ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈຳນວນຂອງ ຜູ້ຖືກຍິງຕາຍ ໃນການຍິງສັງຫານໝູ່ ທີ່ລັດ Michigan ເພີ້ມສູງຂຶ້ນ

ພາບນີ້ ໄດ້ຮັບມາຈາກ ຫ້ອງການເຈົ້າໜ້າທີ່ຕຳຫຼວດ ເມືອງ Kalamazoo ເຜີຍໂສມໜ້າຂອງ ມືປືນ ນາຍ Jason Dalton ພົນລະເມືອງ Kalamazoo. ນາຍ Daltonໄດ້ຖືກຈັບກຸມ ໃນວັນທີ 21 ກຸມພາ 2016 ຢູ່ໃຈກາງເມືອງ Kalamazoo ຫຼັງຈາກຜູ້ເຄາະຮ້າຍຫຼາຍຄົນ ໄດ້ຖືກຍິງຮວດໃສ່ ແລ້ວເກີດການຕາມລ່າຫາມືປືນດັ່ງກ່າວ ຢ່າງໃຫຍ່.

ບັນດາເຈົ້າໜ້າທີ່ ສະຫະລັດ ກ່າວວ່າ ພວກເຂົາເຈົ້າໄດ້ຄວບຄຸມ
ຕົວຜູ້ຕ້ອງສົງໄສ ຄົນໜຶ່ງທີ່ກ່ຽວຂ້ອງກັບການຍິງກັນ ເຊິ່ງເຮັດໃຫ້
ມີຄົນເສຍຊີວິດຢ່າງ ໜ້ອຍ 7 ຄົນໃນລັດ Michigan ຢູ່ທາງພາກ
ເໜືອຂອງ ສະຫະລັດ.

ການຍິງກັນໄດ້ເກີດຂຶ້ນໃນຕອນຄ່ຳຂອງວັນເສົາວານນີ້ ຢູ່ໃກ້ໆ
ກັບເມືອງ Kalamazoo, ຕັ້ງຢູ່ປະມານ 250 ກິໂລແມັດ ຫ່າງຈາກ
ນະຄອນDetroit ໄປທາງຕາເວັນຕົກ. ຜູ້ຮັບເຄາະຮ້າຍ 5 ຄົນແມ່ນ
ໄດ້ຖືກຍິງຢູ່ໃນຮ້ານອາຫານ ລວມມີຍິງໄວລຸ້ນອາຍຸ 14 ປີ ໃນຂະ
ນະທີ່ຄົນອື່ນອີກ 2 ຄົນແມ່ນໄດ້ຖືກຍິງເສຍຊີວິດ ທີ່ຮ້ານຂາຍລົດ
ແຫ່ງໜຶ່ງ.

ການຍິງຢ່າງຮວດໄປທົ່ວ ໄດ້ເລີ່ມຂຶ້ນທີ່ອາຄານຫ້ອງເຊົ່າແຫ່ງໜຶ່ງ ເຊິ່ງເປັນ ບ່ອນທີ່ມີຜູ້ຍິງ
ຄົນໜຶ່ງ ຖືກຍິງໄດ້ຮັບບາດເຈັບສາຫັດ.

ຜູ້ຕ້ອງສົງໄສໄດ້ຖືກບັນຍາຍວ່າເປັນຜູ້ຊາຍຜິວຂາວອາຍຸປະມານ 40 ປີກວ່າ, ລາວໄດ້ຖືກ
ຈັບກຸມ ໃນໃຈກາງເມືອງ Kalamazoo. ບໍ່ມີຫຽັງແຈ້ງໃຫ້ຮູ້ວ່າ ສາເຫດເຮັດໃຫ້ມີ ການຍິງ
ປືນເກີດຂຶ້ນ, ເຊິ່ງຜູ້ຮອງຫົວໜ້າຕຳຫຼວດເມືອງ Kalamazoo ທ່ານ Paul Matyas ອະທິ
ບາຍວ່າ ມັນເປັນ “ເຫດການທີ່ໂຫດຮ້າຍທີ່ສຸດຂອງທີ່ເກີດກັບພວກເຮົາ.”

US Michigan Shooting
please wait
Embed

No media source currently available

0:00 0:00:18 0:00

XS
SM
MD
LG