ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ​ຜູ້​ແທນ​ ລັດຖະສະພາ​ ສະຫະລັດ 6 ທ່ານ ເດີນທາງ ໄປຢ້ຽມຢາມ ຄິວບາ


ຜູ້ນຳ ຄະນະ​ຜູ້​ແທນ​ ລັດຖະສະພາ​ສະຫະລັດ ທ່ານ Patrick Leahy ສັງກັດພັກ​​ເດ​ໂມ​ແຄຣັດ ຈາກລັດ Vermont ໂອ້ລົມກັບ ບັນດານັກຂ່າວ ໃນຂະນະທີ່ ອອກມາຈາກໂຮງແຮມ Saratoga ໃນນະຄອນຫລວງ Havana ປະເທດຄິວບາ, ວັນທີ 17 ມັງກອນ 2015.
ຜູ້ນຳ ຄະນະ​ຜູ້​ແທນ​ ລັດຖະສະພາ​ສະຫະລັດ ທ່ານ Patrick Leahy ສັງກັດພັກ​​ເດ​ໂມ​ແຄຣັດ ຈາກລັດ Vermont ໂອ້ລົມກັບ ບັນດານັກຂ່າວ ໃນຂະນະທີ່ ອອກມາຈາກໂຮງແຮມ Saratoga ໃນນະຄອນຫລວງ Havana ປະເທດຄິວບາ, ວັນທີ 17 ມັງກອນ 2015.

ຄະນະ​ຜູ້​ແທນ​ລັດຖະສະພາ​ສະຫະລັດ ກຳລັງ​ຢູ່​ໃນ​ຄິວບາ ຊຶ່ງ​
ເປັນ​ການ​ເດີນທາງ​ໄປຢ້ຽມຢາມ​ເທື່ອ​ທຳ​ອິດ ນັບ​ຕັ້ງ​ແຕ່ ປະທາ
ນາທິບໍດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ ​ເມື່ອ
ເດືອນ​ແລ້ວ​ນີ້ວ່າ ​ວໍ​ຊິງ​ຕັນຈະ​ເປີດ​ສາຍພົວພັນ ຂັ້ນປົກກະຕິ
ກັບປະ​ເທດ​ເກາະດອນ​ດັ່ງກ່າວ.

ສະມາຊິກສະພາສັງກັດພັກເດ​ໂມ​ແຄຣັດ 6 ທ່ານ ທີ່ນຳພາ​ໂດຍ
ສະມາຊິກສະພາສູງ ຈາກລັດ Vermont ທ່ານ Patrick Leahy
​ເດີນທາງ​ໄປ​ເຖິງ ນະຄອນຫລວງ Havana ​ໃນ​ວັນ​ເສົາ​ວານ​ນີ້.

ທ່ານ Leahy ​ກ່າວ​ວ່າ ກຸ່ມ​ດັ່ງກ່າວ ຕ້ອງການ​ສຳ​ຫລວດ​ເບິ່ງ ​ໂອກາດ​ຕ່າງໆ​ສຳ​ຫລັບ​ການ
​ຮ່ວມ​ໄມ້​ຮ່​ວມມືເພີ້ມຂຶ້ນ ​ແລະ ຊຸກຍູ້​ໃຫ້​ບັນດາ​ເຈົ້າໜ້າ​ທີ່​ຄິວ​ບາ ແກ້​ໄຂ​ບັນຫາ​ຕ່າງໆ ທີ່ມີ​
ຄວາມ​ກັງວົນ​ ຕໍ່​ຊາວ​ອາ​ເມ​ຣິກັນ​ ​ແລະ ບັນດາ​ຜູ້​ແທນ​ຂອງ​ພວກ​ເຂົາເຈົ້າ ຢູ່​ໃນ​ສະພາ.

ທ່ານ Leahy ​ເວົ້າວ່າ “ພວກ​ເຮົາທັງ​ໝົດ ​ເຄີຍ​ຢູ່​ຈຸດ​ນີ້ ມາ​ກ່ອນ. ພວກ​ເຮົາທັງ​ໝົດ
ມີ​ຄວາມ​ສົນ​ໃຈ​ທີ່​ສຸດ ​ໃນ​ອັນ​ທີ່ຈະ​ເກີດ​ຂຶ້ນຕໍ່​ໄປ​ ​ແລະ ດັ່ງນັ້ນ ຂ້າພະ​ເຈົ້າຫວັງ​ວ່າ
ພວກ​ເຮົາຈະ​ໄດ້ຮູ້.”

ສະມາຊິກສະພາ​ສູງ Richard Durbin ຈາກ​ລັດ Illinois ທ່ານນາງ Debbie Stabenow ຈາກ​ລັດ Michigan ​ແລະ ທ່ານ​ນາງ Sheldon Whitehouse ຈາກ​ລັດ ​Rhode Island
​ແມ່ນ​ລວມຢູ່​ໃນ ​ການ​ເດີນທາງ​ຄັ້ງນີ້ ​ເຊັ່ນ​ດຽວ​ກັນ ​ພ້ອມກັບສະມາຊິກ​ສະພາ​ຕ່ຳ Chris
Van Hollen ຈາກ​ລັດ Maryland ​ແລະ Peter Welch ຈາກລັດ Vermont. ບັນດາ​ຜູ້
ແທນ​ດັ່ງກ່າວ ຈະ​ກັບ​ຄືນ​ມາ​ວໍຊິງ​ຕັນ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້.

US DELEGATION VISIT CUBA VIDEO
please wait

No media source currently available

0:00 0:01:26 0:00

XS
SM
MD
LG