ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

6 ຄົນ ເສຍຊີວິດ ໃນການໂຈມຕີ ທາງງອາກາດ ຂອງຊາອຸດີ ຢູ່ ເຢເມນ


ຜູ້ຄົນກຳລັງຊອກຫາຜູ້ລອດຊີວິດມາໄດ້ ຈາກການໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາອຸດີ ຢູ່ນະຄອນຫຼວງເຢເມນ (12 ກໍລະກົດ 2015)
ຜູ້ຄົນກຳລັງຊອກຫາຜູ້ລອດຊີວິດມາໄດ້ ຈາກການໂຈມຕີທາງອາກາດ ພາຍໃຕ້ການນຳພາ ຂອງຊາອຸດີ ຢູ່ນະຄອນຫຼວງເຢເມນ (12 ກໍລະກົດ 2015)

ການໂຈມຕີທາງອາກາດພາຍໃຕ້ການນຳພາຂອງຊາອຸດີ ຢູ່ປະ
ເທດເຢເມນ ໄດ້ສັງຫານພົນລະເຮືອນ 6 ຄົນ ໃນວັນສຸກວານນີ້ ແລະໄດ້ທຳລາຍຕຶກອາຄານປະຫວັດສາດຢູ່ທີ່ນະຄອນຫລວງ
Sana’a ແລະ ອົງການສະຫະປະຊາຊາດ ໄດ້ເລື່ອນເວລາ ໃນ
ການເຈລະຈາສັນຕິພາບ ທີ່ມີກຳນົດຈະໄຂຂຶ້ນທີ່ນະຄອນເຈນີ
ວາ ແມ່ນກະທັງກ່ອນທີ່ການເຈລະຈາດັ່ງກ່າວຈະເລີ້ມຂຶ້ນດ້ວຍ
ຊ້ຳ.

ລາຍງານຈາກອົງການວັດທະນະທຳຂອງສະຫະປະຊາດ ຫຼືຢູ
ແນັສໂກ ກ່າວວ່າ ການໂຈມຕີທາງອາກາດຮອບຫລ້າສຸດ ໄດ້ ທຳລາຍບ້ານເຮືອນສະໄໝໂບຮານຫຼາຍຊັ້ນ ຫໍຄອຍແລະສວນ
ທີ່ມີອາຍຸເກົ່າແກ່ເຖິງ 2500 ປີ ຢູ່ທີ່ຄຸ້ມ Al-Qasimi ໃນເຂດເມືອງເກົ່າ ຂອງນະຄອນຫຼວງ.

ຜູ້ອຳນວຍການຂອງອົງການຢູແນັສໂກໄດ້ປະນາມການທຳລາຍຕຶກອາຄານປະຫວັດສາດ ເຫຼົ່ານີ້ ຊຶ່ງໄດ້ຖືກຮັບຮູ້ໂດຍທາງອົງການຢູແນັສໂກວ່າ ເປັນສະຖານທີ່ມໍລະດົກໂລກ. ການ ໂຈມຕີທາງອາກາດໃນວັນສຸກວານນີ້ ແມ່ນເປັນການໂຈມຕີຮອບຫຼ້າສຸດທີ່ມີມາເປັນລຳດັບ ທີ່ໄດ້ສ້າງຄວາມເສຍຫາຍຫຼືທຳລາຍຕຶກອາຄານປະຫວັດສາດ ພິພິດທະພັນແລະໂບຮານ ສະຖານຕ່າງໆ ທັງຢູ່ໃນນະຄອນຫຼວງ Sana’a ແລະຢູ່ໃນເຂດອື່ນໆຂອງປະເທດ.

ກຳລັງປະສົມຂອງປະເທດອາຣັບ ພາຍໃຕ້ການນຳພາ ຂອງຊາອຸດີ ອາຣາເບຍໄດ້ທຳການ ໂຈມຕີທາງອາກາດ ຢູ່ເຢເມນ ຊຶ່ງເປັນປະເທດທີ່ທຸກຍາກທີ່ສຸດ ໃນພາກຕາເວັນອອກກາງ ນັ້ນມາໄດ້ 11 ອາທິດແລ້ວ. ການໂຈມຕີທາງອາກາດແມ່ນໄດ້ແນເປົ້າໝາຍໃສ່ພວກກະບົດ
Houthi ຊຶ່ງເປັນກຸ່ມກຳລັງກະບົດທີ່ສຳຄັນສຸດທີ່ໄດ້ຮັບການສະໜັບສະໜຸນໂດຍອີຣ່ານ.

ກຳລັງປະສົມຂອງປະເທດອາຣັບກ່າວວ່າການໂຈມຕີທາງອາກາດແມ່ນແນໃສ່ແຕ່ເປົ້າໝາຍ ທາງທະຫານທໍ່ນັ້ນ ແຕ່ອົງການອະນາໄມໂລກກະປະມານວ່າ ບັນຫາຂັດແຍ້ງນີ້ໄດ້ສັງຫານ ປະຊາຊົນໄປແລ້ວຫຼາຍກວ່າ 2500 ຄນ ແລະມີຜູ້ໄດ້ຮັບບາດເຈັບອີກ 11000 ຄົນ.

Yemen
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG