ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ກ່າວວ່າ ຢ້ານວ່າ ນັກຮຽນມັດທະຍົມ 8 ຄົນ ໄດ້ເສຍຊີວິດແລ້ວ ຫຼັງຈາກຖືກຖົມໃນກອງຫິມະຖະຫຼົ່ມ ຢູ່ຣີສອດຫຼິ້ນສກີແຫ່ງໜຶ່ງ ໃນພາກຕາເວັນອອກຂອງ
ຍີ່ປຸ່ນ.
ນັກຮຽນຄົນອື່ນໆອີກ 3 ຄົນ ໄດ້ຮັບບາດເຈັບ. ສ່ວນນາຍຄູຢ່າງໜ້ອຍຄົນນຶ່ງ ຍັງຫາຍ
ສາບສູນຢູ່.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກນັກຮຽນດັ່ງກ່າວ ໄດ້ເຂົ້າຮ່ວມໃນການປີນພູເຂົາໃນຕອນ
ເຊົ້າວັນຈັນມື້ນີ້ ຢູ່ເມືອງ Nasu ປະມານ 175 ກິໂລແມັດຫ່າງຈາກນະຄອນຫຼວງ ໂຕກຽວ ໄປທາງພາກເໜືອ.
ບັນດາເຈົ້າໜ້າທີ່ແຂວງ Tochigi ກ່າວວ່າ ນັກສຶກສາປະມານ 50 ຄົນ ແລະ ນາຍຄູສິບ
ຄົນ ຈາກໂຮງຮຽນມັດທະຍົມ 7 ແຫ່ງ ໄດ້ພາກັນເດີນທາງໄປພູເຂົາດັ່ງກ່າວ.