ເຈົ້າໜ້າທີ່ເວົ້າວ່າ ລູກສອນໄຟສອງລູກຖືກຍິງເມື່ອວັນສຸກມື້ນີ້ ໃນການ ໂຈມຕີເມືອງ Dargah Mandi ຂອງວາຊີຣີສຖານເໜືອ ຊຶ່ງເປັນເຂດທີ່ຮູ້ ກັນດີວ່າເປັນທີ່ໝັ້ນຂອງກຸ່ມເຄືອຂ່າຍ Haggani ທີ່ເຊື່ອມໂຍງກັບກຸ່ມ ອາລຄາອີດານັ້ນ.
ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ຂອງສະຫະລັດ ນັບວ່າເປັນ ເລຶ່ອງກຽດຊັງກັນທີ່ສຸດໃນປາກີສຖານ. ຄືປາກີສຖານໄດ້ກ່າວຕິຕຽນຊໍ້າແລ້ວຊໍ້າອີກ ຕໍ່ການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ວ່າເປັນສິ່ງຜິດກົດໝາຍ ແລະລະເມີດອະທິປະໄຕຂອງຕົນ ແຕ່ເຈົ້າໜ້າ ທີ່ສະຫະລັດ ກໍເວົ້າ ວ່າ ການໂຈມຕີດ້ວຍວິທີດັ່ງກ່າວນີ້ ຖືວ່າເປັນເຄຶ່ອງມືທີ່ສໍາຄັນຢ່າງນຶ່ງທີ່ຈະ ເອົາຊະນະພວກກໍ່ການຮ້າຍໄດ້.
ສະຫະລັດ ໄດ້ລົດການປະຕິບັດການດ້ວຍເຮືອບິນບໍ່ມີຄົນຂັບຂອງຕົນລົງໃນບໍ່ເທົ່າໃດເດືອນຜ່ານມານີ້.