ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ 6 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ຢູ່ພາກໃຕ້ ປະເທດໄທ


ທະຫານໄທ ກຳລັງກວດເບິ່ງ ເຂດທີ່ຖືກວາງລະເບີດ ຢູ່ຂ້າງຖະໜົນ ທີ່ຈັງຫວັດປັດຕະນີ ໃນພາກໃຕ້ປະເທດໄທ.
ທະຫານໄທ ກຳລັງກວດເບິ່ງ ເຂດທີ່ຖືກວາງລະເບີດ ຢູ່ຂ້າງຖະໜົນ ທີ່ຈັງຫວັດປັດຕະນີ ໃນພາກໃຕ້ປະເທດໄທ.

ລ​ະ​ເບີດ​ຂ້າງ​ຖະໜົນ ທີ່ແຕກຂຶ້ນ​ຢູ່​ໃນ​ປະ​ເທດ​ໄທ ​ໄດ້ສັງຫານ​ທະຫານ​ຫົກ​ຄົນ ​ແລະ
ເຮັດ​ໃຫ້ບາດ​ເຈັບ​ອີກ​ສີ່​ຄົນ ​ໃນ​ເຂດ​ພາກ​ໃຕ້ທີ່​ມີ​ການ​ກໍ່​ກະບົດ​ຂອງ​ປະ​ເທດ.

ຕຳຫລວດ​ກ່າວ​ວ່າ ລະ​ເບີດ​ໄດ້​ຫ້າງໄວ້ ​ຢູ່​ຖະໜົນ​ທີ່​ບໍ່​ໄດ້​ປູຢາງ ຢູ່​ໃນ​ຈັງ​ວັດ​ປັດຕະນີ
​ແລະ​ໄດ້ແຕກ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ພວກ​ທະຫານ​ໄດ້​ລາດ​ຕະ ເວນ​ເປັນ​
ປະຈຳ.

ຂົງ​ເຂດ​ຊາຍ​ແດນ ​ທີ່ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ສມຸສລິ​ມນັ້ນ ​ໄດ້​ເກີດ​ຄວາມ​ຮຸນ
​ແຮງ​ມາ​ເປັນ​ເວລາ​ກວ່າ​ທົດ​ສະ​ວັດ​ແລ້ວ ​ໃນ​ຂະນະ​ທີ່​ພວກກະບົດ​ຊົນ​ກຸ່ມ​ນ້ອຍ
ຊາວມາ​ເລ ສູ້​ລົບກັບ​ລັດຖະບານ​ຂອງປະ​ເທດ​ໄທ ​ທີ່​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ພຸດ
​ເພື່ອ​ຢາກ​ປົກຄອງ​ຕົນ​ເອງ​ຫລາຍ​ຂຶ້ນ.

ຍັງບໍ່​ມີ​ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃດໆ​ ກ່ຽວ​ກັບ​ເຫດລະ​ເບີດດັ່ງກ່າວ​ນີ້​ເທື່ອ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG