ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

6 ຄົນ ເສຍຊີວິດ ຍ້ອນ ການໂຈມຕີ ທີ່ວັດ ອິສລາມ ໃນປາກິສຖານ (ສະໄລດ໌)


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ
ບັນ​ດາ​ເຈົ້າ​ໜ້າ​ທີ່ ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກິ​ສຖານ
ກ່າວ​ວ່າ ພວກ​ມື​ປືນ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 6 ຄົນ ​ແລະ​ໄດ້​ຮັບ​
ບາດ​ເຈັບອີກ 10 ຄົນ ​ຢູ່​ນອກ​ວັດສາສະໜາ​ອິສລາມ​ແຫ່ງ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີດັ່ງກ່າວ ​ເກີດ​ຂື້ນ​ໃນ​ວັນ​
ສຸກມື້​ນີ້ ທີ່​ເມືອງ Quetta ​ເມືອງ​ຫລວງ​ຂອງ​ແຂວງ Baluchistan
ຫລັງ​ຈາກ​ການ​ສູດ​ມົນ​ຕອນ​ເຊົ້າ ອັນ​ເປັນ​ການ​ເລີ້ມ​ຕົ້ນຂອງມື້
ບຸນ Eid a-Fitr ​ຊຶ່ງ​ເປັນ​ຂີດ​ໝາຍ ໃນການ ສິ້ນສຸດ​ລົງຂອງ​
ເດືອນ​ສັກສິດ​ຖື​ສິນ​ອົດ Ramadan.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອະ​ດີດ​ຫົວໜ້າ​ພະແນ​ກການ​ນຶ່ງ​ຂອງແຂວງ ທ່ານ Ali Madad Jatak ອາດ​ເປັນ​ເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ ​ແຕ່​ຜູ້ກ່ຽວ​ສາມາດ​ຫລົບໜີໄປ​ໄດ້ ດ້ວຍ​ຄວາມ​ປອດ​ໄພ.

ການ​ໂຈມຕີຄັ້ງນີ້ ​ເກີດ​ຂື້ນ​ນຶ່ງ​ມື້​ຫລັງ​ຈາກຜູ້ວາງ​ລະ​ເບີດ​ສະລະ​ຊີບ​ ໄດ້​ໂຈມ​ຕີພິທີ​ສົ່ງສະການ​ຕໍາຫລວດຄົນ​ນຶ່ງໃນ​ເມືອງ Quetta ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 30 ຄົນ.

ກ່ຽວຂ້ອງກັນ

XS
SM
MD
LG