ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

60 ຄົນ ເສຍຊີວິດ ໃນເຫດ ແກັສຄົວກິນ ລະເບີດ ຢູ່ອິນເດຍ


ຜູ້ຄົນໄປໂຮມກັນ ຢູ່ບ່ອນເກີດເຫດລະເບີດ ທີ່ຮ້ານອາຫານ ໃນເຂດເມືອງ Jhabua ລັດ Madhya Pradesh ທາງພາກກາງ ຂອງປະເທດອິນເດຍ (12 ກັນຍາ 2015)
ຜູ້ຄົນໄປໂຮມກັນ ຢູ່ບ່ອນເກີດເຫດລະເບີດ ທີ່ຮ້ານອາຫານ ໃນເຂດເມືອງ Jhabua ລັດ Madhya Pradesh ທາງພາກກາງ ຂອງປະເທດອິນເດຍ (12 ກັນຍາ 2015)

ຖັງແກັສເຮັດກິນ ໄດ້ລະເບີດຢູ່ຮ້ານອາຫານແຫ່ງນຶ່ງ ທີ່ເຕັມໄປ
ດ້ວຍຜູ້ຄົນ ຢູ່ໃນພາກກາງຂອງປະເທດອິນເດຍໃນວັນເສົາມື້ນີ້
ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 60 ຄົນແລະບາດເຈັບອີກຈຳ
ນວນນຶ່ງ. ສື່ມວນຊົນທ້ອງຖິ່ນລາຍງານວ່າຈຳນວນຜູ້ເສຍຊີວິດ
ຄາດວ່າຈະເພີ້ມຂຶ້ນກາຍ 80 ຄົນ.

ຮ້ານອາຫານທີ່ລັດ Madhya Pradesh ທີ່ເຕັມໄປດ້ວຍຜູ້ຄົນ
ພາກັນໄປກິນອາຫານເຊົ້າເວລາເຫດລະເບີດຂະໜາດແຮງໄດ້
ເກີດຂຶ້ນ.

ເຫດລະເບີດດັ່ງກ່າວໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານ
ທີ່ຕັ້ງຢູ່ໃກ້ຄຽງ.

ລາຍງານຂ່າວບາງກະແສແຈ້ງວ່າ ໄຟຈາກເຫດລະເບີດ ໄດ້ລາມໄປໄໝ້ດິນລະເບີດທີ່ເກັບ ມ້ຽນໄວ້ໃນບໍລິເວນໃກ້ຄຽງ ຊຶ່ງພາໃຫ້ເກີດເຫດລະເບີດຮ້າຍແຮງຄັ້ງທີສອງຂຶ້ນ.

ພວກກູ້ໄພ ແລະອາສາສະໝັກກຳລັງຊອກຄົ້ນຫາຜູ້ທີ່ລອດຊີວິດມາໄດ້ຢູ່ຕາມຊາກຫັກພັງ.

ການລະເບີດຂອງຖັງແກັສເຮັດກິນ ຢູ່ຕາມບ້ານເຮືອນ ແມ່ນມີຂຶ້ນຢູ່ເລື້ອຍໆໃນປະເທດອິນ ເດຍ.

India Blast
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG