ສື່ມວນຊົນຂອງທາງການຈີນກ່າວວ່າ ຫົກຄົນໄດ້ຮັບບາດ
ເຈັບ ໃນການໂຈມຕີ ໂດຍໃຊ້ມີດແທງ ໃນວັນອັງຄານມື້ນີ້
ຢູ່ທີ່ສະຖານີລົດໄຟ ທີ່ຫົວເມືອງແຫ່ງນຶ່ງ ໃນພາກໃຕ້ຂອງ
ປະເທດ ຊຶ່ງເປັນບ່ອນຫຼ້າສຸດ ໃນການໂຈມຕີທີ່ມີມາເປັນ
ລຳດັບນັ້ນ.
ໜັງສືພິມປະຊາຊົນລາຍວັນ ຫລື People Daily ກ່າວວ່າ
ຜູ້ຊາຍທີ່ມີມີດເປັນ ອາວຸດສີ່ຄົນ ນຸ່ງເຄື່ອງຂາວທັງໝົດ ພາ
ກັນໄລ່ແທງຄົນໂດຍສານ ທີ່ຫາກໍ່ລົງຈາກລົດໄຟ ທີ່ສະຖາ
ນີລົດໄຟ Guangzhou.
ລາຍງານກ່າວວ່າ ຕຳຫລວດໄດ້ຍິງປືນໃສ່ພວກຜູ້ຊາຍຈຸນີ້ ເຮັດໃຫ້ຄົນນຶ່ງເສຍຊີ ວິດ
ແລະຈັບໄດ້ຄົນນຶ່ງ. ສ່ວນອີກ 2 ຄົນ ສາມາດຫລົບໜີໄປໄດ້ ແຕ່ລາຍງານ ຂ່າວບາງ
ກະແສຂອງສື່ມວນຊົນລັດຖະບານແຈ້ງວ່າ ອີກຄົນນຶ່ງໄດ້ຖືກຈັບໃນເວລາຕໍ່ມາ.
ພວກເຈົ້າໜ້າທີ່ບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບຈຸດປະສົງໃນການໂຈມຕີຄັ້ງນີ້ ແຕ່
ການໂຈມຕີດັ່ງກ່າວແມ່ນມີລັກສະນະຄ້າຍຄືກັນກັບຄັ້ງກ່ອນໆ ທີ່ລັດຖະບານ ໄດ້ຖິ້ມ
ໂທດໃສ່ພວກກໍ່ການຮ້າຍຈາກເຂດຊິນຈຽງ ທີ່ວຸ້ນວາຍໃນພາກຕາເວັນຕົກ ຂອງຈີນ.
ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານນາງ Hua Chunying ບໍ່ໄດ້ ຄາດ
ເດົາໃດໆກ່ຽວກັບຈຸດປະສົງຂອງພວກຄົນຮ້າຍ ແຕ່ກໍໃຫ້ຄຳໝັ້ນສັນຍາວ່າ ຈະມີ
ການເອົາມາດຕະການທີ່ເຂັ້ມແຂງແລະມີປະສິດທິຜົນ ເພື່ອປົກປ້ອງໃຫ້ສັງ ຄົມມີ
ສະຖຽນລະພາບຢ່າງແທ້ຈິງ.