ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

6 ຄົນ ເສຍຊີວິດ ໃນການໂຈມຕີ ຂອງກຸ່ມຕາລີບານ ຢູ່ ອັຟການິສຖານ (ວີດີໂອ)


ຕຳຫຼວດອັຟການິສຖານຄົນນຶ່ງ ໄປຮອດບ່ອນຖືກໂຈມຕີ ທີ່ເມືອງ Jalalabad (30 ສິງຫາ 2014)
ຕຳຫຼວດອັຟການິສຖານຄົນນຶ່ງ ໄປຮອດບ່ອນຖືກໂຈມຕີ ທີ່ເມືອງ Jalalabad (30 ສິງຫາ 2014)

ເຈົ້າໜ້າທີ່ອັຟການິສຖານກ່າວວ່າ ມີຢ່າງໜ້ອຍ 6 ຄົນເສຍຊີວິດ
ໃນວັນເສົາມື້ນີ້ ເວລາພວກຫົວຮຸນແຮງຕາລີບານໂຈມຕີກອງບັນ
ຊາການສືບລັບທີ່ເມືອງ Jalalabad ໃນພາກຕາເວັນອອກຂອງ
ປະເທດ.

ທ້າວ Ahmad Shah ທີ່ເຫັນເຫດການ ເວົ້າວ່າ “ມັນເປັນຕອນ
ເຊົ້າມືດ ແລະພວກເຮົາພວມພາກັນນອນຢູ່ທີ່ເຮືອນ ສຽງດັງຂະ
ໜາດແຮງກໍໄດ້ແຕກຂຶ້ນ ຕິດຕາມມາໂດຍສຽງປືນ. ເວລາຂ້ອຍ
ອອກມາຈາກຫ້ອງຂອງຂ້ອຍນັ້ນຂ້ອຍໄດ້ຖືກປົກຄຸມດ້ວຍຂີ້ຝຸ່ນ ຂ້ອຍແລະພວກລູກໆໄດ້ຮັບບາດເຈັບຍ້ອນແກ້ວປະຕູປ່ອງຢ້ຽມ
ແຕກ.”

ທ່ານ Abdul Zia Abdulzai ໂຄສົກຂອງເຈົ້າແຂວງໆ Nangarhar ກ່າວວ່າ ການໂຈມຕີ ເລີ້ມຂຶ້ນດ້ວຍລະເບີດລົດສະຫຼະຊີບຕິດຕາມມາດ້ວຍການຍິງຕໍ່ສູ້ກັນເປັນເວລາຍືດຍາວ.

ເຈົ້າໜ້າທີ່ການແພດເວົ້າວ່າ ໂຮງໝໍໄດ້ຮັບສົບຄົນຕາຍ 6 ຄົນ ແລະຜູ້ບາດເຈັບ ອີກຢ່າງ
ໜ້ອຍ 45 ຄົນ.

ທ່ານ Najibullah Kamawal ຫົວໜ້າພະແນກສາທາລະນະສຸກຂອງແຂວງ Nangarhar ກ່າວວ່າ “ເວລານີ້ພວກເຮົາມີຜູ້ບາດເຈັບ 16 ຄົນຢູ່ທີ່ໂຮງໝໍແລະອີກ 19 ຄົນໄດ້ຖືກປ່ອຍ ໃຫ້ເມືອເຮືອນແລ້ວ ຫລັງຈາກໄດ້ຮັບການປິ່ນປົວ. ມີຜູ້ທີ່ເສຍຊີວິດນຳດ້ວຍ ມາຮອດປັດ ຈຸບັນນີ້ ພວກເຮົາໄດ້ຮັບແລ້ວ 6 ສົບ ຢູ່ທີ່ໂຮງໝໍຂອງພວກເຮົາ.”

ໂຄສົກຄົນນຶ່ງຂອງກຸ່ມຕາລີບານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີດັ່ງກ່າວນີ້.

AFGHANISTAN VIOLENCE SOTVO
please wait

No media source currently available

0:00 0:00:38 0:00

XS
SM
MD
LG