ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໑ ພຶດສະພາ ໒໐໒໕

Powerball ພວມຂາຍດີ ຂະນະທີ່ ລາງວັນທີ 1 ຖີບຂຶ້ນ ກາຍ 600 ລ້ານ


​ລັອດ​ເຕີ​ລີ Powerball ທີ່​ມີຫຼາຍໆ​ລັດ​ເຂົ້າຮ່ວມນຳ ສຳ​ລັບ​ງວດ​ທີ່​ອອກ​ໃນ​ແລງ​ວັນ​ເສົາ​ມື້ນີ້ ລາງວັນທີ 1 ​​ເພີ້ມຂຶ້ນ​ກາຍ 600 ລ້ານ​ໂດ​ລາແລ້ວ.
​ລັອດ​ເຕີ​ລີ Powerball ທີ່​ມີຫຼາຍໆ​ລັດ​ເຂົ້າຮ່ວມນຳ ສຳ​ລັບ​ງວດ​ທີ່​ອອກ​ໃນ​ແລງ​ວັນ​ເສົາ​ມື້ນີ້ ລາງວັນທີ 1 ​​ເພີ້ມຂຶ້ນ​ກາຍ 600 ລ້ານ​ໂດ​ລາແລ້ວ.
ສະຫະລັດ ກໍາລັງ​ຕື່ນ​ເຕັ້ນ ​ພາກັນ​ຊື້​ເລກ ລັອດ​ເຕີ​ລີ Powerball.

​ເງິນລາງວັນຂອງ​ລັອດ​ເຕີ​ລີ Powerball ທີ່​ມີຫຼາຍໆ​ລັດ​ເຂົ້າຮ່ວມ
ນຳ ສຳ​ລັບ​ງວດ​ທີ່​ອອກ​ໃນ​ແລງ​ວັນ​ເສົາ​ມື້ນີ້ ​ໄດ້​ເພີ້ມຂຶ້ນ​ເປັນ 600
ລ້ານ​ໂດ​ລາ ​ຖ້າ​ຖືກ ​ແຕ່​ພຽງ​ຜູ້ດຽວ. ໃນແຕ່​ລະ​ຊົ່ວ​ໂມງ ບັດ​ລັອດ
​ເຕີ​ລີ Powerball ໃບ​ນຶ່ງ 2 ​ໂດລານັ້ນ ​ໄດ້ມີ​ການ​ຂາຍເປັນລ້ານໆ
ໃບ​ຊຶ່ງ​ເຈົ້າໜ້າ​ທີ່​ເວົ້າວ່າ ມີ​ທ່າ​ທາງ​ວ່າ​ເງິນ​ລາງວັນ​ອາດ​ຈະ​ເພີ້ມສູງ​
ຂຶ້ນຕື່ມ ກ່ອນ​ທີ່​ຈະ​ເລກຈະ​ອອກ​.

ຜູ້ໂຊກ​ດີ ​ຕ້ອງ​ຖືກເລກໝົດ​ທັງ​ຫ້າ​ໂຕ ພ້ອມ​ດ້ວຍເລກ​ພິ​ເສດ​ Powerball ອີກ​ນຶ່ງ​ໂຕ ​ຈຶ່ງຈະ​ໄດ້​ຮັບ​ເງິນ​ລາງວັນ​ທີ​ນຶ່ງ.

​ໂອກາດທີ່​ຈະ​ຖືກ​ລາງວັນ​ທີນຶ່ງ​ຂອງລັອດ​ເຕີ​ລີ Powerball ​ແມ່ນ​ນຶ່ງໃນຈໍານວນ 175 ລ້ານ​.

ລາງວັນລັອດ​ເຕີ​ລີໃຫຍ່ທີ່​ສຸດ​ໃນປະວັດ​ສາດສະຫະລັດ ​ແມ່ນ 656 ລ້ານ​ໂດ​ລາ ຊຶ່ງ ​ໄດ້​ແບ່ງ​ກັນ ລະຫວ່າງຜູ້​ຖືກ​ 3 ຄົນ ​ໃນ​ປີ​ກາຍ​ນີ້.

​ລາງວັນ​ລອັດ​ເຕີ​ລີທີ່​ໃຫຍ່​ສຸດ​ຂອງ​ໂລກ ໄດ້​ແກ່ລາງວັນ​ລັອດ​ເຕີ​ລ El Gordo ຂອງ​ສະ​ເປນ ທີ່​ແບ່ງ​ເງິນ​ລາງວັນ 3 ພັນ​ລ້ານ​ໂດ​ລາ ລະຫວ່າງພວກ​ທີ່​ຖືກຫຼາຍ​ພັນ​ຄົນ ໃນ​ປີ​ກາຍ​ນີ້.


XS
SM
MD
LG