ເອ​ເຊຍ 4 ​ແຫ່ງ​ໃນ​ລາ​ຕິ​ນອາ​ເມຣິກາ ສາມແຫ່ງ
ໃນອາ​ຟຣິກາ ​ແລະ​ຢູ​ໂຣບ ​ແລະ​ສ​ອງ​ແຫ່ງ​ໃນອາ​ເມຣິກາ​ເໜືອ.

XS
SM
MD
LG