ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທະຫານອີຈິບ 6 ຄົນ ເສຍຊີວິດ ຢູ່ດ່ານກວດກາ ນອກ​ກຸງ​ໄຄ​ໂຣ ( ວີດີໂອ )


Egypt violence 16 mar
please wait
Embed

No media source currently available

0:00 0:00:33 0:00

ວີດີໂອ ກ່ຽວກັບ ຂ່າວນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ອີ​ຈິບ​ກ່າວ​ວ່າ ​ມື​ປືນ​ຈຸ​ນຶ່ງ ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ
​ໄດ້​ຍິງ​ທະຫານ​ຕາຍ 6 ຄົນ ​ຢູ່​ດ່ານ​ກວດ​ແຫ່ງ​ນຶ່ງ​ຂອງ​ກອງທັບ
​ນອກ​ກຸງ​ໄຄ​ໂຣ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ມື​ປືນ​ໄດ້​ເປີດ​ສາກ​ຍິງ​ໃສ່​ພວກ​ທະຫານ​
ດັ່ງກ່າວ​ ໃນ​ເຊົ້າ​ວັນ​ເສົາ​ວານ​ນີ້​ໃນ​ຄຸ້ມ​ເໜືອ Shubra al-Khei
ma ພາຍຫຼັງ​ການ​ສວດ​ມົນ​ໃນ​ຍາມ​ເຊົ້າ.

ຕຳຫຼວດ​ກ່າວ​ວ່າ ພວກ​ໂຈມ​ຕີ​ ​ຍັງ​ໄດ້​ຝັງ​ລະ​ເບີດ​ຫຼາຍ​ລູກ​ໄວ້​ໃນ​
ສະຖານ​ທີ່​ເກີດ​ເຫດ ເພື່ອ​ແນ​ເປົ້າ​ໝາຍ​ໃສ່​ພວກ​ທີ່​ຈະ​ມາ​ຊ່ວຍ​
ເຫລືອ​ຈຸ​ທຳອິດ​ນັ້ນ ​ ​ແຕ່​ພວກ​ນັກ​ຊ່ຽວຊານສາມາດ​ ປົດ​ຂະນວນ​
ລະ​ເບີດ​ໄດ້​ກ່ອນ.

ການ​ໂຈມ​ຕີ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ເວລາ​ພຽງ​ບໍ່​ເທົ່າ​ໃດ​ມື້ ຫຼັງ​ຈາກ​ຄົນ​ຮ້າຍ​ທີ່​ສວມ​ໜ້າ​ກາກ ​
ເປີດ​ສາ​ກຍິງ​ປືນໃສ່​ລົດ​ບັສຄັນ​ນຶ່ງ ທີ່​ບັນທຸກທະຫານຈຳນວນ​ນຶ່ງ​ຢູ່​ໃນ​ເຂດເມືອງຫລວງ ​
ເຮັດ​ໃຫ້​ທະຫານ​ຄົນ​ນຶ່ງ​ເສຍ​ຊີວິດ.

ບໍ່​ມີ​ຜູ້​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ແຕ່​ທາງ​ກອງທັບ​ໄດ້​ຖິ້ມ​ໂທດ​ໃສ່ ກຸ່ມ​ພະລາດອນພາບ​ມຸສລິ​ມ ທີ່​ຝ່າຍ​ລັດຖະບານ​ເອີ້ນ​ວ່າ “ ພວກ​ກໍ່​ການ​ຮ້າຍ​ນັ້ນ”.

ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ໄດ້​ທຳ​ການ​ໂຈມ​ຕີ​ມາ​ຫຼາຍ​ຄັ້ງ ຊຶ່ງ​ສ່ວນ​ຫຼາຍ​ແມ່ນ​ແນ​ເປົ້າ​ໃສ່​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ນັບ​ແຕ່​ພວກ​ທະຫານ​ໄດ້​ໂຄ່ນ​ລົ້ມ​ປະທານາທິບໍດີ Moha
med
Morsi ຫົວ​ອິສລາມ​ເຖິງ​ຖອງ ​ໃນ​ເດືອນ​ກໍລະກົດ ​ປີ​ແລ້ວ​ນີ້.
XS
SM
MD
LG