ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຝຣັ່ງ 6 ຄົນ ລວມຢູ່ໃນ 8 ຄົນທີ່ຖືກຂ້າຕາຍ ໂດຍພວກມືປືນ ຢູ່ໃນ ນິແຊຣ໌ ເຂດອາຟຣິກາຕາເວັນຕົກ


ແຜນທີ່ ປະເທດນິແຊຣ໌
ແຜນທີ່ ປະເທດນິແຊຣ໌

ພະນັກງານຊ່ອຍເຫຼືອຊາວຝຣັ່ງ 6 ຄົນ ປະຈຳອົງການ ACTED ທີ່ບໍ່ຂຶ້ນກັບລັດຖະບານ ຫຼື NGO ແລະຜູ້ນໍາທາງໃນທ້ອງຖິ່ນ ພ້ອມກັບຄົນຂັບລົດຂອງພວກເຂົາເຈົ້ານັ້ນ ໄດ້ຖືກຂ້າຕາຍ ໃນວັນອາທິດວານນີ້ ໂດຍພວກມືປືນທີ່ຂັບລົດຈັກມາຍິງ ໃນເຂດພາກຕາເວັນຕົກສຽງໃຕ້ ຂອງນິແຊຣ໌ ທີ່ເປັນເຂດທີ່ມີຈິຣາຟອາໄສຢູ່ແຫ່ງສຸດທ້າຍໃນເຂດອາຟຣິກາຕາເວັນຕົກ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ ໄດ້ກ່າວໄປ.

ພວກ 6 ຄົນດັ່ງກ່າວເຮັດວຽກໃຫ້ແກ່ກຸ່ມຊ່ອຍເຫຼືອສາກົນ ລັດຖະມົນຕີປ້ອງກັນປະເທດຂອງນິແຊຣ໌ ທ່ານອິສຊູຟູ ກາຕຳເບ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ. ກ່ອນໜ້ານີ້ ບັນດາເຈົ້າໜ້າທີ່ ໄດ້ອະທິບາຍວ່າ ພວກເຂົາເຈົ້າເປັນນັກທ່ອງທ່ຽວ.

“6 ຄົນໃນຈໍານວນ 8 ຄົນ ໄດ້ຫຖືກຂ້າຕາຍ ຫຼາຍຄົນເປັນພະນັກງານຂອງ ACTED” ນັ້ນແມ່ນຄໍາເວົ້າຂອງທ່ານໂຈເຊັບ ບຣີແຮມ ທະນາຍຄວາມຂອງອົງການ NGO ທີ່ໄດ້ກ່າວໄປ.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ສຳລັບການໂຈຕີນັ້ນ.

ປະທານາທິບໍດີຂອງຝຣັ່ງ ທ່ານເອັມແມນູແອລ ມາກຣົງ ໄດ້ກ່າວປະນາມວ່າ “ການໂຈມຕີທີ່ຮ້າຍແຮງ ຊຶ່ງເປັນການຍິງພວກຄົນງານຂອງກຸ່ມມະນຸດສະທໍາຢ່າງຂີ້ຂາດ” ໃນນິແຊຣ໌ ແລະໄດ້ກ່າວໃນຖະແຫລງການເມື່ອວັນອາທິດວານນີ້ວ່າ ການໂຈມຕີ ຈະຖືກສືບສວນສອບສວນ.

ທ່ານມາກຣົງ ຜູ້ທີ່ໄດ້ໂອ້ລົມກັບຄູ່ຕຳແໜ່ງຂອງທ່ານຈາກນິແຊຣ໌ ທ່ານມາຮາມາດູ ອິສຊູຟູູ ໃນວັນອາທິດວານນີ້ ໄດ້ກ່າວຕື່ມວ່າ “ຄວາມມຸ້ງໝັ້ນຂອງພວກເພິ່ນທີ່ຈະສືບຕໍ່ການຕໍ່ສູ້ຕ້ານກຸ່ມກໍ່ການຮ້າຍຕ່າງໆ ໃນເຂດຊາແຮລ ຮ່ວມກັນ” ຍັງຄົງເໝືອນເດີມ.

ທ່ານປະທານາທິບໍດີ ໄດ້ກ່າວໃນຖະແຫລງການອີກວ່າ “ຂໍສະແດງຄວາມໂສກເສົ້າເສຍໃຈ ແລະການສະໜັບສະໜຸນຂອງປະເທດຊາດຕໍ່ບັນດາຄອບຄົວ ແລະຍາດພີ່ນ້ອງຂອງພວກຜູ້ເຄາະຮ້າຍ.”

ເປັນທີ່ເຊື່ອກັນວ່າ ການໂຈມຕີເຊັ່ນນັ້ນ ເປັນການໂຈມຕີເທື່ອທຳອິດຕໍ່ພວກນັກທ່ອງທ່ຽວຊາວຕາເວັນຕົກ ຢູ່ພື້ນທີ່ດັ່ງກ່າວ ຊຶ່ງເປັນສະຖານທີ່ນິຍົມຊົມຊອບ ໃນອະດີດອານານິຄົມຂອງຝຣັ່ງ ກໍຍ້ອນປະຊາກອນ ຂອງອາຟຣິກາຕາເວັນຕົກ ທີ່ມີເອກກະລັກຂອງຕົນ ຫຼື ພວກໂຕຈິຣາຟຂອງນິແຊຣ໌ນັ້ນ.

ແຫລ່ງຂ່າວທີ່ໃກ້ຊິດກັບກົມບໍລິການດ້ານສະພາບແວດລ້ອມຂອງນິແຊຣ໌ໄດ້ກ່າວວ່າ ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນໃນເວລາ 11 ໂມງ 30 ຕອນເຊົ້າ ຕາມເວລາໃນທ້ອງຖິ່ນຫຼື 10 ໂມງເຄິ່ງຕາມເວລາມາດຕະຖານສາກົນ 6 ກິໂລແມັດ
ທາງພາກຕາເວັນອອກ ຂອງເມືອງກູເຣ (Koure) ຊຶ່ງໃຊ້ເວລາຂັບລົດນຶ່ງຊົ່ວ ໂມງຈາກນະຄອນຫຼວງນີອາເມ.

ແຫລ່ງຂ່າວທີ່ໃກ້ຊິດກັບກົມບໍລິການດ້ານສະພາບແວດລ້ອມຂອງນິແຊຣ໌ ໄດ້ກ່າວ່າ ການໂຈມຕີດັ່ງກ່າວ ໄດ້ເກີດຂຶ້ນຢູ່ໃນເວລາ 11 ໂມງ 30 ຫ່າງຈາກເມືອງຄູຣເຣ ກ້ຳຕາເວັນອອກ 6 ກິໂລແມັດ ຊຶ່ງໃຊ້ເວລາຂັບລົດໄປນຶ່ງຊົ່ວໂມງ ຈາກນະຄອນຫຼວງ ນີອາເມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG