ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕ້ອງສົງໄສວ່າເປັນ ມືປືນສັງຫານໝູ່ ໃນລັດ Michigan ມີກຳນົດ ຈະຂຶ້ນສານ ໃນວັນຈັນມື້ນີ້


2018年4月24日,美國總統川普、第一夫人梅拉尼婭和法國總統馬克龍及其夫人布里吉特在美國華盛頓白宮的陽台上攜手。
2018年4月24日,美國總統川普、第一夫人梅拉尼婭和法國總統馬克龍及其夫人布里吉特在美國華盛頓白宮的陽台上攜手。

ຜູ້ຕ້ອງສົງໄສ ໃນການຍິງສັງຫານ ທີ່ຮ້າຍແຮງເຖິງແກ່ຊີວິດ
ໃນລັດ Michigan ທາງພາກເໜືອຂອງສະຫະລັດ ແມ່ນມີ
ກຳນົດວ່າຈະໄປຂຶ້ນສານ ໃນວັນຈັນມື້ນີ້ ເພື່ອຮັບຟັງຂໍ້ກ່າວຫາ
ການຄາດຕະກຳ ຫຼາຍກະໂທງ.

ທາງການໄດ້ຈັບກຸມ ນາຍ Jason Dalton ອາຍຸ 45 ປີ ໃນ
ຕອນເຊົ້າວັນອາທິດວານນີ້ ທີ່ຜູ້ກ່ຽວພັນກັບການຍິງສັງຫານໝູ່
ເມື່ອຕອນຄ່ຳ ວັນເສົາມື້ກ່ອນ ຢູ່ອ້ອມເມືອງ Kalamazoo ຂອງ
ລັດ Michigan ທີ່ໄດ້ເຮັດໃຫ້ມີ 6 ຄົນ ເສຍຊີວິດ ແລະ ອີກສອງ
ຄົນໄດ້ຮັບບາດເຈັບ.

ໄອຍະການເມືອງ ຄາລາມາຊູ້ ທ່ານ Jeff Getting ກ່າວວ່າ ຄົນຜູ້ໃດຜູ້ໜຶ່ງ ທີ່ຂ້າຄົນຢ່າງ
ບໍ່ເລືອກໜ້າ ໂດຍບໍ່ມີເຫດຜົນໃດນັ້ນ ແມ່ນເປັນ “ຄວາມຝັນຮ້າຍ ຂອງທຸກໆຊຸມຊົນ.”

ນາຍ ດອລຕັ້ນ ໄດ້ເຮັດວຽກເປັນຄົນຂັບລົດ ໃຫ້ແກ່ບໍລິສັດ Uber ທີ່ໃຫ້ບໍລິການນຳສົ່ງ
ລູກຄ້າ. ຫົວໜ້າຮັກສາຄວາມປອດໄພ ຂອງບໍລິສັດດັ່ງກ່າວ ທ່ານ Joe Sullivan ໄດ້ອອກ
ຖະແຫລງການສະບັບໜຶ່ງ ທີ່ກ່າວວ່າ Uber ແມ່ນ “ມີຄວາມຮູ້ສຶກສະຫຍົດສະຫຍອງ
ແລະ ເສຍອົກເສຍໃຈ ຕໍ່ຄວາມຮຸນແຮງ ທີ່ໄຮ້ສາລະຄັ້ງນີ້”
ແລະ ໄດ້ອາສາໃຫ້ການ
ຊ່ອຍເຫຼືອ ແກ່ພະນັກງານສືບສວນສອບສວນ ໃນທາງໃດທາງໜຶ່ງທີ່ເປັນໄປໄດ້.

ທາງການກຳລັງທຳການສືບສວນສອບສວນ ເບິ່ງວ່າ ນາຍດອລຕັ້ນ ຮັບສົ່ງຜູ້ໂດຍສານຄົນ
ອື່ນໆ ທີ່ໃຊ້ບໍລິການ Uber ໃນລະຫວ່າງ ທຳການຍິງສັງຫານຄົນ ຫຼືບໍ່. ພວກເຈົ້າໜ້າທີ່ ໄດ້
ກ່າວວ່າ ຜູ້ກ່ຽວ ໄດ້ຕິດຕໍ່ພົວພັນກັບ ຫຼາຍກວ່າໜຶ່ງຄົນ ໃນເວລານັ້ນ ແຕ່ວ່າ ບໍ່ມີຄົນອື່ນໃດ ໄດ້ຖືກກ່າວຟ້ອງ.

US Michigan Shootings
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG