ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ຄົນ ບາດເຈັບ ຍ້ອນ ເຫດລະເບີດ ໃນ ຟິລິບປິນ


ບັນດານາຍແພດກໍາລັງຮັກສາ ຜູ້ໄດ້ຮັບບາດ​ເຈັບ​ ທີ່ໂຮງໝໍ
ທະຫານ ໃນ ຟິລິບປິນ.
ບັນດານາຍແພດກໍາລັງຮັກສາ ຜູ້ໄດ້ຮັບບາດ​ເຈັບ​ ທີ່ໂຮງໝໍ ທະຫານ ໃນ ຟິລິບປິນ.
ບັນດາ​ເຈົ້າ​ໜ້າ​ທີ່ທະຫານ ໃນ​ພາກ​ໃຕ້​ຂອງຟິລິບ​ປີນ ກ່າວ​ວ່າ
ຢ່າງ​ໜ້ອຍ​ຫົກ​ຄົນ ຮວມ​ທັງນັກ​ຂ່າວ​ໂທລະພາບ 2 ຄົນ ​ໄດ້​ຮັບ
​ບາດ​ເຈັບ​ ໃນ​ຕອນ​ເຊົ້າ​ວັນ​ເສົາມື້​ນີ້ ​ເວລາລະ​ເບີດລູກນຶ່ງແຕກ
​ຂື້ນຢູ່​ແຄມ​ຖະໜົນ.

ເຫດລະ​ເບີດແຕກນີ້ ເກີດ​ຂື້ນ​ທີ່​ເກາະ Mindanao ບ່ອນ​ທີ່​ກອງ
ທະຫານລັດຖະບານພວມ​ທໍາ​ການ​ສູ້​ລົບກັບກຸ່ມນັກ​ລົບເພື່ອອິດ
ສະຫຼະພາບອິສລາມ Bangsamoro ຫລື BIFF ຊຶ່ງຄັດ​ຄ້ານ​ຕໍ່
​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ທີ່ມີການສະເໜີໄປນັ້ນ.

ກຸ່ມ​ດັ່ງກ່າວ​ ໄດ້​ແຍກ​ໂຕອອກ​ມາ​ຈາກ ກຸ່ມ​ແນວໂຮມປົດປ່ອຍ Moro ຫຼື MILF ທີ່ໃຫຍ່ກວ່າ
ຊຶ່ງ​ໃນ​ວັນ​ເສົາ​ແລ້ວ​ນີ້ ​ໄດ້​ມ້ວນທ້າຍ​ການ​ເຈລະຈາ ທີ່ແນ​ໃສ່ ເພື່ອສ້າງ​ຕັ້ງ ເຂດ​ປົກຄອງ​ຕົນ
​ເອງຂອງຊາວມຸສລິມຂຶ້ນ.

ກຸ່ມ BIFF ​ໄດ້​ສາບານ​ທີ່​ຈະ​ທຳ​ການ​ສູ້ລົບ​ກັບລັດຖະບານຕໍ່ໄປ​ ໂດຍ​ກ່າວ​ວ່າ ກຸ່ມ​ແນວໂຮມ ປົດປ່ອຍ Moro ຫລື MILF ​ໄດ້​ຜ່ອນສັ້ນຜ່ອນຍາວ ຫລາຍ​ເກີນ​ໄປ. ນອກນັ້ນ ພວກ​ກະບົດ​
ອີກ​ຫລາຍ​ກຸ່ມ ກໍພາກັນ​ຄັດຄ້ານ ຕໍ່ການດຳເນີນຄວາມ​ພະຍາຍາ​ມເພື່ອສ້າງສັນ​ຕິພາບ​ເຊັ່ນ​ດຽວກັນ.

ການ​ສູ້​ລົບ​ກັນ​ມາ​ເປັນ​ເວລາ 4 ທົດສະວັດຢູ່​ທີ່​ພາກ​ໃຕ້ຂອງຟີລິບປິນ​ໄດ້​ເຮັດ​ໃຫ້​ຫລາຍ​ກວ່າ
120,000 ຄົນເສຍ​ຊີວິດ ​ແລະ​ຂັດຂວາງບໍ່ໃຫ້ມີ​ການ​ພັດທະນາ​ ຢູ່​ໃນ​ຂົງ​ເຂດ.



XS
SM
MD
LG